Sunday, September 8, 2024
Homeທຸລະກິດງານບຸນພະທາດຫຼວງ ໄດ້ເປີດໂອກາດໃຫ້ຜູ້ປະກອບການຄ້າຂາຍ

ງານບຸນພະທາດຫຼວງ ໄດ້ເປີດໂອກາດໃຫ້ຜູ້ປະກອບການຄ້າຂາຍ

ງານບຸນນະມັດສະການພະທາດຫຼວງ ເປັນບຸນປາງໃຫຍ່ຂອງມວນຊົນລາວທັງປະເທດ ໂດຍສະ ເພາະແມ່ນຊາວນະຄອນຫຼວງວຽງຈັນ ໃນແຕ່ລະປີພໍ່ແມ່ປະຊາຊົນຈະພາກັນຫຼັງໄຫຼເຂົ້າມາທ່ຽວຊົມເປັນຈຳນວນຫຼວງຫຼາຍ ພ້ອມດຽວກັນນີ້ພໍ່ຄ້າຊາວຂາຍກໍ່ໄດ້ນຳເອົາເຄື່ອງຂອງມາຂາຍໃນງານບຸນດັ່ງກ່າວ ໃນນີ້ ທ່ານນາງ ສົມເພັດ ພັນທະລາວົງ ເຈົ້າຂອງຮ້ານສີ້ນໄໝ ກໍໄດ້ນຳເອົາສິນຄ້າປະເພດສິ້ນຝ້າຍ ສິ້ນໄໝວາງວາງຂາຍ.

ທ່ານນາງ ສົມເພັດ ພັນທະລາວົງ ໃຫ້ສຳພາດວ່າ ເມື່ອໃກ້ຈະຮອດງານບຸນນະມັດສະການພະທາດຫຼວງວຽງຈັນຕົນເອງກໍໄດ້ກະກຽມເຄື່ອງເພື່ອມາງວາງໃນງານດັ່ງກ່າວ ໂດຍສະເພາະແມ່ນສິ້ນຝ້າຍ ສິ້ນໄໝຕ່າງໆ ເຄື່ອງທີ່ນຳມາວາງຂາຍສ່ວນໃຫຍ່ແມ່ນມາຈາກຊ່າງຕໍ່າຫູກຢູ່ແຂວງຫົວພັນ ຊຽງຂວາງ ແລະ ຢູ່ນະຄອນຫຼວງວຽງຈັນຈຳນວນໜຶ່ງ ນອກຈາກເກັບຊື້ນຳປະຊາຊົນແລ້ວຍັງໄດ້ສົ່ງເສີມເອື້ອຍນ້ອງແມ່ຍິງຈຳນວນໜຶ່ງທີ່ຂາດທຶນຮອນດ້ວຍການລົງທຶນຊື້ອຸປະກອນໃນການຕໍ່ຫູກໃຫ້ເຂົາເຈົ້າ ຫຼັງຈາກຕໍ່າໄດ້ແລ້ວຈຶ່ງຫັກເອົາເທື່ອລະໜ້ອຍ ທັງນີ້ກໍ່ເພື່ອໃຫ້ໂອກາດ ແລະ ສ້າງວຽກເຮັດງານທຳໃຫ້ແກ່ເອື້ອຍນ້ອງແມ່ຍິງທີ່ຂາດເຂີນທຶນຮອນໃນການປະກອບອາຊີບອີກດ້ວຍ.

ສຳລັບການເຂົ້າຮ່ວມງານນະມັດສະການພະທາດຫຼວງວຽງຈັນແມ່ນເຂົ້າຮ່ວມທຸກໆປີ ໃນປີຜ່ານໆມາແມ່ໄດ້ຂາຍດີພໍສົມຄວນ ປີນີ້ກໍໄດ້ເອົາເຄື່ອງມາຫຼາຍພໍສົມຄວນສ່ວນລາຄາແມ່ນຂາຍຫຼຸດຈາກຢູ່ຮ້ານເລັກນ້ອຍ ລາຄາກໍຈະສູງຂຶ້ນເລັກນ້ອຍເນື່ອງຈາກວ່າສະພາບເສດຖະກິດເຮັດໃຫ້ອຸປະກອນຕ່າງໆເພີ່ມຂຶ້ນ ແລະ ຄ່າເຊົ່າສະຖານທີ່ກໍເພີ່ມຂຶ້ນຫຼາຍທຽບໃສ່ປີຜ່ານມາ ສິນຄ້າທີ່ເປັນເອກລັກຂອງຮ້ານແມ່ນສິ້ນຝ້າຍ ແລະ ໄໝມ້ອນໂດຍເນັ້ນໃສ່ຄຸນນະພາບຂອງການຕໍ່າ ຄວາມປານີດ ລວດລາຍ ໄໝທີ່ມີຄຸນນະພາບ ຮ້ານຕັ້ງຢູ່ຕະຫຼາດເຊົ້າຊ໋ອບປິງມໍ 2 ຢູ່ຊັ້ນໃຕ້ດິນ ຫຼັງຈາກແລ້ວງານບຸນແລ້ວສາມາດໄປເລືອກຊື້ຢູ່ຮ້ານໄດ້.

#VientianeMai

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments