Home ຂ່າວພາຍໃນ ຂ່າວດີສົ່ງທ້າຍປີ!! KBank ເປີດຕົວໂຄງການ “ຫົວໜ້າໃຈດີ ພະນັກງານດີໃຈ” ຊ່ວຍເພີ່ມເງິນເດືອນໃຫ້ກັບພະນັກງານຄົນລະ 740.000 ກີບ ລວມ 500 ບໍລິສັດ ຜ່ານບໍລິການຈ່າຍບັນຊີເງິນເດືອນກະສິກອນໄທ...

ຂ່າວດີສົ່ງທ້າຍປີ!! KBank ເປີດຕົວໂຄງການ “ຫົວໜ້າໃຈດີ ພະນັກງານດີໃຈ” ຊ່ວຍເພີ່ມເງິນເດືອນໃຫ້ກັບພະນັກງານຄົນລະ 740.000 ກີບ ລວມ 500 ບໍລິສັດ ຜ່ານບໍລິການຈ່າຍບັນຊີເງິນເດືອນກະສິກອນໄທ (K Payroll Service)

0
95

ທະນາຄານກະສິກອນໄທ ພ້ອມຈັບມືກັບບໍລິສັດ, ຮ້ານຄ້າ ໃນນະຄອນຫຼວງວຽງຈັນ ມອບຂອງຂວັນໃຫ້ກັບພະນັກງານ ແລະ ລູກຈ້າງ ໃນຊ່ວງທ້າຍປີ 2023 ໂດຍການເປີດຕົວໂຄງການ “ຫົວໜ້າໃຈດີ ພະນັກງານດີໃຈ”

ທ່ານນາງ ສຸດາມາດ ສຸຕັງຄານຸ ຜູ້ອຳນວຍການໃຫຍ່ ທະນາຄານ ກະສິກອນໄທ ຈຳກັດຜູ້ດຽວ ກ່າວວ່າ “ໂຄງການນີ້ມີວັດຖຸປະສົງຈະເພີ່ມລາຍໄດ້ພິເສດໃຫ້ກັບພະນັກງານ ແລະ ລູກຈ້າງຂອງບໍລິສັດ ຫຼື ຮ້ານຄ້າ ເປັນຈຳນວນເງິນ 370.000 ກີບຕໍ່ເດືອນ ໄລຍະເວລາ 2 ເດືອນ ເຊິ່ງທະນາຄານເປີດໂອກາດໃຫ້ບໍລິສັດ ແລະ ຮ້ານຄ້າຕ່າງໆໃນນະຄອນຫຼວງວຽງຈັນ ສາມາດສະໝັກຜ່ານໂຄງການດັ່ງກ່າວ ໂດຍຈຳກັດຈຳນວນ 500 ຫົວໜ່ວຍທຸລະກິດ ແລະ ຈຳນວນພະນັກງານລວມ 10,000 ສິດ ພາຍໃນ 31 ທັນວາ 2023”

ສົນໃຈສາມາດເຂົ້າມາສອບຖາມລາຍລະອຽດເພີ່ມເຕີມໄດ້ທີ່ ສຳນັກງານໃຫຍ່ ທະນາຄານ ກະສິກອນໄທ ຖະໜົນລ້ານຊ້າງ ຫຼື ສາຂາໂພນສີນວນ ສາມາດໂທຕິດຕໍ່ສອບຖາມໄດ້ທີ່ເບີ 021 410 910-1 (ສຳນັກງານໃຫຍ່) ແລະ 021 410 888 (ສາຂາໂພນສີນວນ) ຫຼື ຕິດຕໍ່ຜ່ານຊ່ອງທາງອອນລາຍ Facebook : KBankLaos / Line ID: @KBankLaos

NO COMMENTS

LEAVE A REPLY

Please enter your comment!
Please enter your name here