Sunday, September 8, 2024
Homeຂ່າວໜ້າໜຶ່ງປະດັບຫຼຽນໄຊພິລະອາດຫານໃຫ້ການນຳແຂວງສະຫວັນນະເຂດ

ປະດັບຫຼຽນໄຊພິລະອາດຫານໃຫ້ການນຳແຂວງສະຫວັນນະເຂດ

ໃນວັນທີ 28 ພະຈິກ ຜ່ານມາ ທີ່ຫ້ອງວ່າການປົກຄອງແຂວງສະຫວັນນະເຂດ ໄດ້ຈັດພິທີປະດັບຫຼຽນໄຊພິລະອາດຫານໃຫ້ແກ່ການນຳແຂວງສະຫວັນນະເຂດ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານປະດັບຫຼຽນຂອງສະຫາຍ ພົອ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຮອງປະ ທານຜູ້ປະຈຳການຄະນະກຳມະການປ້ອງກັນຊາດ (ປກຊ)- ປ້ອງ ກັນຄວາມສະຫງົບ (ປກສ) ສູນກາງ ມີສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເຈົ້າແຂວງສະຫວັນ ນະເຂດ ປະທານຄະນະກຳມະການ ປກຊ-ປກສ ແຂວງ ສະຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ລັດຖະມົນຕີກະຊວງການເງິນ (ອະດີດເຈົ້າແຂວງສະ ຫວັນນະເຂດ) ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການປະດັບຫຼຽນໄຊຄັ້ງນີ້ປະກອບມີ ຫຼຽນໄຊພິລະອາດ ຫານຊັ້ນ I ປະດັບໃຫ້ແກ່ການນຳແຂວງຈຳນວນ 2 ສະຫາຍຄື: ສະຫາຍ ບຸນໂຈມ ອຸບົນປະເສີດ ແລະ ສະຫາຍ ສັນຕິ ພາບ ພົມວິຫານ ຫຼຽນໄຊຊັ້ນ II ປະດັບໃຫ້ການນຳແຂວງສະຫວັນນະເຂດຈຳນວນ 7 ສະຫາຍຄື: ສະຫາຍ ພູວັງ ເກດແກ້ວພົມພອນ ຮອງເລຂາພັກແຂວງ ຮອງປະທານຄະນະກຳມະການ ປກຊ-ປກສ ສະຫາຍ ກົງແກ້ວ ມີວໍລະຈັກ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ສະຫາຍນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງ ປະທານສະພາສຶກສາ ປກຊ-ປກສ ສະຫາຍ ແສນສັກ ສຸລິສັກ ຮອງເຈົ້າແຂວງ ຜູ້ຊີ້ນຳວຽກງານເສດຖະກິດ ສະຫາຍ ພົຈ ສົມໝາຍ ພົມມະຈັນ ຮອງປະທານຄະນະກຳມະການ ປກຊ- ປກສ ຫົວໜ້າກອງບັນຊາການ ປກສ ແຂວງ ສະຫາຍ ທອງໃສ ໄຊຍະວົງຄຳດີ ເຈົ້າເມືອງອຸຸທຸມພອນ (ອະດີດຫົວໜ້າຫ້ອງວ່າການປົກ ຄອງແຂວງ) ແລະ ສະຫາຍ ຄຳຜຸຍ ສີບຸນເຮືອງ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ແລະ ຕົກລົງມອບຫຼຽນໄຊພິລະອາດຫານຊັ້ນ III ໃຫ້ແກ່ເຈົ້າເມືອງ ເຈົ້ານະຄອນ ພະແນກການຂຶ້ນກັບແຂວງ ແລະ ບໍລິສັດຈຳນວນ 18 ສະຫາຍ.

ບັນດາສະຫາຍທີ່ໄດ້ຮັບການປະດັບຫຼຽນໃນຄັ້ງນີ້ ລ້ວນແຕ່ເປັນຜູ້ທີ່ມີຜົນງານດີເດັ່ນປະກອບສ່ວນອັນສຳຄັນເຂົ້າໃນວຽກງານ ປກຊ-ປກສ ເພື່ອປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃຫ້ກຽດປະດັບຫຼຽນໂດຍ ສະຫາຍ ພົອ ຈັນສະໝອນ ຈັນຍາລາດ.

#VientianeMai

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments