Saturday, July 27, 2024
Homeຂ່າວໜ້າໜຶ່ງທ່ານ ນາຍົກລັດຖະມົນຕີ ເຄື່ອນໄຫວຊີ້ນຳວຽກງານຢູ່ເມືອງຍອດອູ

ທ່ານ ນາຍົກລັດຖະມົນຕີ ເຄື່ອນໄຫວຊີ້ນຳວຽກງານຢູ່ເມືອງຍອດອູ

ໃນວັນທີ 26 ພະຈິກ 2023 ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດ ຮັບ ຜິດຊອບແກ້ໄຂບັນຫາເຄັ່ງຮ້ອນຂອງ ເສດຖະ ກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ (ຫົວໜ້າຄະນະສະເພາະກິດ 19/ກມສພ) ພ້ອມດ້ວຍບັນດາທ່ານ ຮອງລັດຖະມົນຕີ ຈາກກະຊວງ-ອົງການທີ່ກ່ຽວຂ້ອງ ໄດ້ເຄື່ອນໄຫວເຮັດວຽກ ເພື່ອຕິດຕາມຊຸກຍູ້ການພັດທະນາເສດ ຖະກິດ-ສັງຄົມ ແລະ ວຽກງານທີ່ຕິດພັນກັບເມືອງຍອດອູ, ແຂວງຜົ້ງສາລີ ໂດຍມີທ່ານ ຄຳຜອຍ ວັນນະສານ, ເຈົ້າແຂວງໆຜົ້ງສາລີ ພ້ອມດ້ວຍຄະນະນຳແຂວງ ແລະ ເມືອງຍອດອູ ໃຫ້ການຕ້ອນຮັບ ແລະ ເຮັດວຽກຮ່ວມ.

ໃນໂອກາດນີ້, ທ່ານ ສົມຫວັງ ສຸມວິໄລ, ເຈົ້າເມືອງໆຍອດອູ ໄດ້ລາຍງານໃຫ້ຊາບ ກ່ຽວກັບສະພາບຈຸດພິເສດແລະ ການພັດທະນາເສດຖະກິດ-ສັງຄົມຂອງເມືອງ ເຊິ່ງເປັນເມືອງທີ່ຕັ້ງຢູ່ເໜືອສຸດຂອງປະເທດລາວ ຫ່າງຈາກເທດສະ ບານແຂວງ 93 ກິໂລແມັດ, ມີເນື້ອທີ່ທັງໝົດ 3.105 ກວ່າກິໂລຕາແມັດ ໃນນີ້ 97% ເປັນພູດອຍ, ເນື້ອທີ່ປ່າໄມ້ປົກຫຸ້ມ 65%; ແຂວງໄດ້ກຳນົດ 6 ນະໂຍບາຍ ໃນການຈັດສັນອາຊີບໃຫ້ແກ່ປະຊາຊົນ ຄື: ຍົກສູງສະມັດຕະພາບເຂົ້ານາປີ, ປູກພືດ, ປູກຕົ້ນໄມ້ອຸດສາຫະກຳເປັນສິນຄ້າ, ລ້ຽງສັດ ແລະ ເຮັດການບໍລິການ; ປັດຈຸບັນ ທົ່ວເມືອງມີບ້ານພົ້ນທຸກ 22 ບ້ານ, ກວມເອົາ 28,95%, ຄອບຄົວພົ້ນທຸກມີ 3.362 ຄອບຄົວ, ກວມ 52,73%, ຄອບຄົວພັດທະນາມີ 690 ຄອບຄົວ, ກວມ 11,54%. ຖືໂອກາດນີ້, ອໍານາດການປົກຄອງເມືອງ ກໍ່ມີຂໍ້ສະເໜີຈໍານວນໜຶ່ງຕໍ່ແຂວງ ແລະ ສູນກາງ ເພື່ອພິຈາລະນາແກ້ໄຂຊ່ວຍເຫຼືອ ໃນການປັບປຸງໂຄງລ່າງພື້ນຖານຂອງເມືອງ ເປັນຕົ້ນ ປູຢາງເສັ້ນທາງຊອຍ, ກໍ່ສ້າງເສັ້ນທາງເວັ້ນ, ກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ, ກໍ່ສ້າງລະບົບນໍ້າປະປາ, ກໍ່ສ້າງຂົວນໍ້າອູ່, ສ້າງຊົນລະປະທານ ແລະ ອື່ນໆ. ຈາກນັ້ນ, ທ່ານ ບຸນແກ້ວ ຄຳມີໄຊ, ຮອງຫົວໜ້າຄະນະຄຸ້ມຄອງດ່ານສາກົນລານຕຸ້ຍ ກໍ່ໄດ້ຂຶ້ນລາຍງານໃຫ້ຊາບ ກ່ຽວກັບສະພາບຈຸດພິເສດ ແລະ ການຈັດຕັ້ງປະຕິບັດວຽກງານຂອງດ່ານ ເຊິ່ງດ່ານໄດ້ສ້າງຕັ້ງຂຶ້ນໃນປີ 1989 ຫ່າງຈາກເທດສະບານແຂວງໃໝ່ (ເມືອງບຸນເໜືອ) ປະມານ 150 ກິໂລແມັດ, ມີຊາຍແດນຕິດຈອດກັບ ສປ ຈີນ, ດ່ານເຊິ່ງໜ້າແມ່ນ ດ່ານເມືອງຄັງ, ສປ ຈີນ; ດ້ານກົງຈັກການຈັດຕັ້ງຂອງດ່ານ ປະກອບມີ 4 ຂະແໜງ ຄື: ຂະແໜງຕຳຫຼວດກວດຄົນເຂົ້າ-ອອກເມືອງ, ຂະແໜງພາສີ, ຂະແໜງກັກກັນພືດ-ສັດ, ອາຫານ ແລະ ຢາ; ແລະ ຂະແໜງບໍລິຫານ ມີພະນັກງານທັງໝົດ 25 ທ່ານ. ນອກນັ້ນ, ຍັງລາຍງານ ກ່ຽວກັບສະພາບການບໍລິການທີ່ພັກລົດສິນຄ້າ, ສາງຝາກສິນຄ້າ ແລະ ຄ່ຽນຖ່າຍສິນຄ້າ, ລວມທັງ ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ຂໍ້ສະເໜີຂອງຜູ້ປະກອບການ ຕໍ່ລັດຖະບານ.

ໃນໂອກາດດຽວກັນ, ທ່ານ ນາຍົກລັດ ຖະມົນຕີ ໄດ້ໃຫ້ກຽດໂອ້ລົມ ຕໍ່ການນຳຂອງແຂວງ, ເມືອງ ແລະ ພາກ ສ່ວນກ່ຽວຂ້ອງ ໃຫ້ເອົາໃຈໃສ່ວຽກງານບາງດ້ານຕື່ມ ເປັນຕົ້ນ ໃຫ້ກວດກາຄືນການຈັດສັນພຸມລຳເນົາຂອງປະຊາຊົນ ໂດຍແຍກພື້ນທີ່ການພັດທະນາ ແລະ ພຶ້ນທີ່ທາງຫຼວງແຫ່ງຊາດ ໃຫ້ຈະແຈ້ງ; ການຈັດສັນອາຊີບປະຊາຊົນ ໃຫ້ເນັ້ນຊຸກຍູ້ສົ່ງເສີມການປູກພືດເປັນສິນຄ້າ ແລະ ປູກພືດທົດແທນການປູກຝິ່ນ, ນຳໃຊ້ທ່າແຮງຂອງເມືອງ ເຂົ້າໃນການພັດທະນາ ເປັນຕົ້ນ ການປູກຊາ ແລະ ອື່ນໆ; ໃຫ້ຂະແໜງກະສິກຳ ແລະ ປ່າໄມ້ ປະເມີນຄືນ ຜົນການຈັດຕັ້ງປະຕິບັດດຳລັດ ເລກທີ 348/ລບ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ; ສຳລັບການປັບປຸງໂຄງລ່າງພື້ນຖານຕ່າງໆນັ້ນ ໃຫ້ແຂວງສັງລວມ ແລະ ຂຶ້ນແຜນນຳໃຊ້ບ້ວງງົບປະມານປົກກະຕິຂອງແຂວງ ຫຼື ງົບປະມານເກີນແຜນ (ກໍລະນີທ້ອງຖິ່ນເກັບລາຍຮັບໄດ້ເກີນແຜນ) ໂດຍຈັດເປັນບຸລິມະສິດ ໂຄງການລົງທຶນຄັກແນ່; ສຳລັບດ່ານສາກົນລານຕຸ້ຍ ໃຫ້ເອົາໃຈໃສ່ການອຳນວຍຄວາມສະດວກ, ການບໍລິການ ໃຫ້ມີຄວາມທັນສະໄໝ, ວ່ອງໄວ, ໂປ່ງໃສ, ປະຕິບັດໜ້າທີ່ ບົນຈິດໃຈຄວາມເສຍສະຫຼະ ແລະ ຮັບໃຊ້ປະຊາຊົນ ຢ່າງແທ້ຈິງ; ໃຫ້ກະຊວງການເງິນ ສົມທົບ ກັບກະຊວງໂຍທາທິການ ແລະ ຂົນສົ່ງ ກວດກາຄືນການເກັບຄ່າບໍລິການຂົນສົ່ງສິນຄ້າ ໃຫ້ມີຄວາມເປັນເອກະພາບ. ສ່ວນຂໍ້ສະເໜີ ຈຳນວນໜຶ່ງ ແມ່ນມອບໃຫ້ກະຊວງກ່ຽວຂ້ອງ ສົມທົບກັບອົງການປົກຄອງທ້ອງຖິ່ນ ປຶກສາຫາລືຮ່ວມກັນ ເພື່ອນຳເອົາບັນຫາຕ່າງໆ ໄປພິຈາລະນາແກ້ໄຂ, ແລ້ວລາຍງານລັດຖະບານ ມີທິດຊີ້ນຳຕື່ມ.

ການຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງຍອດອູ ຄັ້ງນີ້, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ມອບເຄື່ອງນຸ່ງຫົ່ມ ຈຳນວນໜຶ່ງ ເພື່ອຕ້ານໄພໜາວ ໃຫ້ອໍານາດການປົກຄອງເມືອງຍອດອູ ນຳໄປແຈກຢາຍໃຫ້ປະຊາຊົນ ຜູ້ທີ່ທຸກຍາກຂາດ ເຂີນ ຢູ່ຫ່າງໄກສອກຫຼີກ ຕື່ມອີກ.

ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments