Saturday, July 27, 2024
Homeຂ່າວໜ້າໜຶ່ງຫ້ອງວ່າການສູນກາງພັກ ຫັນການຈັດຕັ້ງປະຕິບັດວຽກງານ ເປັນທັນສະໄໝ

ຫ້ອງວ່າການສູນກາງພັກ ຫັນການຈັດຕັ້ງປະຕິບັດວຽກງານ ເປັນທັນສະໄໝ

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ຮ່ວມມືພັດທະນາວຽກງານຫັນເປັນທັນສະໄໝ (ຫັນເປັນດີຈິຕອນ) ລະຫວ່າງຫ້ອງວ່າການສູນກາງພັກ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດຂຶ້ນໃນວັນທີ 28 ພະຈິກ 2023 ລະຫວ່າງທ່ານ ທອງສະລິດ ມັງໜໍ່ເມກ ຄະນະເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຫ້ອງວ່າການສູນກາງພັກ ກັບ ທ່ານ ບໍ່ວຽງຄຳ ວົງດາລາ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ໂດຍມີພາກສ່ວນກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

ການເຊັນສັນຍາຮ່ວມມືກັນ ໃນຄັ້ງນີ້, ເພື່ອເປັນບ່ອນອີງ ໃນການຮ່ວມມື ຄົ້ນຄວ້າ, ແລກປ່ຽນບົດ ຮຽນ, ພັດທະນາ, ແລະ ນຳໃຊ້ເຄື່ອງມືດີຈິຕອນ ເພື່ອຫັນວຽກງານຫ້ອງວ່າການສູນກາງພັກ ໃຫ້ເປັນທັນສະໄໝ ເທື່ອລະກ້າວ ເຊິ່ງທັງສອງຝ່າຍ ຈະໄດ້ຮ່ວມມືກັນໃນການຄົ້ນຄວ້າສ້າງທ່າແຮງ ເພື່ອປັບປຸງ ແລະ ພັດທະນາພື້ນຖານໂຄງລ່າງ ລະບົບເຄືອຂ່າຍ ແລະ ລະບົບສູນຂໍ້ມູນ ເພື່ອເກັບຮັກສາຂໍ້ມູນ ຂອງວຽກງານຫ້ອງວ່າການສູນກາງພັກ; ຮ່ວມມືໃນການພັດທະນາ ແລະ ສົ່ງເສີມການນຳໃຊ້ ລະບົບບໍລິຫານລັດດີຈິຕອນ ເຂົ້າໃນວຽກງານຂອງຫ້ອງວ່າການສູນກາງພັກ ໃຫ້ມີປະສິດທິພາບ, ຮັບປະກັນຄວາມປອດໄພ ແລະ ມີຄວາມຍືນຍົງ. ພ້ອມທັງ ຮ່ວມມືກັນຄົ້ນຄວ້າ ພັດທະນາລະບົບເຊື່ອມໂຍງຂໍ້ມູນຂ່າວສານ ລະ ຫວ່າງ ຫ້ອງວ່າການສູນກາງພັກ ກັບພາກສ່ວນຕ່າງໆ ແຕ່ຂັ້ນສູນກາງ ຮອດທ້ອງຖິ່ນ, ພັດທະນາ ແລະ ຍົກລະດັບຄວາມຮູ້ ຄວາມສາມາດຂອງ ພະນັກງານ-ລັດຖະກອນ, ແລກປ່ຽນຂໍ້ມູນຂ່າວສານ, ປະສົບການ, ກອງປະຊຸມປຶກສາຫາລື, ສຳມະນາ, ຝຶກອົບຮົມ ແລະ ອື່ນໆ. ພາຍຫລັງການລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ສະບັບນີ້ແລ້ວ, ທັງ 2 ຝ່າຍ ຈະໄດ້ພ້ອມກັນຄົ້ນຄ້ວາ ແຕ່ງຕັ້ງຄະນະຮັບຜິດຊອບ ເພື່ອເຮັດວຽກຮ່ວມກັນ ຫັນເປັນດີຈິຕອນ ວຽກງານການບໍລິຫານຫ້ອງການ ແລະ ນຳໃຊ້ເຄື່ອງມືດີຈິຕອນ ເຂົ້າໃນວຽກງານຫ້ອງວ່າການ ແລະ ເຊື່ອມຂໍ້ມູນສູນກາງພັກ ທົ່ວປະເທດ, ຕອບສະໜອງໄດ້ ຕາມແນວທາງນະໂຍບາຍຂອງພັກ, ວິໄສທັດ ຍຸດທະສາດ ແລະ ແຜນພັດທະນາ ເສດຖະກິດດີຈິຕອນ ຂອງ ສປປ ລາວ.

ປັດຈຸບັນ, ສະພາບການຄຸ້ມຄອງ ແລະ ນຳໃຊ້ລະບົບໄອຊີທີ ຂອງຫ້ອງວ່າການສູນກາງພັກ ເຫັນວ່າຍັງມີຫລາຍດ້ານ ທີ່ຕ້ອງໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ເປັນຕົ້ນ, ນິຕິກຳລະອຽດເພື່ອເປັນບ່ອນອີງໃນການຄຸ້ມຄອງ ແລະ ສົ່ງເສີມວຽກການຫັນເປັນທັນສະໄໝ ຍັງບໍ່ຄົບຖ້ວນ, ການປະຕິບັດພາລະບົດບາດຄຸ້ມຄອງມະຫາພາກ ກ່ຽວກັບຂໍ້ມູນຂ່າວສານຂອງພັກ ຍັງບໍ່ທັນເປັນລະບົບ ແລະ ແຂງແຮງ, ນັກວິຊາການຄຸ້ມຄອງເຕັກນິກ ຍັງຈຳກັດ ທັງດ້ານປະລິມານ ແລະ ຄຸນນະພາບ; ຜູ້ຊົມໃຊ້ເຄື່ອງມືໄອຊີທີ ເຫັນໄດ້ບົດບາດ ຄວາມສໍາຄັນ ແລະ ມີຈໍານວນເພີ່ມຂຶ້ນ; ພື້ນຖານໂຄງລ່າງ ວັດຖຸ-ເຕັກນິກ ເປັນຕົ້ນ, ເຄື່ອງອຸປະກອນລະ ບົບເຄືອຂ່າຍອິນເຕີເນັດ ແລະ ເຄື່ອງເຊີເວີ ສ່ວນຫລາຍ ແມ່ນເຄື່ອງເກົ່າ ຕົກສະເປັກ ເຮັດໃຫ້ການນໍາໃຊ້ຕົວຈິງບໍ່ສອດຄ່ອງກັບລະບົບໂປລແກຣມໃໝ່; ການນຳໃຊ້ລະບົບບໍລິຫານລັດດີຈິຕອນ ເປັນຕົ້ນ ລະບົບກອງປະຊຸມທາງໄກ G-share ໄດ້ມີພື້ນຖານທີ່ດີຈຳນວນໜຶ່ງ, ສ່ວນຫລາຍແມ່ນນໍາໃຊ້ສື່ສານຜ່ານລະບົບwhatsapp ເຊິ່ງມີຄວາມສ່ຽງ ຕໍ່ຄວາມປອດໄພດ້ານຂໍ້ມູນ, ສ່ວນລະບົບອື່ນໆແມ່ນນຳໃຊ້ໜ້ອຍ ຫລື ບໍ່ໄດ້ນໍາໃຊ້ເລີຍ.

ຂ່າວ: ທະນູທອງ ພາບ: ຫສພ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments