Sunday, September 8, 2024
Homeຂ່າວຕ່າງປະເທດAPPF31 ປະສົບຜົນສຳເລັດດ້ວຍຖະແຫຼງການຮ່ວມ

APPF31 ປະສົບຜົນສຳເລັດດ້ວຍຖະແຫຼງການຮ່ວມ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນມານີ້, ເວທີປາໄສລັດຖະສະພາ ອາຊີ – ປາຊີຟິກ ຄັ້ງທີ 31 (APPF31) ໄດ້ສິ້ນສຸດລົງດ້ວຍຜົນສຳເລັດຢ່າງຈົບງາມຢູ່ນະຄອນຫຼວງມານີລາ ປະເທດຟີລິບປິນ ໂດຍບັນດາປະເທດຮັບຮອງເອົາຖະແຫຼງການຮ່ວມ, ສະແດງຄວາມຕັດສິນໃຈປັບປຸງການຮ່ວມມືລັດຖະສະພາຫຼາຍຝ່າຍເພື່ອສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ.

ຂ່າວລະບຸວ່າ: ໃນຂອບເຂດກອງປະຊຸມ, ບັນດາກຸ່ມປະຕິບັດງານ ແລະ ຄະນະກຳມະການໄດ້ຮັບຮອງເອົາ ມະຕິ 10 ສະບັບ, ເປັນຕົ້ນແມ່ນເພີ່ມທະວີກຳລັງຄວາມສາມາດຂອງລັດຖະສະພາບັນດາປະເທດໃນການຊຸກຍູ້ສັນຕິພາບ ແລະ ສະຖຽນລະພາບ; ການຕ້ານອາດຊະຍາກຳຂ້າມຊາດ; ເພີ່ມທະວີການຮ່ວມມືໃນພາກພື້ນກ່ຽວກັບການເຄື່ອນໄຫວເພື່ອການປ່ຽນແປງຂອງດິນຟ້າອາກາດ; ການອະນຸລັກຮັກສາຊີວະນາໆພັນ ແລະ ຫຼຸດຜ່ອນຄວາມສ່ຽງເກີດໄພທຳມະຊາດ; ການຮ່ວມມືໃນພາກພື້ນ ຮັບຮອງເອົາການສຶກສາ – ວັດທະນະທຳ ແລະ ສາທາລະນະສຸກ; ເປົ້າ ໝາຍກ່ຽວກັບເພດ, ການພັດທະນາແບບຍືນຍົງ ແລະ ການເຂົ້າຮ່ວມ, ການນຳພາຂອງແມ່ຍິງ, ມະຕິ 10 ສະບັບໄດ້ຮັບການຮັບຮອງເອົານັ້ນແມ່ນຜົນສຳເລັດທີ່ສະແດງໃຫ້ເຫັນການເຂົ້າຮ່ວມຢ່າງຕັ້ງໜ້າຂອງຜູ້ແທນທັງໝົດທີ່ມາຈາກ 19 ປະເທດ ແລະ ກາຍເປັນສ່ວນໜຶ່ງຂອງຖະແຫຼງການຮ່ວມ, ປະກາດໃຊ້ເປັນເອກະສານສຸດທ້າຍຂອງ APPF31.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments