Saturday, July 27, 2024
Homeຂ່າວການເມືອງພັກກອມມູນິດຫວຽດນາມ ວາງບາງທິດທາງ ໜ້າທີ່ຕົ້ນຕໍໃນຕໍ່ໜ້າ

ພັກກອມມູນິດຫວຽດນາມ ວາງບາງທິດທາງ ໜ້າທີ່ຕົ້ນຕໍໃນຕໍ່ໜ້າ

ພັກກອມມູນິດຫວຽດນາມ ໄດ້ສືບຕໍ່ຢຶດໝັ້ນຢ່າງແນວແນ່ປົກປັກຮັກສາຄວາມເປັນເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນໃນສາຍສຳພັນອັນແໜ້ນແຟ້ນກັບການຮັກສາຄວາມເປັນສັນຕິພາບ, ສະຖຽນລະພາບ ເພື່ອພັດທະນາປະເທດຊາດ, ຢຶດໝັ້ນຄວາມເປັນເອກະລາດ, ຄວາມເປັນເຈົ້າ; ຮັກສາອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ, ພ້ອມດຽວກັນນັ້ນ ຕ້ອງການປົກປັກຮັກສາສະພາບແວດລ້ອມສັນຕິພາບ, ຄວາມໝັ້ນຄົງ ແລະ ຂໍ້ສະດວກໃຫ້ແກ່ການພັດທະນາປະເທດຊາດ, ປະສານສົມທົບກັບບັນດາປະເທດບ້ານໃກ້ເຮືອນຄຽງຢ່າງແໜ້ນແຟ້ນເພື່ອເຮັດໃຫ້ເສັ້ນຊາຍແດນສັນຕິພາບ, ຮ່ວມມື ແລະ ພັດທະນາໃຫ້ມີຄວາມເຂັ້ມແຂງ; ສືບຕໍ່ແກ້ໄຂບັນດາບັນຫາຍັງຄົງຄ້າງທີ່ກ່ຽວຂ້ອງກັບຊາຍແດນທາງບົກ, ສືບຕໍ່ຊຸກຍູ້ແກ້ໄຂບັນດາບັນຫາທາງທະເລ, ຄວາມສະຫງົບ, ຄວາມປອດໄພການເດີນທາງທະເລ, ທາງອາກາດ ບົນພື້ນຖານກົດໝາຍສາກົນ, ໂດຍສະເພາະແມ່ນສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. ກ່ຽວກັບການພົວພັນຕ່າງປະເທດສອງຝ່າຍ ຫວຽດນາມຈະສືບຕໍ່ເຮັດໃຫ້ສາຍພົວພັນກັບບັນດາຄູ່ຮ່ວມມື ກ່ອນອື່ນໝົດແມ່ນບັນດາປະເທດບ້ານໃກ້ເຮືອນຄຽງ ແລະ ຄູ່ຮ່ວມມືທີ່ສຳຄັນ ເຂົ້າສູ່ລວງເລິກ, ໝັ້ນຄົງ, ມີປະສິດທິຜົນ; ໃຫ້ບຸລິມະສິດຮັກສາຄວາມໝັ້ນຄົງ ແລະ ສືບຕໍ່ທ່ວງທ່າສາຍພົວພັນ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ການຮ່ວມມືໃນທຸກຂົງເຂດ.

ໃນໂອກາດກ່າວປາໄສຢູ່ພິທີສະເຫຼີມສະຫຼອງສາຍພົວພັນ ຫວຽດນາມ-ລາວ ຄົບຮອບ 60 ປີ, ສະຫາຍເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ ໄດ້ເນັ້ນໜັກວ່າ: “ພັກ,ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍສະໜັບສະໜູນຕໍ່ພາລະກິດປ່ຽນໃໝ່ຂອງລາວຢ່າງເຂັ້ມແຂງ, ຮອບດ້ານ, ພ້ອມດຽວກັນນັ້ນຖືສຳຄັນຍິ່ງ ແລະ ໃຫ້ບຸລິມະສິດອັນດັບແຖວໜ້າໃຫ້ແກ່ສາຍພົວພັນພິເສດ ທີ່ເປັນຖານສະຫາຍອ້າຍນ້ອງລະຫວ່າງສອງພັກ, ສອງປະເທດລາວ-ຫວຽດນາມ, ຫວຽດນາມ-ລາວ ຍາມໃດກໍຫວັງຢ່າງຍິ່ງວ່າຈະໃຫ້ການຮ່ວມມື, ຊ່ວຍເຫຼືອປະເທດລາວດ້ວຍຈິດໃຈ “ຊ່ວຍເພື່ອນແມ່ນຊ່ວຍຕົນເອງ”, ຖືອັນນີ້ແມ່ນໜ້າທີ່ຍຸດທະສາດ; ຫວັງຢ່າງຍິ່ງວ່າຈະຮ່ວມກັບພັກ, ລັດ ແລະ ປະຊາຊົນລາວເພີ່ມພູນຄູນສ້າງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຍູ້ແຮງການຮ່ວມມືດ້ານ ປກຊ-ປກສ, ເພີ່ມທະວີການເຊື່ອມຈອດລະຫວ່າງສອງພື້ນຖານເສດຖະກິດຢ່າງບໍ່ຢຸດຢັ້ງ, ຍົກສູງຄຸນນະພາບການຮ່ວມມືດ້ານບຳລຸງກໍ່ສ້າງຢ່າງບໍ່ຢຸດຢັ້ງ, ຮ່ວມມກັນສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າ, ເຊື່ອມໂຍງຢ່າງເລິກເຊິ່ງ ແລະ ກວ້າງຂວາງ; ຮ່ວມກັນສູ້ຊົນ ເພື່ອບັນດາຜົນງານໃນການຮ່ວມມືນັບມື້ນັບສົມຄູ່ກັບຖານະບົດບາດຂອງສາຍພົວພັນພິເສດຫວຽດ-ລາວ ກໍຄືສົມກັບຄວາມມຸ່ງຫວັງຂອງການນຳ ແລະ ປະຊາຊົນສອງຊາດ.

ເຖິງແມ່ນວ່າໂລກແຫ່ງນີ້ມີການປ່ຽນແປງແນວໃດກໍຕາມ, ພວກເຮົາຕັດສິນໃຈລະດັບສູງວ່າຈະຮ່ວມກັນປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນພິເສດບໍລິສຸດຜຸດຜ່ອງ, ອັນດູດດື່ມ ຫວຽດນາມ-ລາວ ຕາມຄວາມມຸ່ງຫວັງຂອງປະທານ ໄກສອນ ພົມວິຫານ ກ່າວໄວ້ວ່າ: “ພູອາດຈະຖືກເຊາະເຈື່ອນ, ແມ່ນ້ຳລຳເຊອາດຈະເຫືອດແຫ້ງ, ແຕ່ສາຍພົວພັນ ລາວ-ຫວຽດນາມ ຈະໝັ້ນຄົງຂະໜົງແກ່ນຊົ່ວກາລະນານ”.

ບົດສົມບູນເຊີນຕິດຕາມອ່ານໄດ້ໃນໜັງສືພິມປະຊາຊົນ

ຮຽບຮຽງ: ວັນໄຊ ຕະວິນຍານ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments