Sunday, September 8, 2024
Homeຂ່າວໜ້າໜຶ່ງຕົວແທນໄວໜຸ່ມລາວຈາກທົ່ວປະເທດ ຫາລືບັນຫາສິ່ງທ້າທາຍທີ່ສົ່ງຜົນກະທົບຕໍ່ເຂົາເຈົ້າ

ຕົວແທນໄວໜຸ່ມລາວຈາກທົ່ວປະເທດ ຫາລືບັນຫາສິ່ງທ້າທາຍທີ່ສົ່ງຜົນກະທົບຕໍ່ເຂົາເຈົ້າ

ກອງປະຊຸມຄົ້ນຄວ້າ ແລະ ປຶກສາຫາລື ບັນຫາສິ່ງທ້າທາຍທີ່ສົ່ງຜົນກະທົບຕໍ່ໄວໜຸ່ມ ໂດຍສະເພາະແມ່ນຫົວຂໍ້ກ່ຽວກັບ ການປ່ຽນແປງອາກາດ ແລະ ໄພພິບັດ, ການແຕ່ງດອງຂອງເດັກກ່ອນໄວ ແລະ ການຖືພາ ຂອງເດັກ ແລະ ການປົກປ້ອງເດັກ ຈາກສື່ສັງຄົມອອນລາຍ ຂອງຕົວແທນໄວໜຸ່ມລາວ ຈາກທົ່ວປະເທດ ໄດ້ຈັດຂຶ້ນ ໃນວັນທີ 20 ພະຈິກ 2023 ທີ່ຫໍປະຊຸມແຫ່ງຊາດ.

ກອງປະຊຸມຄັ້ງນີ້, ຊາວໜຸ່ມທີ່ເຂົ້າຮ່ວມໄດ້ສົນທະນາ ແລະ ຄົ້ນຄວ້າກ່ຽວກັບບັນຫາດັ່ງກ່າວເພື່ອຄັດເລືອກເອົາຕົວແທນ ແລະ ຫົວຂໍ້ທີ່ພົ້ນເດັ່ນທີ່ສຸດທີ່ໄດ້ສ້າງຜົນກະທົບຕໍ່ຊີວິດການເປັນຢູ່ຂອງພວກເຂົາ, ພ້ອມສະເໜີວິທີການ ແລະ ຊ່ອງທາງເພື່ອເປັນທາງອອກໃຫ້ກັບບັນຫາເຫລົ່ານັ້ນ ເພື່ອນຳສະເໜີຜົນການຄົ້ນຄວ້າດັ່ງກ່າວຕໍ່ການນໍາ ໃນກອງປະຊຸມລະດັບສູງ ທົບທວນການຈັດຕັ້ງປະຕິບັດວຽກງານສິດທິເດັກ ຢູ່ ສປປ ລາວ ເຊິ່ງຈະຈັດຂຶ້ນໃນວັນທີ 21 ພະຈິກ 2023 ນີ້.

ແຕ່ລະຫົວຂໍ້ລ້ວນແລ້ວ ແຕ່ເປັນຫົວຂໍ້ທີ່ເຄັ່ງຮ້ອນ ທີ່ພວມສ້າງຜົນກະທົບ ຕໍ່ໄວໜຸ່ມໃນປັດຈຸບັນ, ເຊິ່ງ ພວກເຂົາເຈົ້າໄດ້ຜ່ານການຮັບຟັງ, ການໃຫ້ຂໍ້ມູນ ແລະ ລາຍລະອຽດຂອງແຕ່ລະຫົວຂໍ້ຈາກກະຊວງກ່ຽວຂ້ອງ ແລະ ຊ່ຽວຊານ ໃນມື້ຜ່ານມາ ໂດຍໃນແຕ່ລະສາຂາວ່າ ບັນຫາທີ່ໄດ້ຍົກຂຶ້ນມານັ້ນມີການແກ້ໄຂ ແລະ ພັດທະນາໄປເຖິງຂັ້ນໃດແລ້ວ ເພື່ອເປັນບ່ອນອີງ ໃຫ້ການສົນທະນາ ແລະ ປຶກສາຫາລືຂອງຕົວແທນເດັກ ແລະ ໄວໜຸ່ມ. ເດັກໃນມື້ນີ້ຄືຜູ້ໃຫຍ່ໃນມື້ໜ້າ ເດັກຄືອະນາຄົດ, ເປັນກະດູກສັນຫລັງ ແລະ ເປັນຜູ້ກຳຊະຕາກໍາໃນອະນາຄົດຂອງປະເທດຊາດ ໂດຍເຫັນໄດ້ຄວາມສໍາຄັນຂອງເດັກ, ເຊິ່ງພັກ ແລະ ລັດຖະບານລາວ ຍາມໃດກໍຖືສໍາຄັນ ແລະ ເອົາໃຈໃສ່ໃນການສົ່ງເສີມ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງເດັກ, ການມີສ່ວນຮ່ວມ ແລະ ໄດ້ຮັບໂອກາດການພັດທະນາໃນດ້ານຕ່າງໆ ຕາມສີ່ສິດພື້ນຖານຂອງເດັກ ສະແດງອອກຢ່າງຈະແຈ້ງ ໃນແນວທາງນະໂຍບາຍຂອງພັກ, ລັດຖະທໍາມະນູນ, ກົດໝາຍຂອງລັດ ແລະ ເພື່ອຮັບປະກັນໃຫ້ແນວທາງນະໂຍບາຍຂອງພັກ ກ່ຽວກັບການສົ່ງເສີມປົກປ້ອງສິດທິເດັກ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ, ເຊິ່ງກອງປະຊຸມຄັ້ງນີ້, ຈັດໂດຍຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ຮ່ວມກັບ ອົງການ ຢູນິເຊັບ ປະຈຳ ສປປ ລາວ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments