Saturday, July 27, 2024
Homeຂ່າວຕ່າງປະເທດເພີ່ມທະວີການຮ່ວມມືແລວເສດຖະກິດລະຫວ່າງບັນດາແຂວງຂອງ ຫວຽດນາມ ແລະ ຈີນ

ເພີ່ມທະວີການຮ່ວມມືແລວເສດຖະກິດລະຫວ່າງບັນດາແຂວງຂອງ ຫວຽດນາມ ແລະ ຈີນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 13 ພະຈິກ ຜ່ານມາ ຢູ່ຮ່າໂນ້ຍ, ຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ເປັນປະທານຈັດກອງປະຊຸມຮ່ວມມືແລວເສດຖະກິດ 5 ແຂວງ, ນະຄອນ: ລາວກາຍ, ຮ່າໂນ້ຍ, ຫາຍຟ່ອງ, ກວາງນິງ (ຫວຽດນາມ) ແລະ ແຂວງຢຸນໜານ (ປະເທດຈີນ) ເອີ້ນຫຍໍ້ວ່າ: ກອງປະຊຸມຮ່ວມມືແລວເສດຖະກິດ ຫວຽດນາມ – ຈີນ, ດ້ວຍຫົວຂໍ້: ເປີດກວ້າງບັນດາຮູບແບບຮ່ວມສຳພັນ, ຮ່ວມມືລະຫວ່າງບັນດາແຂວງ, ນະຄອນແລວເສດຖະກິດ ຫວຽດນາມ – ຈີນ ເພື່ອພັດທະນາເສດຖະກິດໃນສະພາບການໃໝ່.

ຂ່າວລະບຸວ່າ: ກ່າວຄຳເຫັນໃນກອງປະຊຸມ, ທ່ານ ເຈິນລີວກວາງ ຮອງນາຍົກລັດຖະມົນຕີ ຫວຽດນາມ ເນັ້ນ ໜັກວ່າ: ຫວຽດນາມ ມີທັດສະນະສະເໝີຕົ້ນສະເໝີປາຍ ກຳນົດການຮ່ວມມືມິດຕະພາບລະຫວ່າງບັນດາທ້ອງຖິ່ນ ແມ່ນພາກສ່ວນສຳຄັນໃນການສ້າງການພົວພັນຮ່ວມມືຍຸດທະສາດ ຫວຽດນາມ – ຈີນ. ໄລຍະຈະມາເຖິງ, ການນຳພັກ, ລັດ ຫວຽດນາມ ຍາມໃດກໍເອົາໃຈໃສ່ ແລະ ມີຫຼາຍແຜນນະໂຍບາຍ, ນະໂຍບາຍສ້າງເງື່ອນໄຂໃຫ້ບັນດາທ້ອງຖິ່ນຢູ່ພາກເໜືອພັດທະນາໄວ, ຍືນຍົງ ແລະ ເພີ່ມທະວີການຮ່ວມມືກັບບັນດາທ້ອງຖິ່ນຂອງຈີນ. ທ່ານ ເຈິນລີວກວາງ ສະເໜີໃຫ້ສອງຝ່າຍຂຸດຄົ້ນຄວາມສາມາດບົ່ມຊ້ອນທ່າແຮງໃນລະດັບ ແລະ ຂອບຂະໜາດການຮ່ວມມືສູງສຸດ.

ບັນດາທ້ອງຖິ່ນຄວນຕັດສິນໃຈ, ເປັນເຈົ້າການ ແລະ ມີຫົວຄິດປະດິດສ້າງ ເພື່ອປະກອບສ່ວນປະຕິບັດບັນດາຂໍ້ຕົກລົງ ແລະ ການຮັບຮູ້ລວມຂັ້ນສູງໃຫ້ເປັນຢ່າງດີ, ພະຍາຍາມຢ່າງບໍ່ຢຸດຢັ້ງເພື່ອປັບປຸງ, ເພີ່ມພູນຄູນສ້າງພົວພັນ, ຄູ່ຮ່ວມມືຍຸດທະສາດ ຫວຽດນາມ – ຈີນ ພັດທະນານັບມື້ນັບຍືນຍົງ. ເອົາໃຈໃສ່ຍົກສູງປະສິດທິຜົນຂອງບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ, ໄປຄຽງຄູ່ກັບການຄົ້ນຄວ້າ, ແລກປ່ຽນເພື່ອສ້າງຂອບເຂດ, ຮູບແບບການຮ່ວມມືໃໝ່, ເໝາະສົມກັບຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ, ເງື່ອນໄຂ ແລະ ບຸລິມະສິດພັດທະນາຂອງບັນດາທ້ອງຖິ່ນຂອງສອງຝ່າຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments