Saturday, July 27, 2024
Homeຂ່າວໜ້າໜຶ່ງສຶກສາຄວາມເປັນໄປໄດ້ສ້າງຕັ້ງບໍລິສັດລັດຮຸ້ນສ່ວນ ອຸດສາຫະກຳທ່ອງທ່ຽວລາວ

ສຶກສາຄວາມເປັນໄປໄດ້ສ້າງຕັ້ງບໍລິສັດລັດຮຸ້ນສ່ວນ ອຸດສາຫະກຳທ່ອງທ່ຽວລາວ

ໃນວັນທີ 13 ພະຈິກ 2023 ທີ່ນະຄອນຫວງວຽງຈັນ, ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແລະ ບໍລິສັດ ພັດທະນາອຸດສາຫະກຳ ການທ່ອງທ່ຽວລາວ ຈຳກັດ ໄດ້ຮ່ວມລົງນາມໃນບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາຄວາມເປັນໄປໄດ້ ໃນການສ້າງຕັ້ງ ບໍລິສັດ ລັດຮຸ້ນສ່ວນອຸດສາຫະກຳທ່ອງທ່ຽວລາວ ຈຳກັດ ໂດຍແມ່ນທ່ານ ບົວໄລ ພານຸວົງ ຫົວໜ້າຫ້ອງການກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ), ທ່ານ ນາງ ດາລານີ ພົມມະວົງສາ ຫົວໜ້າກົມຄຸ້ມຄອງທຸລະກິດການທ່ອງທ່ຽວ ກະ ຊວງ ຖວທ ແລະ ທ່ານ ພານ ຊື ລຽວ ປະທານບໍລິສັດ ພັດທະນາອຸດສາຫະກຳການທ່ອງທ່ຽວລາວ ຈຳກັດ. ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມດ້ວຍບັນດາຫົວໜ້າກົມ ແລະ ແຂກຖືກເຊີນເຂົ້າຮ່ວມ.

ການລົງນາມບົດບັນທຶກຄວາມເຂົ້າໃຈສະບັບນີ້ ແມ່ນເພື່ອກຳນົດຫລັກການ ແລະ ລະບຽບການ ກ່ຽວກັບ ການສ້າງຕັ້ງບໍລິສັດ ລັດຮຸ້ນສ່ວນອຸດສາຫະກຳທ່ອງທ່ຽວລາວ ຈຳກັດ ເພື່ອພັດທະນາການທ່ອງທ່ຽວ ຢູ່ ສປປ ລາວ ຕາມແນວທາງນະໂຍບາຍ ກົດໝາຍ ແລະ ແຜນພັດທະນາການທ່ອງທ່ຽວ ຂອງ ສປປ ລາວ ໂດຍມີການສຶກສາຄວາມເປັນໄປໄດ້ ຕາມບົດວິພາກເສດຖະກິດ-ເຕັກນິກ ໃນເບື້ອງຕົ້ນ, ກຳນົດແຜນການດຳເນີນທຸລະກິດ, ຄວາມຮັບຜິດຊອບຂອງແຕ່ລະຝ່າຍ, ລວມທັງເງື່ອນໄຂການສ້າງຕັ້ງ ແລະ ການເຄື່ອນໄຫວຂອງບໍລິສັດ ແນໃສ່ ການອະນຸລັກ, ປົກປັກຮັກສາຊັບພະຍາກອນ ທ່ອງທ່ຽວ ໃຫ້ຄົງຄຸນຄ່າ ເປັນທ່າແຮງດຶງດູດນັກທ່ອງທ່ຽວ, ນັກລົງທຶນພາຍໃນ ແລະ ຕ່າງປະເທດ, ສ້າງລາຍຮັບ ໃຫ້ລັດ, ສ້າງວຽກເຮັດງານທຳ, ກະຈາຍລາຍໄດ້ສູ່ສັງຄົມ, ປະກອບສ່ວນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຕາມທິດສີຂຽວ ແລະ ຍືນຍົງ.

ຂ່າວ:ວຽງສະຫວັນ

ພາບ: ຂັນໄຊ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments