Friday, October 18, 2024
Homeສາລະໜ້າຮູ້ຜົນເສຍຂອງການເປີດໄຟນອນ

ຜົນເສຍຂອງການເປີດໄຟນອນ

ການນອນເປີດໄຟສົ່ງຜົນກະທົບອັນຕະລາຍຕໍ່ຮ່າງກາຍຂອງທ່ານຫຼາຍກວ່າທີ່ຄິດ ເພາະ ວ່າສາຍຕາຂອງພວກເຮົາບໍ່ພຽງແຕ່ຮັບຜິດຊອບໃນການເບິ່ງເທົ່ານັ້ນ ຍັງຮັບຜິດຊອບໃນການຮັບແສງສະຫວ່າງ ແລະ ສົ່ງສັນຍານໄປຫາສະໝອງ ເພາະໃນຂະນະທີ່ນອນຕ່ອມໃຕ້ສະໝອງຈະສັ່ງໃຫ້ຮ່າງກາຍປ່ອຍສານທີ່ເອີ້ນວ່າເມລາໂຕນິນ ເຊິ່ງສານນີ້ຈະຜະລິດອອກມາຕາມທຳມະຊາດໃນຂະນະທີ່ພວກເຮົານອນຫຼັບຢູ່ໃນຄວາມມືດ ປະໂຫຍດຂອງທາດເມລາໂທນີນ (melatonin) ແມ່ນເຮັດໃຫ້ຮ່າງກາຍສາມາດນອນຫຼັບໄດ້ເຕັມທີ່ ແລະ ທາດເມລາໂທນີນ ຍັງຊ່ວຍຢຸດການຜະລິດຮໍໂມນນຳອີກ.

ການປິດໄຟນອນສາມາດຊ່ວຍຫຼຸດນໍ້າໜັກໄດ້ເຊັ່ນດຽວກັນ ເພາະການປິດໄຟນອນເຮັດໃຫ້ລະບົບການເຜົາຜານພະລັງງານໃນຮ່າງກາຍເຮັດວຽກໄດ້ຢ່າງມີປະສິດທິພາບ ແລະ ເຮັດໃຫ້ຮ່າງກາຍບໍ່ເກັບສະສົມພະລັງງານໃນຮູບແບບຂອງໄຂມັນເພີ່ມເຕີມໄດ້ ຂໍ້ເສຍຂອງການເປີດໄຟເຮັດໃຫ້ຮໍໂມນໃນຮ່າງກາຍເຮັດວຽກບໍ່ສົມດຸນ ເຊິ່ງແມ່ນຮໍໂມນ Leptin ແລະ ຮໍໂມນ GERLIN.

  • ຮໍໂມນ leptin ແມ່ນຮໍໂມນທີ່ຊ່ວຍສົ່ງຂໍ້ມູນໄປສູ່ສະໝອງເຮັດໃຫ້ຮ່າງກາຍຢຸດການເຊົາກິນ.
  • ຮໍໂມນ GERLIN ເຮັດໜ້າທີ່ຕ່າງກັນເພາະວ່າ GERLIN ແມ່ນຮໍໂມນທີ່ຊ່ວຍເລັ່ງການຂະຫຍາຍໂຕຂອງຮ່າງກາຍເຮັດໃຫ້ເກີດຄວາມຮູ້ສຶກຫິວ ເມື່ອຮ່າງກາຍພັກຜ່ອນບໍ່ພຽງພໍ ຮ່າງກາຍກໍ່ຈະຜະລິດຮໍໂມນ GERLIN ໄດ້ຫຼາຍ.

ບໍ່ພຽງແຕ່ເທົ່ານັ້ນການເປີດໄຟນອນສົ່ງຜົນກະທົບຕໍ່ສາຍຕາ ການຄົ້ນຄ້ວາເຫັນວ່າໃນເດັກນ້ອຍອາຍຸ 2 ປີ ຖ້າເປີດໄຟມີໂອກາດທີ່ຈະເຮັດໃຫ້ເກີດໂລກກະດູກຜ່ອຍ ເພາະວ່າໃນຊ່ວງອາຍຸດັ່ງກ່າວ ເດັກນ້ອຍພັດທະນາຢ່າງໄວວາ ເຖິງວ່າຈະເປັນແສງທີ່ນ້ອຍກໍ່ຕາມ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments