Sunday, September 8, 2024
Homeຂ່າວພາຍໃນນາຍົກລັດຖະມົນຕີ ຢ້ຽມຊົມໂຮງງານປຸງແຕ່ງໂສມສະກັດວີແຄຣ

ນາຍົກລັດຖະມົນຕີ ຢ້ຽມຊົມໂຮງງານປຸງແຕ່ງໂສມສະກັດວີແຄຣ

ໃນໂອກາດທີ່ ເຄື່ອນໄຫວເຮັດວຽກຢູ່ແຂວງເຊກອງ ໃນລະຫວ່າງວັນທີ 9-10 ພະຈິກ 2023 ຜ່ານມາ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຊົມໂຮງງານປຸງແຕ່ງໂສມສະກັດວີແຄຣ ຂອງທ່ານ ນາງ ທິບພະວັນ ອ່ອນມະນີ ຢູ່ບ້ານໃໝ່ຫົວເມືອງ ເມືອງລະມາມ ໂດຍມີ ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ ແລະ ຂະແໜງການກ່ຽວຂ້ອງຂັ້ນ ແຂວງ, ເມືອງ ເຂົ້າຮ່ວມ.

ນາງ ທິບພະຈັນ ອ່ອນມະນີ ຜູ້ບໍລິຫານໂຮງງານປຸງແຕ່ງໂສມສະກັດວີແຄຣ ໄດ້ໃຫ້ຮູ້ວ່າ: ໂຮງງານປຸງແຕ່ງໂສມສະກັດວີແຄຣ ດຳເນີນທຸລະກິດ SME ຂະໜາດນ້ອຍ ແບບຄອບຄົວ, ຕັ້ງຢູ່ ບ້ານໃໝ່ຫົວເມືອງ, ເມືອງລະມາມ, ແຂວງເຊກອງ ໄດ້ສ້າງຕັ້ງຂຶ້ນປີ 2019 ໄດ້ທຳການຄົ້ນຄວ້າ, ທົດລອງການປຸງແຕ່ງໂສມ ເປັນເວລາ 2 ປີກວ່າ ແລະ ໄດ້ເຂົ້າຈົດທະບຽນວິສະຫະກິດ ໃນປີ 2021, ປັດຈຸບັນ ມີຜະລິດຕະພັນສິນຄ້າ ທີ່ສົມບູນແບບອອກວາງຈໍາໜ່າຍສູ່ທ້ອງຕະຫລາດ ໂດຍໃຊ້ວັດຖຸດິບຫລັກຈາກໂສມທໍາມະຊາດຈາກເມືອງດາກຈຶງ ແຂວງເຊກອງ ເກືອບ 90% ນໍາມາປຸງແຕ່ງ ໃຫ້ເປັນຜະລິດຕາພັນສໍາເລັດຮູບ, ເປົ້າໝາຍເພື່ອເຮັດໃຫ້ໂສມທຳມະຊາດ ມີລາຄາ ແລະ ມີຄຸນຄ່າ, ເປັນການປະກອບສ່ວນ ຊ່ວຍເຫລືອການແກ້ໄຂບັນຫາຄວາມທຸກຍາກຂອງປະຊາຊົນ ແນໃສ່ເຮັດໃຫ້ແຂວງເຊກອງ ກໍຄື ເມືອງດາກຈຶງ ກ້າວໄປສູ່ລະບົບຍຸດທະສາດຂອງພັກ ແລະ ລັດ ກໍຄື “ໜຶ່ງເມືອງ ໜຶ່ງຜະລິດຕະພັນ” ຕິດພັນກັບຂອບແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ກໍຄື ລັດຖະບານ ທີ່ສົ່ງເສີມການປູກ ແລະ ການຜະລິດ ໃຫ້ກາຍເປັນສິນຄ້າ ເພື່ອຫລຸດຜ່ອນການນຳເຂົ້າຈາກຕ່າງປະເທດ.

ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜູ້ບໍລິຫານໂຮງງານປຸງແຕ່ງໂສມສະກັດວີແຄຣ ທີ່ໄດ້ສຸມທຶນຮອນ, ສະຕິປັນຍາເຂົ້າໃສ່ການປຸງແຕ່ງຜະລິດໂສມ ແລະ ເອົາໃຈໃສ່ທຸກຂັ້ນຕອນການຜະລິດ ໂດຍຮັບປະກັນຄຸນນະພາບ ໄດ້ຕາມມາດຕະຖານ ຂອງກະຊວງສາທາລະນະສຸກ ວາງອອກທຸກປະການ, ເປັນການປະກອບສ່ວນສ້າງລາຍໄດ້ ໃຫ້ມີລາຍຮັບທີ່ສະຖຽນ ເພື່ອກ້າວໄປເຖິງການຫລຸດພົ້ນຄວາມທຸກຍາກ ໃນຄອບຄົວ. ພ້ອມທັງໄດ້ຊີ້ນໍາຫລາຍບັນຫາ ໃຫ້ອຳນາດການປົກຄອງແຂວງ ແລະ ຂະແໜງການທີ່ກ່ຽວຂ້ອງ ຊ່ວຍຊຸກຍູ້ ຜັກດັນສົ່ງເສີມ ຜູ້ປະກອບການ ເຂົ້າເຖິງແຫລ່ງທຶນ ແລະ ຕະຫລາດຮອງຮັບໃຫ້ຫລາຍຂຶ້ນ ເພື່ອປັບປຸງສະມັດຕະພາບຂອງໂສມທຳມະຊາດ ໃຫ້ມີມູນຄ່າເພີ່ມ ແລະ ຍົກຄຸນປະໂຫຍດຂອງໂສມ ເພື່ອຕອບສະໜອງໃຫ້ແກ່ຜູ້ບໍລິໂພກ ເປັນທີ່ໜ້າເພິ່ງພໍໃຈ ແລະ ຄຸນນະພາບຕອບສະໜອງ ກັບຄວາມຮຽກຮ້ອງຕ້ອງການຂອງຕະຫລາດ.

ຂ່າວ: ພຸດທະສອນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments