Saturday, July 27, 2024
Homeຂ່າວໜ້າໜຶ່ງສະຫລອງ ຄົບຮອບ 70 ປີ ການ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ ລາວ-ຝຣັ່ງ

ສະຫລອງ ຄົບຮອບ 70 ປີ ການ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ ລາວ-ຝຣັ່ງ

ພິທີສະເຫລີມສະຫລອງ ຄົບຮອບ 70 ປີ ແຫ່ງ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ ແລະ ຝຣັ່ງ ໄດ້ຈັດຂຶ້ນ ໃນວັນທີ 17 ພະຈິກ 2023 ທີ່ ສະຖານເອກອັກຄະລັດຖະທູດຝຣັ່ງ ປະຈໍາລາວ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ແລະ ທ່ານນາງ ຊີວ-ແລັງ ຊູອອກ (Siv-Leng CHHUOR), ເອກອັກຄະລັດຖະທູດຝຣັ່ງ ປະຈຳ ລາວ ຕາງໜ້າໃຫ້ລັດຖະບານ ແຫ່ງ ສ ຝຣັ່ງ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ເຈົ້າໜ້າທີ່ຂັ້ນສູງຂອງລາວ, ບັນດາທູຕານຸທູດຕ່າງປະເທດ, ອົງການຈັດຕັ້ງສາກົນ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ແລະ ທ່ານນາງ ຊີວ-ແລັງ ຊູອອກ ໄດ້ຜັດປ່ຽນກັນກ່າວຄໍາເຫັນ ໂດຍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດຂອງການພົວພັນຮ່ວມມື ລະຫວ່າງ ລາວ ແລະ ຝຣັ່ງ ຕະຫລອດໄລຍະ 70 ປີຜ່ານມາ ໂດຍສະເພາະ ສາຍພົວພັນ​ມິດຕະພາບ ແລະ ການຮ່ວມມືທີ່ດີ ​ລະຫວ່າງ ​ສອງ​ປະ​ເທດ​ ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ຢ່າງຕໍ່ເນື່ອງ. ສອງປະເທດ ໄດ້ລົງນາມສັນຍາ ວ່າດ້ວຍ ການຮ່ວມມື ດ້ານວິທະຍາສາດ, ເຕັກນິກ ແລະ ວັດທະນະທໍາ ໃນປີ 1989 ອັນເປັນພື້ນຖານແກ່ການຮ່ວມມື ລະຫວ່າງ ສອງປະເທດ. ພ້ອມນີ້, ການນໍາຂັ້ນສູງຂອງສອງປະເທດ ໄດ້ແລກປ່ຽນການຢ້ຽມຢາມ ເຊິ່ງກັນ ແລະ ກັນ, ປະຊາຊົນຂອງສອງປະເທດ ກໍໄດ້ໄປມາຫາສູ່ກັນ ແລະ ພົວພັນກັນຢ່າງປະຈຳ ແລະ ມີຈຳນວນເພີ່ມຂຶ້ນ. ໃນຂົງເຂດການພົວພັນເສດຖະກິດ-ສັງຄົມ, ສອງປະເທດ ໄດ້ຮ່ວມມືກັນໃນຫລາຍຂົງເຂດ ເປັນຕົ້ນ ສຶກສາ, ສາທາລະນະສຸກ, ພະລັງງານ, ກະສິກຳນິເວດ, ການທ່ອງທ່ຽວແບບຍືນຍົງ, ວັດທະນະທຳ ແລະ ດ້ານອື່ນໆ. ພ້ອມກັນນັ້ນ, ສອງຝ່າຍ ຍັງໄດ້ພະຍາຍາມຊຸກຍູ້ສົ່ງເສີມການພົວພັນຮ່ວມມືດ້ານການຄ້າ ແລະ ການລົງທຶນ, ໃນນັ້ນມູນຄ່າການຄ້າສອງຝ່າຍ ບັນລຸເຖິງ 38 ລ້ານໂດລາສະຫະລັດ ໃນປີ 2022, ການລົງທຶນຂອງຝຣັ່ງ ຢູ່ໃນ ລາວ ມີມູນຄ່າທັງໝົດ 558 ລ້ານໂດລາສະຫະລັດ, ລວມມີ 227 ໂຄງການ ແລະ ຖືກຈັດເປັນອັນດັບທີ 8 ຂອງການລົງທຶນຕ່າງປະເທດ ຢູ່ ສປປ ລາວ. ນອກນັ້ນ, ສອງ​ປະ​ເທດ ຍັງ​ມີການຮ່ວມມື ແລະ ສະໜັບສະໜູນ ​ເຊິ່ງກັນ ແລະ ກັນ​ ໃນເວທີພາກພື້ນ ແລະ ສາກົນ ໂດຍສະເພາະໃນ​ກອບຝຣັ່ງໂກໂຟນີ, ​ອົງການສະຫະປະຊາຊາດ, ອາແຊັມ, ອາຊຽນ ​ແລະ ​ອົງການ​ຈັດ​ຕັ້ງ​ສາກົນ​ອື່ນໆ.

ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ຕາງໜ້າໃຫ້ ລັດຖະບານ ແຫ່ງ ສປປ ລາວ ສະແດງ​ຄວາມ​ຂອບ​​ໃຈ ​ຕໍ່ການ​ສະໜັບສະໜູນ ​ແລະ ການ​ຊ່ວຍ​ເຫລືອອັນ​ລ້ຳ​ຄ່າ ຂອງລັດຖະບານ ແລະ ປະຊາຊົນ ຝຣັ່ງ​ ແກ່ ສປປ ລາວ ​ໃນ​ໄລຍະຜ່ານ​ມາ ກໍຄື ​ຄຳ​ໝັ້ນ​ສັນຍາ ທີ່​ຈະສືບ​ຕໍ່​ໃຫ້ການຮ່ວມ​ມື​ເພື່ອການພັດທະນາ​ ແກ່ ສປປ ລາວ ໃນຕໍ່ໜ້າ ທັງໃນຮູບແບບສອງຝ່າຍ ແລະ ຫລາຍຝ່າຍ, ພ້ອມທັງຢືນຢັນ​ທີ່​ຈະ​ຮ່ວມ​ມື​ຢ່າງ​ໃກ້ຊິດ ກັບ ລັດຖະບານ ​ຝຣັ່ງ ​ເພື່ອ​ສືບຕໍ່ຮັດແໜ້ນ ແລະ ຍົກລະດັບການ​ພົວພັນ​ມິດຕະພາບ ​ແລະ ​ການຮ່ວມ​ມື​ທີ່ມີໝາກຜົນຕົວຈິງ ຂອງສອງປະເທດ ໃຫ້ກ້າວ​ຂຶ້ນ​ສູ່​ລະດັບໃໝ່ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງປະເທດ.

ການສະເຫລີມສະຫລອງ 70 ປີ ຂອງການສ້າງຕັ້ງສາຍພົວພັນການທູດໃນຄັ້ງນີ້, ສອງປະເທດ ຍັງໄດ້ຈັດຫລາຍກິດຈະກໍາປິ່ນອ້ອມ ເຊັ່ນ: ທີ່ ນະຄອນຫລວງປາຣີ ໄດ້ຈັດປາຖະກະຖາ ຢູ່ ມະຫາວິທະຍາໄລ ຊ໋ອກບອນ, ຈັດງານພົບປະ ສົ່ງເສີມ ແລະ ໂຄສະນາການທ່ອງທ່ຽວລາວ, ຈັດກອງປະຊຸມພາກທຸລະກິດ ລາວ-ຝຣັ່ງ. ໃນຂະນະດຽວກັນ, ທີ່ ນະຄອນຫລວງວຽງຈັນ ກໍໄດ້ຈັດສັບປະດາ ເດີນແບບ ລາວ-ຝຣັ່ງ, ງານເທສະການວັດທະນະທຳ ລາວ-ຝຣັ່ງ, ຮ່ວມກັນປູກຕົ້ນໄມ້ແຫ່ງມິດຕະພາບ ລາວ-ຝຣັ່ງ ທີ່ສວນເຈົ້າອານຸວົງ ພິເສດ ສອງຝ່າຍຍັງໄດ້ຈັດກອງປະຊຸມພາກທຸລະກິດ ລາວ-ຝຣັ່ງ ທີ່ ນະຄອນຫລວງວຽງຈັນ.

ລາວ ແລະ ຝຣັ່ງ ໄດ້ເຊັນສັນຍາ ມິດຕະພາບ ໃນວັນທີ 22 ຕຸລາ 1953 ແລະ ກຳນົດເອົາວັນດັ່ງກ່າວ ເປັນວັນສ້າງຕັ້ງສາຍພົວພັນການທູດລະຫວ່າງ ສອງປະເທດ.

ຂ່າວ-ພາບ: ກຕທ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments