Sunday, September 8, 2024
Homeຂ່າວການເມືອງລາວ ຮ່ວມກອງປະຊຸມ ອົງການໃຈກາງປະສານງານອາຊຽນ ກ່ຽວກັບການຮ່ວມມືທາງອາຍາ ຄັ້ງທີ 1

ລາວ ຮ່ວມກອງປະຊຸມ ອົງການໃຈກາງປະສານງານອາຊຽນ ກ່ຽວກັບການຮ່ວມມືທາງອາຍາ ຄັ້ງທີ 1

ຄະນະຜູ້ແທນ ອົງການໄອຍະການປະຊາຊົນສູງສຸດ ນຳໂດຍ ທ່ານ ຄຳເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ເຂົ້າຮ່ວມກອງປະຊຸມອາຊຽນຂັ້ນ ລັດຖະມົນຕີ, ຫົວໜ້າອົງການໄອຍະການສູງສຸດອົງການໃຈກາງປະສານງານອາຊຽນ ກ່ຽວກັບການຮ່ວມມືທາງອາຍາ ຄັ້ງທີ 1 ທີ່ປະເທດ ບຣູໄນ ດາລູຊາລາມ ໃນວັນທີ 22 ພະຈິກ 2023 ຜ່ານມາ ໂດຍມີລັດຖະມົນຕີ, ຫົວໜ້າອົງການໄອຍະການສູງສຸດ, ພະນັກງານວິຊາການ ອົງການໄອຍະການປະເທດສະມາຊິກອາຊຽນ ແລະ ກອງເລຂາອາຊຽນ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງການລາຍງານ ການຈັດຕັ້ງປະຕິບັດສົນທິສັນຍາອາຊຽນ ວ່າດ້ວຍການຮ່ວມມືທາງອາຍາ ໂດຍບັນດາປະເທດສະມາຊິກອາຊຽນ ເຫັນໄດ້ຄວາມສຳຄັນຂອງການຮ່ວມມື, ຄວາມໝາຍໝັ້ນ, ສິ່ງທ້າທາຍ, ຄວາມຮັບຜິດຊອບຂອງບັນດາປະເທດສະມາຊິກໃນການຈັດຕັ້ງປະຕິບັດພັນທະຂອງຕົນ ຕາມສົນທິສັນຍາ ມີຜົນສຳ ເລັດ, ຮັບຮອງເອົາບົດລາຍງານກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ກ່ຽວກັບການຮ່ວມມືທາງອາຍາປີ 2021, 2022 ຜ່ານມາ; ເຫັນດີໃຫ້ປະເທດກຳປູເຈຍ ຕາມລຳດັບຕົວອັກສອນ ເປັນເຈົ້າພາບກອງປະຊຸມອົງການໃຈກາງປະສານງານອາຊຽນ ກ່ຽວກັບການຮ່ວມມືທາງອາຍາ ຄັ້ງທີ 2 ໃນປີ 2026; ເຫັນດີໃຫ້ປະເທດອິນໂດເນເຊຍ ເປັນເຈົ້າພາບຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ກ່ຽວກັບການຮ່ວມມືທາງອາຍາ ໃນປີ 2024 ແລະ ສປປ ລາວ ໃນປີ 2025; ຮັບຮອງເອົາຖະແຫລງການກອງປະຊຸມ ຊຶ່ງບັນດາປະເທດສະມາຊິກອາຊຽນ ໄດ້ໃຫ້ຄຳໝັ້ນສັນຍາໃນການຈັດຕັ້ງປະຕິບັດສົນທິສັນຍາດັ່ງກ່າວ ບົນພື້ນຖານລັດຖະທຳມະນູນ, ກົດໝາຍຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ, ປະກອບສ່ວນສຳຄັນ ເຂົ້າໃນການຕ້ານອາຊະຍາກຳຂ້າມຊາດ, ນຳເອົາຜູ້ກະທຳຜິດມາລົງໂທດຕາມກົດໝາຍຢ່າງສັກສິດ, ເຮັດໃຫ້ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດມີການພັດທະ ນາຂະຫຍາຍຕົວຕໍ່ເນື່ອງຢ່າງບໍ່ຢຸດຢັ້ງ. ໃນວາລະເຂົ້າຮ່ວມກອງປະຊຸມດັ່ງກ່າວ ຄະນະຜູ້ແທນ ຍັງໄດ້ພົບປະກັບຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມຈຳນວນໜຶ່ງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments