Sunday, September 8, 2024
Homeຂ່າວການເມືອງທ່ານ ໄພວີ ສີບົວລິພາ ຕ້ອນຮັບທູດອິນເດຍ ປະຈຳ ສປປ ລາວ

ທ່ານ ໄພວີ ສີບົວລິພາ ຕ້ອນຮັບທູດອິນເດຍ ປະຈຳ ສປປ ລາວ

ທ່ານ ໄພວີ ສີບົວລິພາ ລັດຖະມົນຕີກະຊວງຍຸຕິທໍາ ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະ ຂອງທ່ານ Prashant Agrawal ເອກອັກຄະລັດຖະທູດອິນເດຍ ປະຈຳ ສປປ ລາວ ໃນວັນທີ 14 ພະຈິກນີ້ ທີ່ຫ້ອງຮັບແຂກກະຊວງຍຸຕິທຳ ເພື່ອມາປຶກສາຫາລື ແລະ ແລກປ່ຽນຄຳເຫັນໃນການຮ່ວມມືລະຫວ່າງອິນເດຍ ແລະ ຂົງເຂດຍຸຕິທຳ ທີ່ມີມາຍາວນານ.

ໃນໂອກາດທີ່ດີນີ້ ທ່ານທູດອິນເດຍ ຍັງໄດ້ເຊື້ອເຊີນທ່ານລັດຖະມົນຕີ ເຂົ້າຮ່ວມກອງປະຊຸມຄັ້ງທີ 1 ກ່ຽວກັບການເຂົ້າເຖິງການຊ່ວຍເຫຼືອທາງດ້ານກົດໝາຍ ແລະ ການສ້າງຄວາມເຂັ້ມແຂງໃນການເຂົ້າເຖິງຄວາມຍຸຕິທໍາໃນບັນດາປະເທດທີ່ຢູ່ກຸ່ມໂລກໃຕ້ ຊຶ່ງຈະໄດ້ຈັດຂຶ້ນໃນວັນທີ 27-28 ພະຈິກ 2023 ທີ່ ເມືອງນິວເດລີ ປະເທດອິນເດຍ. ໃນການເຂົ້າຮ່ວມກອງປະຊຸມດັ່ງກ່າວນີ້ແມ່ນຈະໄດ້ຮັບຟັງ ແລະ ແລກປ່ຽນບັນດາຫົວຂໍ້ທີ່ສໍາຄັນຕ່າງໆໃນຂົງເຂດກົດໝາຍຍຸຕິທຳ ຊຶ່ງຈະໄດ້ມີການພົບປະ ແລະ ຖອດຖອນບົດຮຽນກັບປະເທດຕ່າງໆ ແລະ ອົງການຈັດຕັ້ງສາກົນທີ່ມາເຂົ້າຮ່ວມກອງປະຊຸມ.

ທ່ານ Prashant Agrawal ໄດ້ກ່າວຄໍາຂອບໃຈ ຕໍ່ການຕ້ອນຮັບຢ່າງອົບອຸ່ນຂອງທ່ານລັດຖະມົນຕີກະຊວງຍຸຕິທຳ ພ້ອມທັງຈະສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນຂະແໜງຍຸຕິທໍາໃນຕໍ່ໜ້າ.

ສຸດທ້າຍນີ້ ທ່ານ ໄພວີ ສີບົວລິພາ ໄດ້ກ່າວຄໍາຂອບໃຈຕໍ່ ທ່ານ Prashant Agrawal ທີ່ໃຫ້ການສະໜັບສະໜູນຂະແໜງຍຸຕິທຳດ້ວຍດີຕະຫຼອດມາ ແລະ ອວຍພອນໄຊໃຫ້ທ່ານທູດຈົ່ງມີພະລານະໄມທີ່ດີ ແລະ ຈົ່ງປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານຂອງທ່ານ.

ຂ່າວ-ພາບ: ບຸນຕອມ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments