Saturday, July 27, 2024
Homeຂ່າວໜ້າໜຶ່ງເລຂາທິການໃຫຍ່ອາຊຽນ ຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ

ເລຂາທິການໃຫຍ່ອາຊຽນ ຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ

ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງ ສປປ ລາວ ທ່ານ ກາວ ຄິມ ຮຸນ ເລ ຂາທິການໃຫຍ່ອາຊຽນ ພ້ອມດ້ວຍຄະນະຈາກກອງເລຂາອາຊຽນ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນວັນທີ 29 ພະຈິກ 2023.

ຈຸດປະສົງຂອງການຢ້ຽມຢາມ-ເຮັດວຽກຄັ້ງນີ້ ເພື່ອປຶກສາ ຫາລື ກ່ຽວກັບ ການກະກຽມສຳລັບການເປັນປະທານອາ ຊຽນຂອງ ສປປ ລາວ ໃນປີ 2024 ໂດຍສະເພາະຂົງເຂດບຸລິມະສິດ, ໜ້າວຽກ ແລະ ກິດຈະກຳຕ່າງໆ ພາຍໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ແນໃສ່ເສີມສ້າງປະຊາຄົມອາຊຽນໃຫ້ມີການເຊື່ອມຈອດ ແລະ ເຂັ້ມແຂງກວ່າເກົ່າ ແລະ ເຮັດໃຫ້ອາ ຊຽນສາມາດນຳໃຊ້ກາລະໂອກາດເພີ່ມທະວີການຮ່ວມມື ແລະ ຮັບມືກັບສິ່ງທ້າທາຍໃນປັດຈຸບັນ ແລະ ໃນອະນາຄົດ ໄດ້ຢ່າງມີປະສິດທິພາບ ແລະ ທັນການ.

ການມາຢ້ຽມຢາມ-ເຮັດວຽກໃນຄັ້ງນີ້ ທ່ານເລຂາທິການໃຫຍ່ອາຊຽນ ໄດ້ພົບປະເຮັດວຽກ ກັບທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ການຕ່າງປະເທດ ຮັບຜິດຊອບເສົາຄໍ້າປະຊາຄົມການເມືອງ -ຄວາມໝັ້ນຄົງອາຊຽນ ທ່ານ ມະໄລທອງ ກົມມະສິດ ລັດ ຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຮັບຜິດຊອບເສົາຄໍ້າປະຊາຄົມເສດຖະກິດອາຊຽນ ແລະ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງ ຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ຮັບຜິດຊອບເສົາຄໍ້າວັດທະນະທໍາ-ສັງຄົມອາຊຽນ.

ໃນໂອກາດນີ້, ທ່ານເລຂາທິການໃຫຍ່ອາຊຽນ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ ສຳນັກງານນາຍົກລັດຖະມົນຕີ.

ພາບ-ຂ່າວ ຂປລ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments