Sunday, September 8, 2024
Homeຂ່າວໜ້າໜຶ່ງສານຂອງ​​ພະນະທ່ານ ສອນ​ໄຊ ສີ​ພັນ​ດອນ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ ແຫ່​ງ ສ​ປ​ປ ລາວ ເນື່ອງ​ໃນ​ໂອ​ກາດ ລະ​ນຶກວັນ​ສາ​ກົນ​ ເພື່ອລຶບລ້າງຄວາມ​ຮຸນ​ແຮງ​ຕໍ່​ແມ່​ຍິງ 25 ພະ​ຈິກ...

ສານຂອງ​​ພະນະທ່ານ ສອນ​ໄຊ ສີ​ພັນ​ດອນ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ ແຫ່​ງ ສ​ປ​ປ ລາວ ເນື່ອງ​ໃນ​ໂອ​ກາດ ລະ​ນຶກວັນ​ສາ​ກົນ​ ເພື່ອລຶບລ້າງຄວາມ​ຮຸນ​ແຮງ​ຕໍ່​ແມ່​ຍິງ 25 ພະ​ຈິກ  2023

  • ບັນດາທ່ານການນຳພັກລັດ ທີ່ນັບຖື ແລະ ຮັກແພງ!
  • ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫຼາຍ!

      ມື້ນີ້ ວັນທີ 25 ພະ​ຈິກ ​ເປັນອີກຄັ້ງໜຶ່ງ ທີ່ ສປປ ລາວ ແລະ ທົ່ວໂລກ ພ້ອມກັນລະນຶກເຖິງວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ, ​ຊຶ່ງເປັນວັນ ທີ່ປະຊາຄົມໂລກ ສະແດງຄວາມໝາຍໝັ້ນຂອງຕົນ ໃນການປ້ອງກັນ ແລະ ແກ້ໄຂຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ເດັກຍິງ. ການດຳເນີນຂະບວນການໃນປີນີ້ ພາຍໃຕ້ຫົວຂໍ້: ຮ່ວມກັນ! ລົງທຶນໃສ່ການປ້ອງກັນ ແລະ ແກ້ໄຂ ຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ເດັກຍິງ.

ໃນທົ່ວໂລກ ແມ່ຍິງ ໄດ້ປະສົບກັບຄວາມຮຸນແຮງເພີ່ມຂຶ້ນເລື້ອຍໆ ໃນສະພາບແວດລ້ອມຕ່າງໆ ລວມທັງ ໃນສະຖານທີ່ເຮັດວຽກ ແລະ ທາງໄກ ຜ່ານອອນລາຍ,  ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່​ຍິງ​  ຍັງ​ສົ່ງ​ຜົນ​ສະ​ທ້ອນ​ທາງ​ດ້ານ​ເສດ​ຖະ​ກິດ-​ສັງ​ຄົມ​ຢ່າງ​ກວ້າງ​ຂວາງ ຕໍ່​ບຸກຄົນ, ຄອບ​ຄົວ, ຊຸມ​ຊົນ ແລະ ສັງ​ຄົມ, ທັງກີດ​ຂວາງ​ການ​ບັນ​ລຸເປົ້າໝາຍ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ;

ໃນ​ທົ່ວ​ໂລກ, ຄາດ​ຄະ​ເນ​ວ່າ ມີຄ່າ​ໃຊ້​ຈ່າຍ​ໃນການປົວແປງຈິດໃຈ ແລະ   ແກ້ໄຂຜົນເສຍຫາຍ ຈາກ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່​ຍິງ (ພາກ​ລັດ, ເອ​ກະ​ຊົນ ແລະ ສັງ​ຄົມ) ມີ​ມູນ​ຄ່າ 1.500 ຕື້ໂດລາສະຫະລັດ. ຕາມການສຳຫຼວດປີ 2014 ຂອງ ສປປ ລາວ ເຫັນວ່າ ແມ່ຍິງຖືກຄວາມຮຸນແຮງ ຈາກຜູ້ເປັນຜົວ ທາງດ້ານຮ່າງກາຍ, ທາງເພດ ແລະ ທາງຈິດໃຈ ແມ່ນ 15,3% ແລະ ແມ່ຍິງອາຍຸ 15 ປີຂຶ້ນໄປ ຖືກຄວາມຮຸນແຮງທາງຮ່າງກາຍ 5,1% ແລະ ທາງເພດ 5,3%; ຄາດຄະເນຄ່າໃຊ້ຈ່າຍເຂົ້າໃນການຊ່ວຍເຫຼືອ ໃນສາມປີຕໍ່ໜ້າ ຈະມີຄ່າໃຊ້ຈ່າຍປະມານ 14 ລ້ານໂດລາສະຫະລັດ.

  • ພີ່​ນ້ອງ​ຮ່ວມ​ຊາດ​ທີ່​ຮັກ​ແພງ​ທັງຫຼາຍ!

​ຂ້າພະເຈົ້າ ຕາງໜ້າໃຫ້ລັດຖະບານລາວ ຮ່ວມກັບວົງຄະນາຍາດສາກົນ ໃນທົ່ວໂລກ ພ້ອມກັນລະນຶກເຖິງ ວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ປະຈຳ ປີ 2023 ພາຍໃຕ້ຫົວຂໍ້ ຮ່ວມກັນ! ລົງທຶນໃສ່ການປ້ອງກັນ ແລະ ແກ້ໄຂ ຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ເດັກຍິງ ນັບແຕ່ເວລານີ້ ເປັນຕົ້ນໄປ.

ໃນ 1 ປີ ຜ່ານມາ, ລັດຖະບານ ໄດ້ຮ່ວມກັບພາກສ່ວນທີ່ກ່ຽວ ຂ້ອງຕ່າງໆ ເອົາໃຈໃສ່ປ້ອງກັນ ແລະ ແກ້ໄຂຄວາມ​ຮຸນ​ແຮງ​ຕໍ່​ແມ່​ຍິງ ແລະ ເດັກ​ຍິງ ຢູ່ ສປປ ລາວ ​ໃຫ້​ໄດ້​ຮັບ​ຜົນ​ດີຕະຫຼອດ​ມາ, ອັນພົ້ນເດັ່ນ ແມ່ນໄດ້ສຳເລັດ ເຄື່ອງມືໃນການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ໂດຍສຳເລັດ ມາດ​ຕະ​ຖານ​ດຳ​ເນີນ​ງານ​ການ​ປະ​ສານ, ການ​ຄຸ້ມ​ຄອງ​ການ​ປະ​ສານ​ງານ ແລະ ​ການສົ່ງ​ຕໍ່ ແມ່​ຍິງ ແລະ ເດັກ​ຍິງ ທີ່​ຖືກ​ຄວາມ​ຮຸນ​ແຮງ; ມາດ​ຕະ​ຖານ​ດຳ​ເນີນ​ງານວຽກງານ ຕອບສະໜອງການບໍລິການ ແກ່ຜູ້ທີ່ຖືກຄວາມຮຸນແຮງ ສຳລັບສະຖານທີ່​ບໍລິການສຸຂະພາບ; ມາດຕະຖານການດໍາເນີນງານ ການປົກປ້ອງ ແລະ ການບໍລິການຊ່ວຍເຫຼືອ ທາງດ້ານສັງຄົມ ແລະ ມາດຕະຖານການດໍາເນີນງານ ການ​ຊ່ວຍ​ເຫຼືອ​ດ້ານ​ຂະ​ບວນ​ການ​ຍຸ​ຕິ​ທຳ ພ້ອມທັງ ຝຶກອົບຮົມໃຫ້​ຄວາມ​ຮັບຮູ້ ກ່ຽວ​ກັບ​ເຄື່ອງ​ມື​ທີ່​ກ່າວ​ມານັ້ນ ໃຫ້ແກ່ໜ່ວຍງານຕ່າງໆ ທີ່ກ່ຽວຂ້ອງການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ໂດຍດຳເນີນການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ໄດ້ທັງໝົດ 158 ກໍລະນີ. ໃນນັ້ນ ຫຼາຍກວ່າໝູ່ແມ່ນຄວາມຮຸນແຮງທາງເພດ ຊຶ່ງໄດ້ໃຫ້ການຊ່ວຍເຫຼືອດ້ານຄຳປຶກສາ, ການກວດ ແລະ ປິ່ນປົວສຸຂະພາບ, ທີ່ພັກເຊົາ ແລະ ການດຳເນີນຄະດີ;

ພ້ອມນັ້ນ ໄດ້ມີການໂຄສະນາເຜີຍແຜ່ປູກຈິດສຳນຶກ ກ່ຽວກັບການຕ້ານ ແລະ ສະກັດກັ້ນ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ດ້ວຍຫຼາຍຮູບຫຼາຍສີ ຜ່ານສື່ອອນລາຍ, ຝຶກອົບຮົມສຳມະນາ ແລະ ແຈກຢາຍເອກະສານ ເພື່ອປ່ຽນແປງການປະພຶດ, ວັດທະນະທໍາ, ຮີດຄອງປະເພນີ, ຄວາມເຊື່ອຖື ແລະ ທັດສະນະຄະຕິ ທີ່ເປັນການໝິ່ນປະໝາດ, ຈຳແນກ ແມ່ຍິງ ແລະ ເດັກຍິງ ໂດຍສະເພາະ ໃຫ້ແມ່ຍິງຮູ້ສິດຂອງຕົນເອງ ລວມທັງ ການມີສ່ວນຮ່ວມຂອງທ່ານຊາຍ ໃນການຕ້ານການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ເດັກຍິງ.

  • ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫຼາຍ!

ໃນໂອກາດລະນຶກເຖິງ ວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ປີ 2023 ນີ້. ຂ້າພະເຈົ້າ, ຂໍຖືໂອກາດນີ້ ຕາງໜ້າໃຫ້ລັດຖະບານ ສະແດງຄວາມຊົມເຊີຍ ມາຍັງການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ  ອົງການຈັດຕັ້ງມະຫາຊົນ, ອົງການປົກຄອງທ້ອງຖິ່ນ, ພາກເອກະຊົນ ຕະຫຼອດຮອດປະຊາຊົນບັນດາເຜົ່າ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນວຽກງານປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ.

ພ້ອມກັນນີ້, ກໍຂໍສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງປະເທດເພື່ອນມິດ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ ແລະ ອົງການ ຈັດຕັ້ງທາງສັງຄົມຕ່າງໆ ທີ່ໄດ້ໃຫ້ການສະໜັບສະໜູນ ສປປ ລາວ ໃນການຈັດຕັ້ງປະຕິບັດນະໂຍບາຍຂອງລັດຖະບານ ກ່ຽວກັບວຽກງານດັ່ງກ່າວ.

ຮອດເວລາທີ່ເໝາະສົມແລ້ວ ທີ່ພວກເຮົາຈະມີການລົງທຶນຫຼາຍ  ໃສ່ການປ້ອງກັນ ແລະ ແກ້ໄຂຄວາມຮຸນແຮງຕໍ່ ແມ່ຍິງ ແລະ ເດັກຍິງ, ຂ້າພະເຈົ້າ ຂໍຮຽກຮ້ອງທຸກພາກສ່ວນ ຈາກລັດຖະບານ, ຄູ່ຮ່ວມພັດ ທະນາ, ພາກເອກະຊົນ ແລະ ປະຊາຊົນບັນດາເຜົ່າ ຈົ່ງຍົກສູງຄວາມຮັບຜິດຊອບ ຮ່ວມແຮງຮ່ວມໃຈກັນ ປ້ອງກັນ ແລະ ແກ້ໄຂຄວາມຮຸນແຮງ ດ້ວຍການສະແດງທັດສະນະຈຸດຢືນອັນດຽວກັນ ກັບລັດຖະບານ, ມີສ່ວນຮ່ວມໃນກິດຈະກໍາ ແລະ ງານຕ່າງໆ ເພື່ອເປັນການປຸກລະດົມ ໃຫ້ທຸກຮຸ່ນຄົນໃນທົ່ວສັງຄົມ ປ້ອງກັນການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ເດັກຍິງ, ທັງມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງ ກ່ຽວກັບຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ເດັກຍິງ;

ການລຶບລ້າງຄວາມຮຸນແຮງ ປະສົບຜົນສຳເລັດໄດ້ ກໍແມ່ນຜ່ານການປ້ອງກັນການໃຊ້ຄວາມຮຸນແຮງເທົ່ານັ້ນ ໂດຍສະເພາະ ການມີສ່ວນຮ່ວມຂອງຫຼາຍພາກສ່ວນ, ການໃຫ້ຄວາມໝາຍໝັ້ນຂອງການນຳ    ໃນການສົ່ງເສີມວຽກງານດັ່ງກ່າວ, ການຈັດຕັ້ງປະຕິບັດກົດໝາຍ ແລະ ນະໂຍບາຍ ທີ່ເປັນການສົ່ງເສີມຄວາມສະເໝີພາບຍິງ-ຊາຍ, ການລົງ ທຶນໃສ່ ການຈັດຕັ້ງຂອງແມ່ຍິງ, ການຈັດສັນຊັບພະຍາກອນ ໃສ່ການປ້ອງກັນ ແລະ ແກ້ໄຂການຈຳແນກ ໃນຫຼາຍຮູບແບບ ທີ່ແມ່ຍິງພວມປະເຊີນໜ້າໃນແຕ່ລະວັນ, ສ້າງຄວາມເຂັ້ມແຂງ ໃຫ້ແມ່ຍິງ ແລະ ເດັກ ໃນທຸກຂົງເຂດທົ່ວສັງຄົມ, ຮັບປະກັນການບໍລິການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ຈາກຄວາມຮຸນແຮງ; ສ້າງສະພາບແວດລ້ອມທີ່ປອດໄພ ສໍາລັບແມ່ຍິງ ແລະ ເດັກຍິງ, ຫຼຸດຜ່ອນຄວາມທຸກຍາກ ໂດຍເລີ່ມຈາກການສ້າງຄວາມເຂັ້ມແຂງດ້ານເສດຖະກິດ ໃຫ້ແມ່ຍິງ ຫຼື ເສດຖະກິດຄອບຄົວ.

ທ້າຍສຸດນີ້, ຂ້າພະເຈົ້າ ຂໍອວຍພອນ ໃຫ້ການລະນຶກເຖິງ     ວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ໃນປີນີ້ ພາຍໃຕ້ຄຳຂວັນ: ຮ່ວມກັນ! ລົງທຶນໃສ່ການປ້ອງກັນ ແລະ ແກ້ໄຂຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ເດັກຍິງ ຈົ່ງປະສົບຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້, ອວຍພອນໃຫ້ພີ່ນ້ອງຮ່ວມຊາດ ປາສະຈາກຄວາມຮຸນແຮງທຸກປະການ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments