Sunday, September 8, 2024
Homeຂ່າວຕ່າງປະເທດສາຍພົວພັນ ອີຣານ-ເອຢິບ ສອດຄ່ອງກັບຜົນປະໂຫຍດຂອງສອງປະເທດ

ສາຍພົວພັນ ອີຣານ-ເອຢິບ ສອດຄ່ອງກັບຜົນປະໂຫຍດຂອງສອງປະເທດ

ຂ່າວສານຊີອາໄອລາຍງານ ເມື່ອບໍ່ດົນມານີ້, ທ່ານ ນາເຊີ ການານີ ໂຄສົກກະຊວງການຕ່າງປະເທດອີຣານ ກ່າວໃນກອງປະຊຸມຖະແຫຼງຂ່າວວ່າ: ໃນໄລຍະຈັດກອງປະຊຸມສຸດຍອດພິເສດຮ່ວມລະຫວ່າງຜູ້ນໍາປະເທດອາຣັບ-ອິດສະລາມ, ທ່ານ ອິບຣາຮິມ ໄຣຊີ ປະທານາທິບໍດີອີຣານ ແລະ ທ່ານ ອັບເດວ ຟາຕາ ອານ ຊີຊີ ປະທານາທິບໍດີເອຢິບໄດ້ພົບປະກັນ, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບການຊຸກຍູ້ສາຍພົວພັນລະຫວ່າງສອງປະເທດກໍຄືບັນຫາອື່ນໆ.

ທ່ານ ນາເຊີ ການານີ ກ່າວຕື່ມວ່າ: ການພົບປະກັນລະຫວ່າງປະທານາທິບໍດີອີຣານ ແລະ ປະທານາທິບໍດີເອຢິບຢູ່ນະຄອນຫຼວງຣີຢັດ ປະເທດຊາອຸດິດ ອາຣັບບີ ເປັນການພົບປະກັນທີ່ສໍາຄັນ, ພ້ອມທັງເປັນເຫດການສໍາຄັນໃນຂະບວນການສາຍພົວພັນດ້ານການເມືອງລະຫວ່າງສອງປະເທດນໍາອີກ. ພວກຂ້າພະເຈົ້າຕີລາຄາຢ່າງຕັ້ງໜ້າຕໍ່ການພົບປະກັນລະຫວ່າງປະມຸກລັດຂອງສອງປະເທດຢູ່ນະຄອນຫຼວງຣີຢັດ ປະເທດຊາອຸດິດ ອາຣັບບີ. ສາຍພົວພັນລະຫວ່າງອີຣານ-ເອຢິບ ດີຂຶ້ນແມ່ນສອດຄ່ອງກັບຜົນປະໂຫຍດຂອງສອງປະເທດ ແລະ ປະເທດຢູ່ໃນພາກພື້ນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments