Sunday, September 8, 2024
Homeຂ່າວໜ້າໜຶ່ງຫສນຍ ເຜີຍແຜ່ເອກະສານສຳຄັນຂອງ ພັກ-ຂອງຊາດ

ຫສນຍ ເຜີຍແຜ່ເອກະສານສຳຄັນຂອງ ພັກ-ຂອງຊາດ

ໃນວັນທີ 28 ພະຈິກ 2023, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ(ຫສນຍ) ໄດ້ຈັດກອງປະຊຸມເຜີຍແຜ່ມະຕິກອງປະຊຸມຄົບຄະນະ ຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ແລະ ວັນຊາດ ສປປ ລາວ ຄົບຮອບ 48 ປີ(ວັນທີ 2 ທັນວາ 1975) ໂດຍການເປັນປະທານ ແລະ ກ່າວເຜີຍແຜ່ເອກະສານຂອງ ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີ, ຫົວໜ້າ ຫສນຍ, ມີບັນດາສະຫາຍການນໍາຂອງ ຫສນຍ ພ້ອມດ້ວຍບັນດາສະຫາຍສະມາ ຊິກພັກ, ພະນັກງານ-ລັດຖະກອນ ຫສນຍ ເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ອາລຸນໄຊ ສູນນະລາດ ໄດ້ກ່າວວ່າ: ການຈັດຕັ້ງເຜີຍແຜ່ເຊື່ອມຊຶມເອກະ ສານສຳຄັນຂອງ ພັກ-ລັດ ຄັ້ງນີ້, ເປັນການສືບຕໍ່ນໍາພາບັນດາສະຫາຍສະມາຊິກ, ພະນັກງານ-ລັດຖະ ກອນ ທົ່ວ ຫສນຍ ເລັ່ງທວງສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ, ຮອບດ້ານ ລວມທັງການກະກຽມໃຫ້ແກ່ກອງປະຊຸມໃຫຍ່ຂອງ ຄະນະພັກແຕ່ລະຂັ້ນ. ພ້ອມນັ້ນ, ຍັງເປັນການເຜີຍແຜ່ເຊື່ອມຊຶມ ໃຫ້ສະມາ ຊິກພັກ, ພະນັກງານ-ລັດຖະກອນ ທົ່ວອົງຄະນະພັກຂອງພວກເຮົາ ໃຫ້ເປັນຜູ້ທີ່ຮັບຮູ້ກ່ອນ, ເຂົ້າໃຈກ່ອນ, ກຳແໜ້ນກ່ອນ ເພື່ອເປັນຜູ້ນໍາພາຈັດຕັ້ງປະຕິບັດຕົວຈິງ.

ທ່ານ ອາລຸນໄຊ ສູນນະລາດ ໄດ້ມີຄຳເຫັນ ໃຫ້ຜູ້ທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ ຈົ່ງພ້ອມກັນເອົາໃຈໃສ່ເຊື່ອມຊຶມ, ເຄົາລົບ ແລະ ປະຕິບັດໜ້າທີ່ຕາມແນວທາງນະໂຍບາຍຂອງພັກ, ລັດຖະທໍາມະນູນ, ກົດໝາຍ, ລະບຽບການຂອງລັດ ແລະ ບັນດາເອກະສານສຳຄັນຂອງພັກ ຢ່າງເລິກເຊິ່ງ ເພື່ອນໍາໄປຈັດຕັ້ງປະຕິບັດເຂົ້າໃນວຽກງານວິຊາສະເພາະຕົວຈິງຂອງຕົນ ແລະ ວຽກງານທີ່ຖືກມອບໝາຍ ດ້ວຍຄວາມຮັບຜິດຊອບສູງໃຫ້ມີປະສິດທິພາບ ແລະ ປະສິດທິຜົນຍິ່ງໆຂຶ້ນ.

ຂ່າວ: ວຽງສະຫວັນ

ພາບ: ອ່າຍຄຳ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments