Sunday, September 8, 2024
Homeຂ່າວໜ້າໜຶ່ງເປີດຊຸດເຝຶກອົບຮົມຄູ ໂຄງການຍົກສູງຂີດຄວາມສາມາດຄູ-ອາຈານ ຊົນນະບົດ

ເປີດຊຸດເຝຶກອົບຮົມຄູ ໂຄງການຍົກສູງຂີດຄວາມສາມາດຄູ-ອາຈານ ຊົນນະບົດ

ພິທີເປີດຊຸດຝຶກອົບຮົມຄູ ໂຄງການຍົກສູງຂີດຄວາມສາມາດຄູ-ອາຈານ ຊົນນະບົດ ສປປ ລາວ ພາຍໃຕ້ທຶນຊ່ວຍເຫຼືອຈາກລັດຖະບານ ສປ ຈີນ ຈັດຂຶ້ນໃນວັນທີ 13 ພະຈິກ 2023 ທີ່ສະຖາບັນພັດທະນາຜູ້ບໍລິຫານການສຶກສາ ຫຼັກ 8 ນະຄອນຫຼວງວຽງຈັນ ໂດຍມີທ່ານ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ (ສສກ) ທ່ານ ຈ້າວ ເວີນຢູ ທີ່ປຶກສາດ້ານເສດຖະກິດ-ການຄ້າ ສະຖານ ທູດຈີນ ປະຈໍາ ລາວ ທ່ານ ນາງ ກູ້ ສຽວຈິ່ງ ເລຂາຄະນະພັກ ຮອງຫົວໜ້າບັນນາທິການ ບໍລິສັດສໍານັກພິມຈໍາໜ່າຍດ້ານການສຶກສາ ນະຄອນຊຽງໄຮ້ ຈໍາກັດ ມີຫົວໜ້າຫ້ອງການ ຄະນະກໍາມະການຮ່ວມມືລາວ-ຈີນ ຫົວໜ້າກົມ-ຮອງກົມ ຄູອາຈານ ແລະ ນັກສຳມະນາກອນ ເຂົ້າຮ່ວມ.

ທ່ານ ສຸລິອຸດົງ ສູນດາລາ ກ່າວວ່າ: ຊຸດເຝິກອົບຮົມໃຫ້ຄູ-ອາຈານຂອງໂຄງການດັ່ງກ່າວ ມີຄູ-ອາຈານ ຈໍານວນ 1.000 ຄົນ ແລະ ເປັນຊຸດທໍາອິດ ທີ່ຈັດຢູ່ພາຍໃນ ສປປ ລາວ ໂຄງການນີ້ ແມ່ນນອນໃນໂຄງການຊ່ວຍເຫຼືອຈາກລັດຖະບານ ສປ ຈີນ ໃນບ້ວງເງິນ 4 ຕື້ຢວນ ຕາມການປະກາດຂອງ ພະນະທ່ານ ສີ ຈິນຜິງ ປະທານປະເທດແຫ່ງ ສປ ຈີນ ໃນຂະນະທີ່ທ່ານໄດ້ເດີນທາງມາຢ້ຽມຢາມທາງລັດຖະກິດ ທີ່ ສປປ ລາວ ໃນປີ 2017 ຜ່ານມາ ຕາມຂອບວຽກຂອງໂຄງການດັ່ງກ່າວ ຄູ ແລະ ຜູ້ບໍລິຫານໂຮງຮຽນຂອງ ສປປ ລາວ ຍັງໄດ້ເຂົ້າຮ່ວມເຝິກອົບຮົມ ຢູ່ ສປ ຈີນ ຈໍານວນ 2.000 ຄົນ ແລະ ໄດ້ເຂົ້າຮ່ວມອົບຮົມຢູ່ພາຍໃນ ຈໍານວນ 1.000 ຄົນ ເປັນເວລາ 14 ວັນ ລະຫວ່າງວັນທີ 13-26 ພະຈິກ 2023.

ທ່ານ ສຸລິອຸດົງ ສູນດາລາ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈຢ່າງສູງຕໍ່ລັດຖະບານ ແລະ ປະຊາຊົນ ສປ ຈີນ ທີີ່ໄດ້ໃຫ້ການສະໜັບສະໜູນໃນການຈັດຕັ້ງປະຕິບັດໂຄງການນີ້ ເຫັນໄດ້ວ່າເປັນໂຄງການທີີ່ເປັນຕົວແບບທີີ່ດີໃນການປັບປຸງຄຸນນະພາບການສຶກສາ ໂດຍສະ ເພາະແມ່ນຄຸນນະພາບຂອງຄູສອນ ແລະ ຜູ້ບໍລິຫານການສຶກສາໃນຂັ້ນໂຮງຮຽນ ເມືອງ ແຂວງ ແລະ ສະຖານການສຶກສາສ້າງຄູຂອງ ສປປ ລາວ ທັງເປັນປັດໄຈສໍາຄັນໃນການປະກອບສ່ວນປັບປຸງຄຸນນະພາບການສຶກສາ ໂດຍລວມຂອງ ສປປ ລາວ ພ້ອມນັ້ນ ຍັງມີຄວາມໝາຍຄວາມສໍາຄັນໃນການພັດທະນາຊັບພະຍາກອນມະນຸດ ພ້ອມທັງເປັນການປະກອບສ່ວນຮັດແໜ້ນຄວາມສາມັກຄີ ເສີມຂະຫຍາຍສາຍພົວພັນມິດຕະພາບ ອັນເປັນມູນເຊື້ອເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ລະຫວ່າງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດລາວ-ຈີນ ຕາມທິດ 4 ດີ ຄື: ເປັນເພື່ອນບ້ານທີ່ດີ ເປັນເພື່ອນມິດທີ່ດີ ເປັນສະຫາຍທີ່ດີ ແລະ ເປັນຄູ່ຮ່ວມງານທີ່ດີ ເຮັດໃຫ້ການເປັນຄູ່ຮ່ວມສະຕາກໍາສັງຄົມນິຍົມລາວ-ຈີນ ຈີນ-ລາວ ໃຫ້ນັບມື້ ນັບເຂົ້າສູລວງເລິກ ແລະ ເປັນຮູບປະທໍາຍິ່ງຂຶ້ນ ແລະ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໂຄງການນີ້ ສາມາດບັນລຸໄດ້ຕາມແຜນການທີີ່ວາງໄວ້ທຸກປະການ ຮຽກຮ້ອງໃຫ້ສຳມະນາກອນຈົ່ງຕັ້ງໃຈເຂົ້າຮ່ວມການເຝິກອົບຮົມໃຫ້ປະສົບຜົນສຳເລັດ ແລະ ນຳເອົາຄວາມຮູ້ໄປຈັດຕັ້ງປະຕິບັດເຂົ້າໃນວຽກງານຮັບຜິດຊອບຕົວຈິງ.

(ຂ່າວ: ວັນເພັງ ພາບ: ບຸນຕອມ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments