Sunday, September 8, 2024
Homeຂ່າວໜ້າໜຶ່ງສໍາມະນາ ເພີ່ມທະວີການເຊື່ອມຈອດ ແລະ ແບ່ງປັນຄວາມຈະເລີນກ້າວໜ້າ

ສໍາມະນາ ເພີ່ມທະວີການເຊື່ອມຈອດ ແລະ ແບ່ງປັນຄວາມຈະເລີນກ້າວໜ້າ

ສູນອາຊຽນ-ຈີນ ຈັດສໍາມະນາ ພາຍໃຕ້ຫົວຂໍ້: “ເພີ່ມທະວີການເຊື່ອມຈອດ ແລະ ແບ່ງປັນຄວາມຈະເລີນກ້າວໜ້າ: ຜົນສໍາເລັດ ແລະ ທ່າແຮງຂອງການເຊື່ອມສານ ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ແລະ ແຜນແມ່ບົດວ່າດ້ວຍ ການເຊື່ອມຈອດອາຊຽນ 2025” ແລະ ບັນດາກິດຈະກໍາຕ່າງໆ ໃນວັນທີ 27 ພະຈິກ 2023 ຢູ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະ ມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດ, ມີທ່ານ ນາງ ເສີນ ເຢເຢ ຮອງປະທານສະພາປະຊາຊົນທີ່ປຶກສາການເມືອງ ສປ ຈີນ, ທ່ານ ສື ຈົງຈຸນ, ເລຂາທິການໃຫຍ່ສູນອາຊຽນ-ຈີນ, ມີບັນດາ ລັດຖະມົນຕີ, ຮອງລັດຖະມົນຕີຈາກປະເທດສະມາຊິກອາຊຽນ, ພ້ອມດ້ວຍບັນດາແຂກຈາກສະຖານທູດປະເທດສະມາຊິກອາຊຽນ ທີ່ ສປປ ລາວ ແລະ ພາກທຸລະກິດຈາກ ສປປ ລາວ ແລະ ສປ ຈີນ ເຂົ້າຮ່ວມ.

ການມາຈັດກິດຈະກຳຂອງ ສູນອາຊຽນ-ຈີນ ທີ່ ສປປ ລາວ ໃນຄັ້ງນີ້, ເພື່ອສົ່ງເສີມການຮ່ວມມືໃນວຽກງານການເຊື່ອມໂຍງ-ເຊື່ອມຈອດ ແລະ ຜັນຂະຫຍາຍຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ກໍຄື ແຜນແມ່ບົດວ່າດ້ວຍການເຊື່ອມຈອດອາຊຽນ 2025 ໃຫ້ມີປະສິດທິຜົນຫລາຍຂຶ້ນກວ່າເກົ່າ ແລະ ທັງເປັນການຈັດ ຕັ້ງປະຕິບັດພາລະບົດບາດ ກໍຄື ບັນດາກິດຈະກໍາຂອງ ສູນອາຊຽນ-ຈີນ ໃນການສົ່ງເສີມການຮ່ວມມືທາງດ້ານການຄ້າ, ການລົງທຶນ, ການສຶກສາ, ວັດທະນະທຳ ແລະ ການທ່ອງທ່ຽວ ລະຫວ່າງອາຊຽນ ແລະ ຈີນ ລວມທັງ ສປປ ລາວ ໃຫ້ນັບມື້ນັບຂະຫຍາຍຕົວ ແລະ ມີໝາກຜົນຕົວຈິງ.

ທ່ານ ສະເຫລີມໄຊ ກົມມະສິດ ໄດ້ມີຄຳເຫັນວ່າ: ສຳລັບ ສປປ ລາວ, ການຈັດຕັ້ງປະຕິບັດຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ໂດຍສະເພາະໂຄງການທາງລົດໄຟ ລາວ-ຈີນ, ໂຄງການທາງດ່ວນໃນປະເທດ ແລະ ໂຄງການແລວເສດຖະກິດອື່ນໆ ໄດ້ປະກອບສ່ວນໂດຍກົງໃຫ້ແກ່ ສປປ ລາວ ໃນການ ຫັນປະເທດທີ່ບໍ່ມີຊາຍແດນຕິດຈອດທະເລ ໄປສູ່ປະເທດເຊື່ອມໂຍງ-ເຊື່ອມຈອດພາກພື້ນ ຢ່າງເປັນຮູບປະທໍາ ແລະ ຈະສືບຕໍ່ຈັດຕັ້ງປະຕິບັດ ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງແລະ ແຜນແມ່ບົດ ວ່າດ້ວຍການເຊື່ອມຈອດອາຊຽນ 2025 (MPAC 2025) ໃຫ້ມີປະສິດທິຜົນຍິ່ງໆຂຶ້ນ.

ການຈັັດກິດຈະກໍາຂອງ ສູນອາຊຽນ-ຈີນ ຢູ່ ສປປ ລາວ ໃນຄັ້ງນີ້, ແມ່ນສອດຄ່ອງກັບຄໍາຂວັນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ຄື: ເພີ່ມທະວີການເຊື່ອມຈອດ ແລະ ຄວມເຂັ້ມແຂງອາຊຽນ (ASEAN: Enhancing Connectivity and Resilience)”.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments