Sunday, September 8, 2024
Homeຂ່າວການເມືອງສະພາບການພັດທະນາ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ຢູ່ ສປປ ລາວ

ສະພາບການພັດທະນາ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ຢູ່ ສປປ ລາວ

ເນື່ອງໃນໂອກາດທີ່ຮ່າງກົດໝາຍວ່າດ້ວຍເຂດເສດຖະກິດພິເສດ ຈະໄດ້ຖືກນໍາສະເໜີຕໍ່ສະພາແຫ່ງຊາດ ໃນກອງປະຊຸມສະໄໜສາມັນເທື່ອທີ 6 ຂອງ ສະພາແຫ່ງຊາດ ຊຸດທີ IX, ທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ກ່າວວ່າ: ວຽກງານການພັດທະນາ ແລະ ຄຸ້ມຄອງເຂດເສດຖະກິດພິເສດ (ຂສພ) ຢູ່ ສປປ ລາວ ແມ່ນວຽກງານໜຶ່ງທີ່ພັກ ແລະ ລັດຖະບານ ວາງອອກເພື່ອດຶງດູດ ແລະ ສົ່ງເສີມຄວາມຫຼາກຫຼາຍທາງດ້ານການລົງທຶນຈາກພາຍໃນ ແລະ ຕ່າງປະເທດ ສ້າງບັນດາປະຖົມປັດໄຈ ເພື່ອເພີ່ມຂີດຄວາມສາມາດໃນການແຂ່ງຂັນ ທີ່ມີລັກສະນະຂອງການພັດທະນາແບບຍືນຍົງ, ຮອບດ້ານ ແລະ ທັນສະໄໝ ໄປຄຽງຄູ່ກັບການຖ່າຍທອດເຕັກໂນໂລຊີນະວັດຕະກຳໃໝ່ເຂົ້າໃນຂະບວນການຜະລິດ ສ້າງວຽກເຮັດງານທໍາທີ່ໝັ້ນຄົງ ແລະ ກາຍເປັນໜຶ່ງໃນຖານແຫຼ່ງເກັບລາຍຮັບທີ່ສໍາຄັນ ໃຫ້ແກ່ລັດຖະບານ ກໍຄືການກະກຽມ ແລະ ສ້າງຄວາມພ້ອມທາງດ້ານພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ຮອງຮັບໃຫ້ແກ່ການເຊື່ອມໂຍງ ສປປ ລາວ ເຂົ້າສູ່ພາກພື້ນ ແລະ ສາກົນ ຕາມແລວທາງເສດຖະກິດ ໂດຍຖືເອົາ ຂສພ ເປັນໜຶ່ງໃນປັດໄຈຊ່ວຍໜູນຍຸດທະສາດການພັດທະນາຂອງ ສປປ ລາວ ຈາກປະເທດທີ່ບໍ່ມີທາງອອກສູ່ທະເລ (Land Locked) ກາຍເປັນປະເທດເຊື່ອມໂຍງລະຫວ່າງພາກພື້ນ (Landlink).

ຂສພ ຢູ່ ສປປ ລາວ ໄດ້ເລີ່ມມາແຕ່ປີ 2003 ໂດຍລັດຖະບານ ໄດ້ສ້າງຕັ້ງເຂດເສດຖະກິດພິເສດ ສະຫວັນ-ເຊໂນ ເປັນແຫ່ງທຳອິດ ໄປຄຽງຄູ່ກັບການສົ່ງເສີມການລົງທຶນແບບທົ່ວໄປ ພາຍຫຼັງທີ່ໄດ້ມີການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ II ເພື່ອເຊື່ອມຕໍ່ແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກ (East-West Economic Corridors) ຫຼັງຈາກນັ້ນ ຂສພ ກໍໄດ້ຖືກຂະຫຍາຍແລວທາງເສດຖະກິດຕ່າງໆໃນຂອບເຂດທົ່ວປະເທດ ຊຶ່ງມາຮອດປັດຈຸບັນມີ ຂສພ ທັງໝົດ 21 ແຫ່ງ ຕັ້ງຢູ່ໃນ 7 ແຂວງ ໂດຍມີພື້ນທີ່ສໍາປະທານທັງໝົດ 33.088 ເຮັກຕາ ໃນນີ້ບຸກເບີກ ພື້ນທີ່ຕົວຈິງໄປແລ້ວ 23.776 ເຮັກຕາ ສາມາດດຶງດູດການລົງທຶນໄດ້ທັງໝົດໄດ້ເຖິງ 1.377 ຫົວໜ່ວຍວິສາຫະກິດ, ຊຶ່ງມີແຜນການລົງທຶນຫຼາຍກວ່າ 64 ກວ່າຕື້ໂດລາ ໃນນີ້,ລົງທຶນຕົວຈິງໄປແລ້ວປະມານ 8 ຕື້ໂດລາ, ສ້າງວຽກເຮັດງານທໍາໄດ້ຫຼາຍກວ່າ 67.579 ຕໍາແໜ່ງງານ ເປັນແຮງງານລາວ 37.000 ກວ່າຕໍາແໜ່ງງານ, ສາມາດປະສ່ວນເຂົ້າງົບປະມານໃຫ້ແກ່ລັດຖະບານໄດ້ຫຼາຍກວ່າ 925 ຕື້ກວ່າກີບ ແລະ ຄາດວ່າຕົວເລກດັ່ງກ່າວຈະສືບຕໍ່ເພີ່ມຂຶ້ນ ພາຍຫຼັງທີ່ຫຼາຍບໍລິສັດໄດ້ສໍາເລັດການກໍ່ສ້າງ ແລະ ນໍາເຂົ້າເຄື່ອງຈັກມາຮັບໃຊ້ການຜະລິດ ເຫັນໄດ້ຈາກໂຕເລກການລົງທຶນ ສະເພາະ 9 ເດືອນປີ 2023 ສາມາດດຶງດູດການລົງທຶນໄດ້ທັງໝົດ 111 ບໍລິສັດ, ໂດຍມີທຶນຈົດທະບຽນຫຼາຍກວ່າ 121 ລ້ານໂດລາ ແລະ ທຶນທັງໝົດ 419 ລ້ານກວ່າໂດລາ, ໃນນັ້ນພາຍໃນ 12 ບໍລິສັດ ຕ່າງປະເທດ 96 ບໍລິສັດ ແລະ ເປັນບໍລິສັດຮ່ວມທຶນອີກ 3 ບໍລິສັດ ໃນນີ້ຂະແໜງການບໍລິການກວມເຖິງ 71%, ສາມາດເກັບພັນທະເຂົ້າງົບປະມານໄດ້ຫຼາຍກວ່າ 124 ຕື້ກວ່າກີບ.

ນອກຈາກຜົນປະໂຫຍດທາງກົງແລ້ວ ຂສພ ຍັງໄດ້ສ້າງກົນໄກ ແລະ ຊ່ວຍໜູນການພັດທະນາເຂດຮອບນອກໂຄງການຕື່ມອີກ ເປັນຕົ້ນແມ່ນທີ່ດິນເກີດມູນຄ່າເພີ່ມ ແລະ ໄດ້ຮັບການພັດທະນາໄປໃນຕົວ ລວມເຖິງໄດ້ເກີດມີຕະຫຼາດຊຸມຊົນ ທີ່ປະຊາຊົນອ້ອມຂ້າງໂຄງການນໍາເອົາສິນຄ້າ ແລະ ບໍລິການຕ່າງໆມາຈໍາໜ່າຍ ນັບມື້ມີການຂະຫຍາຍຕົວ ຢ່າງກວ້າງຂວາງ ສອດຄ່ອງຕາມແນວທາງທີ່ກຳນົດເອົາ ຂສພ ເປັນຈຸດສຸມການພັດທະນາ ແລ້ວກະຈາຍຄວາມຈະເລີນອອກໄປສູ່ພາຍນອກເທື່ອລະກ້າວ.

ສໍາລັບຕໍ່ໜ້ານີ້ ວຽກງານການພັດທະນາ ແລະ ຄຸ້ມຄອງ ຂສພ ຢູ່ ສປປ ລາວ ຍັງເຫັນວ່າມີບັນດາທ່າແຮງ ແລະ ກາລະໂອກາດຫຼາຍສົມຄວາມ ພາຍຫຼັງທີ່ລົດໄຟຄວາມໄວສູງ ລາວ-ຈີນ ໄດ້ເປີດນໍາໃຊ້ເປັນ ຕົ້ນມາ ແລວທາງຂົນສົ່ງດັ່ງກ່າວ ໄດ້ກະຕຸກຊຸກຍູ້ການພັດທະນາຫຼາຍໂຄງການໃຫ້ມີບາດກ້າວໃໝ່ ທີ່ພວມດຳເນີນໄປຍ່າງມີບັນຍາກາດ. ພ້ອມກັນນີ້, ເພື່ອດຶງດູດນັກລົງທຶນທີ່ມີຄຸນນະພາບ ວຽກງານ ຂສພ ແມ່ນໄດ້ມີບາງໜ້າວຽກຈຸດສຸມ ດັ່ງນີ້: 1) ລັດຖະບານ ໄດ້ສົ່ງເສີມໃຫ້ຍົກລະດັບນິຕິກຳ ຂສພ ຂຶ້ນເປັນກົດໝາຍ ເພື່ອເປັນບ່ອນອີງອັນໜັກແໜ້ນໃຫ້ແກ່ຂະແໜງການ ກໍຄືການສ້າງຄວາມເຊື່ອໝັ້ນໃຫ້ແກ່ຜູ້ທີ່ຈະເຂົ້າມາລົງທຶນ ໃຫ້ສາມາດດຳເນີນໄປຢ່າງຄອງຕົວ ກໍຄືການປົກປ້ອງສິດຜົນປະໂຫຍດຮ່ວມກັນ; 2) ສືບຕໍ່ຊຸກຍູ້ການພັດທະນາ ຂສພ ໃຫ້ມີປະສິດທິຜົນກວ່າເກົ່າ ປັບຈຸດສຸມການພັດທະນາ ແຕ່ລະເຂດໃຫ້ແທດເໝາະກັບສະພາບໃນປັດຈຸບັນ ກໍຄືທ່າອ່ຽງຂອງຕະຫຼາດໂລກ ເພີ່ມຂີດຄວາມສາມາດໃນການແຂ່ງຂັນຂອງແຕ່ລະເຂດ; ຊຸກຍູ້​ການ​ພັ​ດທະນາ ​ແລະ ການ​ສະໜອງສິ່ງ​ອໍານວຍຄວາມ​ສະ​ດວກ​ເພື່ອ​ຮັບປະກັນ​ຄຸນ​ນະພາບ ແລະ ການ​ບໍລິການທີ່ດີ; ສ້າງ​ສະ​ພາບ​ແວດ​ລ້ອມ​ ແລະ ເພີ່ມທະວີການດຶງດູດການລົງທຶນຈາກຫຼາຍປະເທດ ເຂົ້າມາໃນ ຂສພ ກໍຄືໃນເຂດໃໝ່ຕາມແລວທາງລົດໄຟ ລາວ-ຈີນ ແລະ ແລວທາງເສດຖະກິດອື່ນໆໃນປະເທດ ຕາມນະໂຍບາຍທາງດ້ານການຄ້າທີ່ ສປປ ລາວ ໄດ້ຮັບ ເຊັ່ນ: ເຂດຜະລິດ​ອຸດສາຫະກໍາປຸງແຕ່ງ Manufacturing ເພື່ອເຊື່ອມ​ໂຍງ​ຕ່ອງ​ໂສ້​ການຜະລິດ ແລະ ຕ່ອງໂສ້ມູນ​ຄ່າ​ເພີ່ມກັບ​ພາກ​ພື້ນ ​ແລະ ສາກົນ, ເຂດເຕັກໂນໂລຊີ ແລະ Smart industrial zone, ເຂດໂລຈິສຕິກ, ການຄ້າ ແລະ ການບໍລິການ ທັງສຶກສາຄວາມເປັນໄປໄດ້ໃນການທົດລອງການເຊື່ອມໂຍງກັບ ພາກພື້ນ ແລະ ສາກົນ ໄປຄຽງຄູ່ກັບການເພີ່ມ​ທະວີປະສິດທິພາບ​ຂອງ​ແຮງ​ງານ​ໂດຍ​ການປະສານສົມທົບກັບບັນດາພາກສ່ວນທີ່ກ່ຽວຂ້ອງ ເພື່ອສ້າງສີມືແຮງງານໃຫ້ແທດເໝາະກັບຄວາມຕ້ອງການໃນການພັດທະນາຂະແໜງການຢູ່ ຂສພ.

ໂດຍ: ກະຊວງແຜນການ ແລະ ການລົງທຶນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments