Sunday, September 8, 2024
Homeຂ່າວການເມືອງກອງປະຊຸມພົບປະແລກປ່ຽນ ລະຫວ່າງລັດຖະບານລາວ ແລະ ນັກທຸລະກິດຈີນ

ກອງປະຊຸມພົບປະແລກປ່ຽນ ລະຫວ່າງລັດຖະບານລາວ ແລະ ນັກທຸລະກິດຈີນ

ກະຊວງແຜນການ ແລະ ການລົງທຶນ (ຜທ) ຮ່ວມກັບ ສະຖານ ສປ ຈີນ ປະຈຳລາວ, ໄດ້ຮັບການສະໜັບສະໜູນ ຈາກ ສະພາການຄ້າຈີນ ປະຈຳລາວ ແລະ ຫ້ອງການຜູ້ຕາງໜ້າ ວິສາຫະກິດ ແຂວງຢຸນນານ ປະຈຳລາວ ໄດ້ຈັດກອງປະຊຸມ ພົບປະແລກປ່ຽນ ລະຫວ່າງ ລັດຖະບານລາວ ແລະ ນັກທຸລະກິດຈີນ ຄັ້ງທີ VII ຂຶ້ນໃນວັນທີ 14 ພະຈິກ ນີ້ ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ໂດຍການເປັນ ປະທານຮ່ວມ ຂອງ ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ວາງ ຊ້າງ ອຸປະທູດຊົ່ວຄາວ ສະຖານທູດ ສປ ຈີນ ປະຈໍາ ລາວ ມີ ຜູ້ຕາງໜ້າສະພາການຄ້າຈີນ, ອໍານວຍການ ແລະ ຜູ້ຕາງໜ້າຫົວໜ່ວຍວິສາຫະກິດ ສປ ຈີນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ຄຳເຈນ ວົງໂພສີ ກ່າວວ່າ: ກອງປະຊຸມຄັ້ງນີ້ແມ່ນມີຈຸດປະສົງເພື່ອຮັບຟັງການລາຍງານຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ຂໍ້ສະເໜີຂອງບັນດາວິສາຫະກິດຈີນ ທີ່ກໍາລັງດໍາເນີນທຸລະກິດຢູ່ ສປປ ລາວ, ທັງເປັນໂອກາດອັນດີໃຫ້ສອງຝ່າຍໄດ້ພົບປະແລກປ່ຽນຄໍາຄິດເຫັນຢ່າງກົງໄກກົງມາ ແລະ ຊອກຫາວິທີທາງການແກ້ໄຂຮ່ວມກັນ ເພື່ອເປົ້າໝາຍປັບປຸງສະພາບແວດລ້ອມການດຳເນີນທຸລະກິດທີ່ສະດວກ ແລະ ດີຂຶ້ນ ແນໃສ່ການຂະຫຍາຍການລົງທຶນຂອງນັກລົງທຶນຈີນທີ່ມີຢູ່ ແລະ ດຶງດູດການລົງທຶນໃໝ່ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງ ສປປ ລາວ.

ທ່ານກ່າວຕື່ມວ່າ: ສອງປະເທດ ລາວ ແລະ ຈີນ ແມ່ນປະເທດບ້ານໃກ້ເຮືອນຄຽງ ແລະ ມີມູນເຊື້ອການພົວພັນອັນດີງາມມາແຕ່ບູຮານນະການ. ການນໍາຂັ້ນສູງຂອງສອງປະເທດ ໄດ້ມີການໄປມາຫາສູ່ກັນຢ່າງເປັນປົກກະຕິ ເພື່ອຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ພ້ອມທັງເສີມສ້າງສາຍພົວພັນທີ່ແໜ້ນແຟ້ນ ເປັນປະເທດຄູ່ຮ່ວມຍຸດທະສາດຮອບດ້ານ. ຕະຫຼອດໄລຍະທີ່ຜ່ານມາ ສປປ ລາວ ສະໜັບສະໜູນທີ່ສຸດ ຕໍ່ “ຂໍ້ລິເລີ່ມ ໜຶ່ງແລວທາງ ໜຶ່ງເສັ້ນທາງ” ທີ່ສະຫາຍເລຂາທິການໃຫຍ່ ສປ ຈີນ ໄດ້ນໍາສະເໜີຕໍ່ປະຊາຄົມໂລກ ໃນ ປີ 2013 ມາຮອດປີນີ້ ພໍດີຄົບຮອບ 10 ປີ ຊຶ່ງຂໍ້ລິເລີ່ມດັ່ງກ່າວມີຄວາມໝາຍຄວາມສຳຄັນທີ່ສຸດ ເພາະໄດ້ສ້າງໂອກາດ ແລະ ເງື່ອນໄຂອັນດີໃຫ້ແກ່ການສົ່ງເສີມການພົວພັນການຄ້າ ລະຫວ່າງ ລາວ-ຈີນ, ກໍຄືບັນດາຂົງເຂດພາກພື້ນ ໃຫ້ນັບມື້ນັບຂະຫຍາຍຕົວ ແລະ ມີປະສິດທິຜົນ ຊຶ່ງສອດຄ່ອງກັບນະໂຍບາຍຂອງພັກ ແລະ ລັດຖະບານລາວ ໃນການຫັນຈາກປະເທດບໍ່ມີຊາຍແດນຕິດກັບທະເລ ໃຫ້ກາຍເປັນປະເທດເຊື່ອມໂຍງ ແລະ ເຊື່ອມຈອດກັບພາກພື້ນ ແລະ ສາກົນ (Land lock to Land link) ຊຶ່ງໝາກຜົນສໍາຄັນໜຶ່ງທີຢັ້ງຢືນຄືນໝາກຜົນຂອບຮ່ວມມືດັ່ງກ່າວ ແມ່ນການເປີດນໍາໃຊ້ເສັ້ນທາງລົດໄຟຄວາມໄວສູງລາວ-ຈີນ ໃນວັນທີ 3 ທັນວາ 2021 ຊຶ່ງໄດ້ປະກອບສ່ວນໃຫ້ແກ່ການເສີມຂະຫຍາຍການພົວພັນທາງດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ, ການໄປມາຫາສູ່ແລກປ່ຽນວັດທະນະທຳ ແລະ ເຮັດໃຫ້ສອງປະເທດລາວ-ຈີນ ກໍຄືຂົງເຂດພາກພື້ນ ມີຄວາມເຂົ້າອົກເຂົ້າໃຈ ແລະ ມີຄວາມໃກ້ຊິດກັນຫຼາຍກວ່າເກົ່າ. ເຖິງແມ່ນວ່າໃນໄລຍະ 3 ປີຜ່ານມາ ເສດຖະກິດຂອງລາວ ກໍຄືຫຼາຍປະເທດໃນພາກພື້ນ ຈະໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ກໍຕາມ, ແຕ່ມູນຄ່າການຄ້າລະຫວ່າງ ລາວ – ຈີນ ຍັງຄົງເພີ່ມຂຶ້ນຢ່າງຕໍ່ເນື່ອງ, ສະເພາະໃນປີ 2022 ມູນຄ່າການຄ້າສອງຝ່າຍລາວ-ຈີນໄດ້ເພີ່ມຂຶ້ນເຖິງ 31% ຊຶ່ງ ປັດຈຸບັນ ສປ ຈີນ ເປັນຈຸດໝາຍປາຍທາງອັນດັບ 1 ທີ່ ສປປ ລາວ ສົ່ງອອກ, ພ້ອມດຽວກັນນັ້ນນັກລົງທຶນຈາກ ສປ ຈີນ ທີ່ໄດ້ມາລົງທຶນ ພາຍໃນ ສປປ ລາວ ໃນທຸກຂະແໜງການ, ມີຈຳນວນຫຼາຍກວ່າ 900 ໂຄງການ ລວມມູນຄ່າຫຼາຍກວ່າ 13 ຕື້ໂດລາ ຊຶ່ງເປັນປະເທດທີ່ມີມູນຄ່າການລົງທຶນສູງທີ່ສຸດໃນ ສປປ ລາວ. ສໍາລັບປີ 2022 ມີການລົງທຶນຈາກ ສປ ຈີນ ທີ່ໄດ້ລົງທຶນໃນກິດຈະການຄວບຄຸມ ແລະ ສໍາປະທານ ທັງໝົດ 30 ບໍລິສັດ ລວມເອົາມູນຄ່າການລົງທຶນທັງໝົດ 339 ລ້ານໂດລາ ໃນນັ້ນລົງທຶນໃນຂະ ແໜງບໍ່ແຮ່ ມີ 18 ໂຄງການ, ພະລັງງານ 1 ໂຄງການ, ຂະແໜງບໍລິການທີ່ປຶກສາ 3 ໂຄງການ, ອຸດສາຫະກໍາ ແລະ ຫັດຖະກໍາ 6 ໂຄງການ, ສາທາລະນະສຸກ 1 ໂຄງການ, ຂະແໜງອື່ນໆ 2 ໂຄງການ.

ສຳລັບເວທີການພົບປະແລກປ່ຽນລະຫວ່າງພາກລັດ ແລະ ທຸລະກິດຈີນ ຄັ້ງທີ VII ເປັນຊ່ອງທາງທີ່ສຳຄັນໃນການປັບປຸງບັນຫາທີ່ຕິດພັນກັບການດຳເນີນທຸລະກິດຂອງພາກເອກະຊົນຈີນ ຊຶ່ງໃນປີນີ້ ຜ່ານການສັງລວມເນື້ອໃນຈາກ 6 ບໍລິສັດ/ພາກສ່ວນທຸລະກິດຈີນ ປະກອບມີ 21 ບັນຫາ ຕິດພັນກັບ 9 ກະຊວງຂອງພາກລັດ ໂດຍນອນໃນຂົງເຂດໂຍທາທິການ ແລະ ຂົນສົ່ງ, ພະລັງງານ ແລະ ບໍ່ແຮ່, ການເງິນ, ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ອຸດສາຫະກຳ ແລະ ການຄ້າ ແລະ ກະສິກຳ, ກອງປະ ຊຸມຄັ້ງນີ້ຈະເປັນຂີດໝາຍອັນສໍາຄັນທີ່ຊ່ວຍປະກອບສ່ວນເຂົ້າໃນການປັບປຸງສະພາບແວດລ້ອມການລົງທຶນຢູ່ ສປປ ລາວ ໃຫ້ນັບມື້ນັບດີຂຶ້ນ ເພື່ອເຮັດໃຫ້ການດໍາເນີນທຸລະກິດ, ການຄ້າ, ການລົງທຶນ ແລະ ບໍລິການຂອງນັກທຸລະກິດຈີນ ຢູ່ ສປປ ລາວ ໃຫ້ໄດ້ຮັບຜົນສໍາເລັດຕາມຈຸດປະສົງເປົ້າໝາຍທີ່ວາງໄວ້ ທັງດ້ານຄຸນນະພາບ ແລະ ເປັນການປະກອບສ່ວນການສ້າງວຽກເຮັດງານທໍາ ໃຫ້ແກ່ປະຊາຊົນລາວຢ່າງມີປະສິດ ທິພາບ ແລະ ປະສິດທິຜົນ.

(ຂ່າວ-ພາບ: ສຳນານ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments