Sunday, September 8, 2024
Homeຂ່າວຕ່າງປະເທດຜົນສຳເລັດຂອງຈີນ ແລະ ອາເມຣິກາ ຕ່າງກໍເປັນໂອກາດໃຫ້ແກ່ກັນໄດ້

ຜົນສຳເລັດຂອງຈີນ ແລະ ອາເມຣິກາ ຕ່າງກໍເປັນໂອກາດໃຫ້ແກ່ກັນໄດ້

ວິທະຍຸສາກົນ ແຫ່ງປະເທດຈີນ (CRI) ໄດ້ລາຍງານວ່າ: ວັນທີ 15 ພະຈິກນີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ພົບປະກັບ ທ່ານ ໂຈ ໄບເດັນ ປະທານາທິບໍດີອາເມຣິກາ ທີ່ຣີສອດຟີໂລລີ ທີ່ຊານຟຣານຊິສໂກ ອາເມຣິກາ. ປະມຸກລັດສອງປະເທດໄດ້ລົງເລິກ ແລກປ່ຽນຄວາມເຫັນຕໍ່ບັນຫາທີ່ມີລັກສະນະຍຸດທະສາດ, ສະພາບລວມ ແລະ ທິດທາງກ່ຽວກັບການພົວພັນຈີນ-ອາເມຣິກາ ກໍຄືບັນຫາສຳຄັນທີ່ກ່ຽວຂ້ອງກັບສັນຕິພາບ ແລະ ການພັດທະນາຂອງໂລກ. ໃນການພົບປະດັ່ງກ່າວ, ທ່ານ ສີຈິ້ນຜິງ ຊີ້ອອກວ່າ: ການແຂ່ງຂັນກັນລະຫວ່າງປະເທດໃຫຍ່ບໍ່ສາມາດແກ້ໄຂບັນຫາທີ່ຈີນ ແລະ ອາເມຣິກາ ກໍຄືໂລກກຳລັງຜະເຊີນໜ້າ, ໂລກໜ່ວຍນີ້ສາມາດໃຫ້ຈີນ ແລະ ອາເມຣິກາ ຢູ່ຮ່ວມກັນໄດ້, ຜົນສຳເລັດຂອງພວກເຮົາຕ່າງກໍເປັນໂອກາດໃຫ້ແກ່ກັນໄດ້ເຊັ່ນກັນ.

ທ່ານ ສີຈິ້ນຜິງ ໄດ້ບັນລະຍາຍຢ່າງເລິກເຊິ່ງກ່ຽວກັບຈຸດພິເສດດ້ານທາດແທ້ ແລະ ຄວາມໝາຍຂອງຄວາມທັນສະໄໝແບບຈີນ ພ້ອມດ້ວຍ ອະນາຄົດແຫ່ງການພັດທະນາ ແລະ ເຈດຈຳນົງ ດ້ານຍຸດທະສາດຂອງຈີນ. ທ່ານ ສີຈິ້ນຜິງ ຊີ້ອອກວ່າ: ຈີນກຳລັງຊຸກຍູ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງ ອັນຍິ່ງໃຫຍ່ຂອງຊົນຊາດຈີນ ດ້ວຍຄວາມທັນສະໄໝແບບຈີນ, ຈີນຈະບໍ່ເດີນຕາມເສັ້ນທາງເກົ່າຂອງລັດທິລ່າເມືອງຂຶ້ນແບບປຸ້ນສະດົມປະເທດອື່ນ, ຈະບໍ່ເດີນຕາມເສັ້ນທາງທີ່ເຂັ້ມແຂງແລ້ວສະແຫວງຫາຄວາມເປັນເຈົ້າອຳນາດ, ຈີນບໍ່ມີແຜນທີ່ຈະລື່ນກາຍ ຫລື ເຂົ້າແທນທີ່ ອາເມຣິກາ, ອາເມຣິກາ ກໍຢ່າມີແຜນກົດດັນ ແລະສະກັດກັ້ນຈີນ. ໃນເວລາຈັດການພົບປະຢູ່ເກາະບາຫລີ ປະເທດອິນໂດເນເຊຍ, ອາເມຣິກາກ່າວວ່າ: ຈະບໍ່ສະແຫວງຫາການປ່ຽນແປງລະບອບຂອງຈີນ, ບໍ່ສະແຫວງຫາສົງຄາມເຢັນຄັ້ງໃໝ່, ບໍ່ສະແຫວງຫາຄັດຄ້ານປະເທດຈີນໂດຍຜ່ານການຮັດແໜ້ນການພົວພັນລະຫວ່າງພັນທະມິດ, ບໍ່ສະໜັບສະໜູນການແບ່ງແຍກໄຕ້ຫວັນ ເປັນເອກະລາດ, ບໍ່ມີເຈຕະນາໃຫ້ເກີດການປະທະກັນກັບຈີນ. ສ່ວນການພົບປະຢູ່ນະຄອນຊານຟຣານຊິສໂກ ຄັ້ງນີ້, ຈີນ ແລະ ອາເມຣິກາ ຄວນມີວິໄສທັດໃໝ່, ຮ່ວມກັນພະຍາຍາມບຳລຸງສ້າງ 5 ເສົາຄ້ຳຂອງສາຍພົວພັນຈີນ-ອາເມຣິກາ ຄື: ຮ່ວມກັນສ້າງຄວາມຮັບຮູ້ທີ່ຖືກຕ້ອງ, ຮ່ວມກັນຄຸ້ມຄອງຄວາມເຫັນທີ່ຂັດແຍ້ງກັນຢ່າງມີປະສິດທິຜົນ, ຊຸກຍູ້ການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ, ຮ່ວມກັນແບກຫາບຄວາມຮັບຜິດຊອບຂອງປະເທດໃຫຍ່ ແລະ ຮ່ວມກັນຊຸກຍູ້ການແລກປ່ຽນດ້ານວັດທະນະທຳ. ທ່ານ ສີຈິ້ນຜິງ ຊີ້ອອກວ່າ: ຂໍພຽງແຕ່ສອງປະເທດເຄົາລົບເຊິ່ງກັນແລະກັນ, ຢູ່ຮ່ວມກັນໂດຍສັນຕິ ແລະດຳເນີນການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ ກໍສາມາດຜ່ານຜ່າຄວາມຂັດແຍ້ງກັນ ແລະຄົ້ນພົບຊ່ອງທາງຢູ່ຮ່ວມກັນອັນຖືກຕ້ອງລະຫວ່າງສອງປະເທດໃຫຍ່.

ປະມຸກລັດສອງປະເທດໄດ້ເຫັນດີຕໍ່ຄວາມພະຍາຍາມຂອງສອງຝ່າຍໃນການເປິກສາຫາລືຫລັກການຊີ້ນໍາຕໍ່ການພົວພັນລະຫວ່າງ ຈີນ-ອາເມຣິກາ ພາຍຫລັງການພົບປະກັນຢູ່ເກາະບາຫລີ, ພ້ອມທັງເນັ້ນໜັກວ່າ: ຕ້ອງເຄົາລົບເຊິ່ງກັນ ແລະກັນ, ຢູ່ຮ່ວມກັນໂດຍສັນຕິ, ຮັກສາການແລກປ່ຽນກັນ, ປ້ອງກັນບໍ່ໃຫ້ເກີດການປະທະກັນ, ປົກປັກຮັກສາກົດບັດອົງການສະຫະປະຊາຊາດ, ດໍາເນີນການຮ່ວມມືໃນຂົງເຂດທີ່ມີຜົນປະໂຫຍດຮ່ວມກັນ, ຄວບຄຸມປັດໄຈການແຂ່ງຂັນໃນການພົວພັນສອງຝ່າຍດ້ວຍຄວາມຮັບຜິດຊອບສູງ. ປະມຸກລັດສອງປະເທດໄດ້ເຫັນດີຊຸກຍູ້ ແລະເພີ່ມທະວີການສົນທະນາ ແລະການຮ່ວມມືລະຫວ່າງ ຈີນ ກັບ ອາເມຣິກາ ໃນດ້ານປັນຍາປະດິດ, ການປາບປາມຢາເສບຕິດ, ການທະຫານ, ການໄປມາຫາສູ່ກັນດ້ານບຸກຄະລາກອນ ແລະຂົງເຂດອື່ນໆ. ນອກນີ້, ປະມຸກລັດສອງປະເທດຍັງໄດ້ລົງເລິກແລກປ່ຽນຄວາມເຫັນກ່ຽວກັບບັນຫາສຳຄັນຕ່າງໆກ່ຽວກັບສັນຕິພາບ ແລະການພັດທະນາຂອງໂລກ ເຊິ່ງລວມທັງ ການເຄື່ອນໄຫວຫລຸດການລະບາຍກາກບອນພາຍໃນປະເທດໃນຊຸມປີ 2020, ຮ່ວມກັນຊຸກຍູ້ໃຫ້ກອງປະຊຸມປະເທດພາຄີສົນທິສັນຍາຂອບວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດອົງການສະຫະປະຊາຊາດ ຄັ້ງທີ 28 ຫລື COP28 ທີ່ນະຄອນດູໄບ, ເປີດນໍາໃຊ້ໜ່ວຍງານ ເພື່ອເພີ່ມທະວີການເຄື່ອນໄຫວດ້ານດິນຟ້າອາກາດຊຸມປີ 2020 ຈີນ-ອາເມຣິກາ ເພື່ອເລັ່ງລັດການເຄື່ອນໄຫວດ້ານດິນຟ້າອາກາດທີ່ເປັນຮູບປະທຳ. ສາມາດເວົ້າໄດ້ວ່າ: ການພົບປະລະຫວ່າງປະມຸກລັດຈີນ ແລະ ອາເມຣິກາ ໃນຄັ້ງນີ້ມີຄວາມຕັ້ງໜ້າ, ຮອບດ້ານ ແລະ ມີປະສິດທິຜົນຢ່າງຫລວງຫລາຍ, ໄດ້ຊີ້ທິດທາງໃຫ້ກັບການປັບປຸງ ແລະ ພັດທະນາສາຍພົວພັນຈີນ-ອາເມຣິກາ. ຊານຟຣານຊິສໂກ ຄວນກາຍເປັນຈຸດເລີ່ມຕົ້ນໃໝ່ໃນການສ້າງຄວາມໝັ້ນທ່ຽງໃຫ້ແກ່ສາຍພົວພັນຈີນ-ອາເມຣິກາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments