Saturday, July 27, 2024
Homeຂ່າວຕ່າງປະເທດເວທີປາໄສວິສາຫະກິດ ຫວຽດນາມ-ລາວ-ໄທ-ກຳປູເຈຍ-ມຽນມາ ປີ 2023

ເວທີປາໄສວິສາຫະກິດ ຫວຽດນາມ-ລາວ-ໄທ-ກຳປູເຈຍ-ມຽນມາ ປີ 2023

ຕາມຂ່າວຈາກວິທະຍຸສາກົນຫວຽດນາມ, ເວທີປາໄສວິສາຫະກິດຫວຽດນາມ-ລາວ-ໄທ-ກຳປູເຈຍ-ມຽນມາ ປີ 2023 ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ຢູ່ແຂວງອຸດອນທານີ ຂອງໄທ ພາຍໃຕ້ການອຸປະຖຳຂອງສະຖານທູດຫວຽດນາມ ປະຈຳໄທ. ຈາກນັ້ນບັນດາຜູ້ແທນທີ່ເຂົ້າຮ່ວມໄດ້ແບ່ງປັນ, ແລກປ່ຽນບົດຮຽນ, ປະສົບການເພື່ອແນໃສ່ເພີ່ມທະວີການແລກປ່ຽນການຄ້າ, ການເຊື່ອມຈອດ ແລະ ສ້າງຕາໜ່າງ ລະຫວ່າງ ບັນດາ ວິສາຫະກິດຫວຽດນາມ ກັບວິສາຫະກິດ ຂອງ 5 ປະເທດ ກໍຄື ບັນດາ ປະເທດ ສະມາຊິກ ຂອງສະຫະ ສະມາຄົມ ນັກທຸລະກິດ ຫວຽດນາມ ຢູ່ຕ່າງປະເທດ ໃນຂົງເຂດ: ກະສິກຳ, ການທ່ອງທ່ຽວ, ການບໍລິການ, ເຕັກໂນໂລຊີ ຂັ້ນສູງ, ການສົ່ງອອກ ແລະ ດ້ານການເງິນ.ໄປຄຽງຄູ່ ກັນນັ້ນ, ເວທີປາໄສ ກໍແມ່ນໂອກາດ ເພື່ອແນະນຳ, ໂຄສະນາ ສະພາບ ແວດລ້ອມ ລົງທຶນ, ດຳເນີນ ທຸລະກິດ ຂອງ ສສ ຫວຽດນາມ, ຊຸກຍູ້ ການສົ່ງອອກ ສິນຄ້າ ຫວຽດນາມ ໄປບັນດາ ປະເທດ ໃນພາກພື້ນ; ພ້ອມທັງປະກອບສ່ວນປະຕິບັດແຜນຮ່າງ ຂອງລັດຖະບານ ກ່ຽວກັບ ການ ລະດົມຊາວຫວຽດນາມ ຢູ່ຕ່າງປະເທດ ເຂົ້າຮ່ວມ ການແນະນຳ, ຈຳໜ່າຍ ສິນຄ້າ ແລະ ພັດທະນາ ບັນດາ ຊ່ອງຈຳໜ່າຍ ສິນຄ້າ ຫວຽດນາມ ຢູ່ຕ່າງປະເທດ ໄລຍະ 2020–2024 ໃຫ້ປະກົດ ຜົນເປັນຈິງ. ໃນຂອບເຂດ ຂອງເວທີ ປາໄສ, ບັນດາ ວິສາຫະກິດ ໄດ້ລົງນາມ ໃນຂໍ້ຕົກລົງ ຮ່ວມມື, ປະກອບສ່ວນ ຢ່າງຕັ້ງໜ້າເຂົ້າໃນການປັບປຸງ, ຍົກສູງປະສິດທິຜົນ ການຮ່ວມມືດ້ານເສດຖະກິດ ລະຫວ່າງ 5 ປະເທດດັ່ງກ່າວ.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments