Saturday, July 27, 2024
Homeຂ່າວໜ້າໜຶ່ງໃຕ້ໄຟສີສົ້ມໃສ່ປະຕູໄຊ ໂອກາດລະນຶກວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ

ໃຕ້ໄຟສີສົ້ມໃສ່ປະຕູໄຊ ໂອກາດລະນຶກວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ

ຄະນະກໍາມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ຮ່ວມກັບຄູ່ຮ່ວມພັດທະນາ ໃຕ້ໄຟສີສົ້ມໃສ່ປະຕູໄຊ ຫລື ປ່ຽນປະຕູໄຊໃຫ້ເປັນສີສົ້ມ ໃນຕອນຄໍ່າວັນທີ 24 ພະຈິກ 2023 ເພື່ອລະນຶກວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ ຫລື ທີ່ເອີ້ນວ່າ ຂະບວນການ 16 ວັນ ເພື່ອຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ຊຶ່ງເລີ່ມແຕ່ວັນທີ 25 ພະຈິກ ເຖິງ ວັນທີ 10 ທັນວາ ຂອງທຸກໆປີ.

ການລະນຶກວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ໃນປີນີ້ພາຍໃຕ້ຫົວຂໍ້: ຮ່ວມກັນ! ລົງ ທຶນໃສ່ການປ້ອງກັນ ແລະ ແກ້ໄຂຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ເພື່ອເປັນການປຸກລະດົມທົ່ວໂລກ ປ້ອງກັນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ, ທັງເປັນລະດົມທຶນເຂົ້າໃສ່ໃນວຽກງານການປ້ອງກັນ ແລະ ແກ້ໄຂຄວາມຮຸນແຮງ ໂດຍສະເພາະການຈັດສັນຂອງລັດຖະບານ ແລະ ທຶນຊ່ວຍ ເຫລືອທາງການເພື່ອການພັດທະນາ ຜ່ານການສະໜັບສະໜູນການຈັດຕັ້ງປະຕິບັດນະໂຍບາຍ, ນິຕິກຳຂອງລັດຖະບານ ໂດຍເພາະກົດໝາຍ ແລະ ນະໂຍບາຍລະດັບຊາດ ທີ່ເປັນການປ້ອງກັນ ແລະ ແກ້ໄຂຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ.

ການໃຕ້ໄຟສີສົ້ມ ໃສ່ສະຖານທີ່ສຳຄັນຂອງແຕ່ລະປະເທດ ເພື່ອເປັນສັນຍາລັກ ໃຫ້ຮູ້ວ່າ ສີສົ້ມ ເປັນສີທີ່ສົດໃສ ແລະ ເບິ່ງໂລກໃນມຸມມອງທີ່ດີ, ເປັນສີທີ່ສະແດງເຖິງອະນາຄົດທີ່ສົດໃສ ປາສະຈາກຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ, ເຊັ່ນດຽວກັບ ສປປ ລາວ ທີ່ໃຕ້ສີສົ້ມໃສ່ປະຕູໄຊ ເພື່ອປະກາດໃຫ້ທົ່ວສັງຄົມ ແລະ ວົງຄະນາຍາດສາກົນຮັບຮູ້ວ່າ ສປປ ລາວ ຢັ້ງຢືນທີ່ຈະປ້ອງກັນ, ແກ້ໄຂ ແລະ ຮ່ວມພະລັງປ້ອງກັນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ.

ທ່ານ ນາງ ອາລີ ວົງໜໍ່ບຸນທຳ ປະທານສູນກາງສະຫະພັນແມ່ຍິງລາວ, ຮອງປະທານ ຜູ້ປະຈໍາການ ຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ໄດ້ກ່າວວ່າ: ຄວາມຮຸນແຮງຕໍ່ແມ່ຍິງ ເມື່ອເກີດຂຶ້ນແລ້ວມີຜົນກະທົບຍາວນານ ຕ້ອງປະເຊີນກັບບັນຫາດ້ານສຸຂະ ພາບ, ຄວາມສາມາດຂອງເຂົາເຈົ້າທີ່ຈະຫາລ້ຽງຊີບ ແລະ ເຂົ້າຮ່ວມຊີວິດໃນສັງຄົມກໍ່ຫລຸດໜ້ອຍຖອຍລົງ, ສ່ວນລູກເຕົ້າກໍຜະເຊີນກັບຄວາມສ່ຽງຢ່າງໃຫຍ່ຫລວງທາງດ້ານສຸຂະພາບ, ບັນຫາການສຶກສາຮ່ຳ ຮຽນ ແລະ ມີການປະພຶດຕົວທີ່ຜິດປົກກະຕິ ແລະ ຍັງເປັນສາເຫດເຮັດໃຫ້ຫລຸດຜ່ອນຊັບພະຍາກອນມະນຸດ ທີ່ສາມາດອອກແຮງງານໄດ້ຢ່າງເຕັມສ່ວນ ແລະ ຂໍຮຽກຮ້ອງມາຍັງທຸກພາກສ່ວນ ການຈັດຕັ້ງພັກ, ລັດ, ຄູ່ຮ່ວມພັດທະນາ ແລະ ສັງຄົມ ຈົ່ງພ້ອມກັນ ລົງທຶນໃສ່ປ້ອງກັນ ແລະ ແກ້ໄຂຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments