Sunday, September 8, 2024
Homeຂ່າວຕ່າງປະເທດອາເມຣິກາ ຮຽກຮ້ອງໃຫ້ APEC ເພີ່ມທະວີກຳລັງການຜະລິດ

ອາເມຣິກາ ຮຽກຮ້ອງໃຫ້ APEC ເພີ່ມທະວີກຳລັງການຜະລິດ

ຂ່າວສານຫວຽດນາມລາຍງານວ່າ: ໃນວັນທີ 13 ພະຈິກ ຜ່ານມາ, ທ່ານນາງ ຈາເນັດ ເຢລເລນ ລັດຖະມົນຕີກະຊວງການເງິນ ອາເມຣິກາ ໄດ້ຮຽກຮ້ອງບັນດາພື້ນຖານເສດຖະກິດ ອາຊີ – ປາຊີຟິກ ເພີ່ມກຳລັງການຜະລິດ ແລະ ລົງທຶນຜັນຂະຫຍາຍການປ່ຽນແປງນຳໃຊ້ພະລັງງານໃໝ່ທີ່ຫຼຸດຜ່ອນການປ່ອຍຄາບອນ ແລະ ນຳມາຊຶ່ງໂອກາດໃຫ້ແກ່ຄົນທຸກຍາກ. ກ່າວຄຳເຫັນໃນກອງປະຊຸມລັດຖະມົນຕີການເງິນ ຂອງບັນດາພື້ນຖານເສດຖະກິດປະເທດສະມາຊິກເວທີປາໄສການຮ່ວມມືເສດຖະກິດອາຊີ – ປາຊີຟິກ (APEC), ທ່ານນາງ ຈາເນັດ ເຢລເລນ ຖືວ່າ: ທ່າແຮງດ້ານເສດຖະກິດຂອງ APEC ຫຼື ບັນດາການກະທຳທີ່ APEC ໄດ້ດຳເນີນການ ແມ່ນມີຄວາມສຳຄັນຕໍ່ການແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ. ທ່ານຍັງເນັ້ນໜັກວ່າ: 21 ພື້ນຖານເສດຖະກິດໃນ APEC ຕ້ອງສົມທົບກັນເພື່ອບັນລຸບັນດາຈຸດໝາຍຂອງປີນີ້ ມຸ່ງໄປເຖິງການສ້າງປະຊາຄົມອາຊີ – ປາຊີຟິກ “ເປີດກວ້າງ, ເຄື່ອນໄຫວ, ຍືນຍົງ” ໂດຍໄວ ແລະ ຟື້ນຟູໂດຍສັນຕິ. ບັນດາພື້ນຖານເສດຖະກິດໃນ APEC ຕ້ອງປັບປຸງບັນດາທ່າແຮງດ້ານເສດຖະກິດໃນໄລຍະຍາວ ດ້ວຍການເພີ່ມທະວີການສະໜອງແຮງງານ, ປະດິດສ້າງ, ລົງທຶນພື້ນຖານໂຄງລ່າງ, ເປັນຕົ້ນແມ່ນບັນດາວິທີທີ່ຍືນຍົງ ແລະ ຫຼຸດຜ່ອນຄວາມຂາດເຂີນຍຸຕິທຳ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments