Sunday, September 8, 2024
Homeຂ່າວກິລາຢູຟ່າ ຈະຕອບໂຕ້ບໍ ? Al Nasser ກຽມເຂົ້າຮ່ວມຊິງຂັນ ແຊັມປຽນລີກ ລະດູການໜ້າ

ຢູຟ່າ ຈະຕອບໂຕ້ບໍ ? Al Nasser ກຽມເຂົ້າຮ່ວມຊິງຂັນ ແຊັມປຽນລີກ ລະດູການໜ້າ

ສື່ມວນຊົນຂອງ ຊາອູດິອາຣະເບຍ ປະກາດຂ່າວໃຫຍ່ ສະຫະພັນບານເຕະເອີຣົບ (UEFA) ກໍາລັງພິຈາລະນາເຊີນ Al Nasser ເຂົ້າຮ່ວມການແຂ່ງຂັນເຕະບານຊີງຂັນ ແຊັມປຽນລີກ ລະບົບໃໝ່ໃນລະດູການໜ້າ ດ້ວຍເຫດຜົນ ຄຣິສເຕຍໂນ ໂຣນັນໂດ ມີສັກກະຍະພາບຫຼາຍພໍທີ່ຈະດຶງດູດຄວາມສົນໃຈຂອງກອງເຊຍບານໄດ້..

AlHarbi44 ໂພສລົງ Twitter ເມື່ອວັນທີ 14 ພະຈິກວ່າ UEFA ກໍາລັງຄິດດຶງ Al Nasser ຮ່ວມແຂ່ງຂັນແຊັມປຽນລີກ ລະດູການ 2024/25 ເນື່ອງຈາກທີມຂອງ ໂຣນັນໂດ ຖືກເບິ່ງວ່າເປັນໜຶ່ງໃນສາມສະໂມສອນທີ່ມີຊື່ສຽງຫຼາຍທີ່ສຸດໃນໂລກ ແລະມີກອງເຊຍບານໃນເອີຣົບຕິດຕາມເປັນຈໍານວນຫຼາຍ.

ແລະທີ່ສໍາຄັນທີ່ສຸດ, ກອງໜ້າທີມຊາດປອກຕຸຍການ ສ້າງຜົນງານຍິງປະຕູໃນລາຍການດັ່ງກ່າວໄດ້ຢ່າງໜ້າປະທັບໃຈດ້ວຍ ຂະນະທີ່ໃນລະດູການນີ້ກັບ Al Nasser ເຂົາຍິງໄປແລ້ວ 13 ປະຕູ ນໍາພາທີມໄປຢູ່ອັນດັບສອງ ຕາມຫຼັງ Al Hilal ຢູ່ 4 ຄະແນນ.

ນອກຈາກຈະເປັນນັກເຕະຄົນທຳອິດທີ່ຄວ້າແຊັມ 5 ສະໄໝແລ້ວ ໂຣນັລໂດ ຍັງມີສະຖິຕິລົງຫຼິ້ນຂັນນີ້ຫຼາຍທີ່ສຸດ ແລະ ຍິງໄດ້ 140 ປະຕູ ເຊິ່ງຫຼາຍກວ່ານັກເຕະຄົນອື່ນໆເຊັ່ນກັນ ໂດຍການຄວ້າຕໍາແໜ່ງດາວຍິງສູງສຸດຂອງລາຍການນີ້ 7 ສະໄໝ.

ສໍາລັບຂັນ ແຊ້ມປ້ຽນລີກ ລະດູການໜ້າ ຢູຟາ ຈະປັບລະບົບໃໝ່ດ້ວຍການຍົກເລີກເກມໃນຮອບແບ່ງກຸ່ມໃຫ້ທັງ 36 ທີມເຂົ້າແຂ່ງຂັນໃນລະບົບລີກ ເພື່ອຊອກຫາ 8 ທີມນໍາເຂົ້າສູ່ຮອບ 16 ທີມທັນທີ ຂະນະທີ່ທີມອັນດັບ 9-24 ຈະເຕະແບບໄປ-ກັບ ຫາອີກ 8 ທີມທີ່ເຫຼືອ ໂດຍທີມອັນດັບ 25-36 ຈະຕົກຮອບ.

ໃນໄລຍະລະດູຮ້ອນທີ່ຜ່ານມາ ເຊິ່ງທີມຈາກລີກ ຊາອູດິອາຣະເບຍ ກວາດຊື້ນັກເຕະທີ່ມີຊື່ສຽງຈາກເອີຣົບເພື່ອໄປຮ່ວມຄ້າຝີຕີນ ທ່ານ ອະເລັກຊານເດີ ເຊເຟຣິນ ປະທານ UEFA ເຄີຍຕອບຄໍາຖາມຂອງສື່ມວນຊົນໄປແລ້ວວ່າ ບານເຕະຊີງຂັນເອີຣົບ ແມ່ນສະຫງວນໄວ້ສໍາລັບສະໂມສອນໃນລີກເອີຣົບເທົ່ານັ້ນ ກະທັ່ງຫຼ້າສຸດ ສື່ມວນຊົນຂອງຊາອຸດິອາຣະເບຍ ໄດ້ລາຍງານຂ່າວດັ່ງກ່າວອອກມາສົດໆຮ້ອນໆ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments