Saturday, July 27, 2024
Homeຂ່າວໜ້າໜຶ່ງໄວໜຸ່ມລາວ ເຂົ້າຮ່ວມກອງປະຊຸມຕົວແທນເດັກ ສະເຫຼີມສະຫຼອງວັນເດັກໂລກ

ໄວໜຸ່ມລາວ ເຂົ້າຮ່ວມກອງປະຊຸມຕົວແທນເດັກ ສະເຫຼີມສະຫຼອງວັນເດັກໂລກ

ກອງປະຊຸມຕົວແທນເດັກທົ່ວປະເທດ ເພື່ອກະກຽມຕົວແທນເດັກ ເຂົ້າຮ່ວມກອງປະຊຸມລະດັບສູງ ທົບທວນການຈັດຕັ້ງປະຕິບັດວຽກສິດທິເດັກຢູ່ ສປປ ລາວ ໃນໂອກາດວັນຄົບຮອບ 34 ປີ ຂອງສົນທິສັນຍາ ວ່າດ້ວຍສິດທິເດັກ ຫຼື ວັນເດັກໂລກຈັດຂື້ນໃນວັນທີ 18-20 ພະຈິກ 2023 ທີ່ຫໍປະຊຸມແຫ່ງຊາດ ມີ ທ່ານ ນາງ ມະນີວອນ ຫຼວງສົມບັດ ຫົວໜ້າຫ້ອງການຄະນະ​ກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ( ຄຊກມດ),  ທ່ານ ນາງ ດຣ. ເພຍ ເຣເບລໂລ ບຣິດໂຕ ຜູ້ຕາງໜ້າອົງການຢູນີເຊັບ ປະຈຳ ສປປ ລາວ , ເອກອັກຄະລັດຖະທູດອົດສະຕຼາລີ ປະຈຳ ລາວ, ຜູ້ຕາງໜ້າອົງການຄອຍກາ ປະຈຳ ສປປ ລາວ, ຜູ້ນຳພາ ແລະ ຕົວແທນເດັກຈາກ 18 ແຂວງທົ່ວປະເທດເຂົ້າຮ່ວມ. 

ນາງ ມະນີວອນ ຫຼວງສົມບັດ ຫົວໜ້າຫ້ອງການຄະນະ​ກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກກ່າວວ່າ ຈຸດປະສົງຂອງກອງປະຊຸມຄງັນີ້ ເພື່ອໃຫ້ເດັກໄດ້ມາຄົ້ນຄວ້າ, ຄົ້ນຄິດ, ວາງແຜນ ແລະ ຫາທາງອອກຮ່ວມກັນຕາມທັກສະນະ, ແນວຄວາມຄິດທີ່ກ່ຽວຂ້ອງກັບເດັກ ຄື ການປ່ຽນແປງອາກາດ ແລະ ໄພພິບັດ, ການແຕ່ງດອງຂອງເດັກກ່ອນໄວ ແລະ ການຖືພາ ຂອງເດັກ ແລະ ການປົກປ້ອງເດັກຈາກສື່ສັງຄົມອອນລາຍ ຊຶ່ງສິ່ງສໍາຄັນ ຂອງກອງປະຊຸມແມ່ນເຮັດໃຫ້ເດັກທຸກຄົນສາມາດຄົ້ນຄິດ, ປະກອບສ່ວນຢ່າງເຕັມທີ່ ສະນັ້ນ ຂ້າພະ​ເຈົ້າຂໍ​ຮຽກຮ້ອງ​ມາ​ຍັງ​ບັນດາ​ຕົວແທນເດັກ ແລະ ໄວໜຸ່ມ ຈົ່ງ​ໄດ້​ເຊີດ​ຊູ​ຄວາມ​ຮັບຜິດຊອບ ​ແລະ ສຸມ​​ສະຕິ​ປັນຍາ​ເຂົ້າ​ໃນ​ການ​​ຄົ້ນຄວ້າ, ປຶກສາຫາລືແລກປ່ຽນຂໍ້ມູນ, ປະກອບຄໍາຄິດເຫັນຢ່າງກົງໄປກົງມາ ໂດຍສະແດງໃຫ້ເຫັນໄດ້ເຖິງສະພາບ ແລະ ຄວາມເປັນຕົວຈິງທີ່ຕິດພັນກັບຕົວເອງເພື່່ອສະເໜີໃຫ້ການນຳຮັບຮູ້ເຂົ້າໃນ ພ້ອມທັງພິຈາລະນາເພື່ອເອົາເຂົ້າເປັນນິຕິກຳ ແລະ ສ້າງເປັນແຜນງານໂຄງການຕ່າງໆ ເພື່ອປັບປຸງສະພາບຄວາມເປັນຢູ່ຂອງເດັກໃຫ້ດີຂຶ້ນ.

ທ່ານ ນາງ ດຣ. ເພຍ ເຣເບລໂລ ບຣິດໂຕ ຜູ້ຕາງໜ້າອົງການຢູນີເຊັບ ປະຈໍາ ສປປ ລາວ ມີຄໍາເຫັນວ່າ :  ພວກເຮົາມາເຕົ້າໂຮມກັນມື້ນີ້ ເປັນການສະແດງພະລັງສຽງຂອງເດັກ ແລະ ໄວໜຸ່ມ ໂດຍຕົວແທນເດັກລາວທົ່ວປະເທດ ໃນໂອກາດສະເຫຼີມສະຫຼອງວັນເດັກໂລກ, ສະເຫຼີມສະຫຼອງຄົບຮອບ 50 ປີ ການພົວພັນຮ່ວມມື ລະຫວ່າງ ລັດຖະບານລາວ ແລະ ອົງການຢູນິເຊັບປະຈໍາ ສປປ ລາວ, ຕະຫຼອດ3ວັນຕົວແທນເດັກທົ່ວປະເທດທີ່ເຂົ້າຮ່ວມຈະໄດ້ພ້ອມກັນສະແດງຄຳຄິດຄໍາເຫັນຂອງຕົນເອງ, ນໍາສະເໜີບັນຫາທີ່ເກີດຂື້ນຕໍ່ກັບຫົວຂໍ້, ສະເໜີແນວຄິດ ແລະ ວິທີການແກ້ໄຂບັນຫາເຫຼົ່ານີ້ເພື່ອເປັນການປູເສັ້ນທາງໄປສູ່ອານາຄົດທີ່ດີ ຂອງ ເດັກ ແລະ ໄວໜຸ່ມໃນ ສປປ ລາວ.

ພວກເຮົາຮູ້ນຳກັນແລ້ວວ່າ ເດັກໃນມື້ນີ້ຄືຜູ້ໃຫຍ່ໃນມື້ໜ້າ ເດັກຄືອານາຄົດ ເປັນກະດູກສັນຫຼັງ ແລະ ເປັນຜູ້ກຳຊະຕາກໍາໃນອະນາຄົດຂອງປະເທດຊາດ ໂດຍເຫັນໄດ້ ຄວາມສໍາຄັນດັ່ງກ່າວ, ພັກ ແລະ ລັດເຮົາ ຍາມໃດກໍ່ຖືສໍາຄັນ ແລະ ເອົາໃຈໃສ່ໃນການ ສົ່ງເສີມ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງເດັກ, ການມີສ່ວນຮ່ວມ ແລະ ໄດ້ຮັບໂອກາດການພັດທະນາໃນດ້ານຕ່າງໆ ຕາມສີ່ສິດພື້ນຖານຂອງເດັກ ຊຶ່ງສະແດງອອກ ຢ່າງຈະແຈ້ງໃນແນວນະໂຍບາຍຂອງພັກ, ລັດຖະທໍາມະນູນ, ກົດໝາຍຂອງລັດ. ເພື່ອຮັບປະກັນໃຫ້ແນວທາງນະໂຍບາຍຂອງ ພັກກ່ຽວກັບການສົ່ງເສີມປົກປ້ອງສິດທິ ເດັກໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ  ພັກ ແລະ ລັດຈຶ່ງໄດ້ມອບໝາຍໜ້າທີ່ ແລະ ຄວາມຮັບຜິດຊອບໃຫ້ ຄະນະ​ກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ເພື່ອຈັດຕັງປະຕິບັດ ວຽກງານດັ່ງກ່າວ ຕາມພາລະ ບົດບາດ ໂດຍມີແຜນດຳເນີນງານ, ແຜນງານ, ໂຄງການ ແລະ ກິດຈະກໍາຕ່າງໆ ອັນລະອຽດແນໃສ່ຮັບປະກັນສິດທິຂັ້ນພື້ນຖານຂອງເດັກ ທັງສ້າງເງື່ອນໄຂໃຫ້ເດັກ ໄດ້ຮັບການປົກປ້ອງ ແລະ ພັດທະນາຢ່າງຮອບດ້ານເພື່ອເຮັດໃຫ້ເດັກໃນມື້ນີ້ກາຍເປັນຜູ້ໃຫຍ່ທີ່ມີຄຸນນະພາບ່ໃນ​ ອະນາ​ຄົດ, ບົ່ມເພາະເດັກທີ່ປຽບເໜືອນເມັດພືດສໍາຄັນຂອງປະເທດຊາດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments