Saturday, July 27, 2024
Homeຂ່າວຕ່າງປະເທດອັຟການີສຖານ ຈະສ້າງສູນສຸຂະພາບໃນທົ່ວປະເທດ 285 ແຫ່ງ

ອັຟການີສຖານ ຈະສ້າງສູນສຸຂະພາບໃນທົ່ວປະເທດ 285 ແຫ່ງ

ຂ່າວຈາກສະຖານີໂທລະພາບຂອງອັຟການີສຖານ ລາຍງານໃນວັນທີ 25 ພະຈິກຜ່ານມາວ່າ: ພະນັກງານຂັ້ນສູງຂອງກະຊວງສາທາລະນະສຸກ ອັຟການີສຖານ ກ່າວວ່າ: ອຳນາດການປົກຄອງອັຟການີສຖານ ຈະສ້າງສູນສຸຂະພາບຢູ່ແຂວງຕ່າງໆໃຫ້ໄດ້ 285 ແຫ່ງ. ທ່ານ ກາລັນດາ ອີບັດ ຮັກສາການລັດຖະມົນຕີກະຊວງສາທາລະນະສຸກກ່າວວ່າ: ກະຊວງໄດ້ຮຽກຮ້ອງໃຫ້ທ່ານໝໍມືອາຊີບ ແລະ ທີ່ໄດ້ຜ່ານການຝຶກອົບຮົມ ທີ່ອາໄສຢູ່ຕ່າງປະເທດກັບຄືນບ້ານເກີດເມືອງນອນ ຍ້ອນວ່າປະເທດຂາດແຄນແພດໝໍ.

ອັຟການີສຖານ ຕ້ອງການຕຽງນອນຄົນເຈັບຈຳນວນ 45.000 ຕຽງ ເພື່ອນຳໃຊ້ໃນການປິ່ນປົວຄົນເຈັບໃນທົ່ວປະເທດ. ປັດຈຸບັນ ອັຟການີສຖານ ມີຕຽງປິ່ນປົວຄົນເຈັບໜ້ອຍກວ່າປະລິມານທີ່ຕ້ອງການ 30%. ອີງຕາມແຜນການຂອງຫ້ອງການປະສານງານວຽກງານດ້ານມະນຸດສະທຳຂອງ ສປຊ ໃຫ້ຮູ້ວ່າ: ປັດຈຸບັນຢູ່ອັຟການີສຖານ ມີ 14 ລ້ານຄົນ ຕ້ອງການການຊ່ວຍເຫຼືອທາງດ້ານການແພດ, ໃນນັ້ນ ມີເດັກນ້ອຍ 7,5 ລ້ານຄົນ ແລະ ແມ່ຍິງ 3,1 ລ້ານຄົນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments