Home ແຈ້ງການສໍາຄັນ ສະພາບອາກາດ ວັນທີ 20 ພະຈິກ 2023

ສະພາບອາກາດ ວັນທີ 20 ພະຈິກ 2023

0

ສະພາບອາກາດ ປະຈໍາວັນທີ 20 ພະຈິກ 2023, ມວນອາກາດໜາວເຢັນ ຍັງຈະສືບຕໍ່ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງ ປານກາງ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມ, ຊຶ່ງຈະ ເຮັດໃຫ້ອາກາດຍັງເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ມີໝອກໜາປົກຫຸ້ມໃນຕອນເຊົ້າຢູ່ເຂດພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງ ທ້ອງຖິ່ນໃນແຕ່ລະພາກ.

ສໍາລັບນະຄອນຫລວງວຽງຈັນ ອາກາດຈະເຢັນໃນຕອນເຊົ້າ ພ້ອມມີ ໝອກບາງປົກຫຸ້ມ ແລະ ຈະມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 18-29 ອົງສາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version