Sunday, September 8, 2024
Homeຂ່າວຕ່າງປະເທດເຮັດໃຫ້ສຽງດົນຕີຂ້າມມະຫາສະໝຸດປາຊີຟິກເສີມສ້າງມິດຕະພາບຈີນ-ອາເມຣິກາ

ເຮັດໃຫ້ສຽງດົນຕີຂ້າມມະຫາສະໝຸດປາຊີຟິກເສີມສ້າງມິດຕະພາບຈີນ-ອາເມຣິກາ

ວິທະຍຸສາກົນແຫ່ງປະເທດຈີນ (CRI) ໄດ້ລາຍງານວ່າ: ວັນທີ 10 ພະຈິກ 2023 ນີ້, ງານດົນຕີ ລະນຶກວົງດົນຕີປະສານສຽງຟີເລີເດວຟີ ຂອງ ອາເມຣິກາ ຢ້ຽມຢາມຈີນ ຄັ້ງທຳອິດຄົບຮອບ 50 ປີ ໄດ້ຈັດຂຶ້ນຢູ່ໂຮງລະ ຄອນແຫ່ງຊາດຈີນ. ນັບແຕ່ປີ 1973 ເປັນຕົ້ນມາ, ວົງດົນຕີຟີເລີເດວຟີ ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການເພີ່ມຄວາມເຂົ້າໃຈ ແລະ ເສີມສ້າງ ມິດຕະພາບລະຫວ່າງ ຈີນ-ອາເມຣິກາ.

ປີ 1973, ວົງດົນຕີຟີເລີເດວຟີ ໄດ້ຢ້ຽມຢາມຈີນເປັນຄັ້ງທຳອິດ ເຊິ່ງໄດ້ ກາຍເປັນທູດວັດທະນະທຳ ທີ່ເລີ່ມຕົ້ນການໄປມາຫາສູ່ລະຫວ່າງຈີນ ແລະ ອາເມຣິກາ ໃນປະຫວັດສາດ. ຫລັງຈາກນັ້ນ, ວົງດົນຕີຟີເລີເດວຟີ ໄດ້ຢ້ຽມ ຢາມຈີນ 12 ຄັ້ງ ເຊິ່ງໄດ້ກາຍເປັນສັກຂີພິຍານໃຫ້ແກ່ການປ່ຽນແປງອັນ ໃຫຍ່ຫລວງຂອງວົງການດົນຕີຂອງຈີນ ທັງໄດ້ເສີມສ້າງມິດຕະພາບ ຈີນ-ອາເມຣິກາ ອີກດ້ວຍ.

ທ່ານ ມາເຕຍສ ຕາໂນໂປນສກີ ຜູ້ອຳນວຍການໃຫຍ່ ທັງເປັນຫົວໜ້າ ຝ່າຍບໍລິຫານ ຂອງວົງດົນຕີຟີເລີເດວຟີ ເຄີຍໄດ້ຂຽນຈົດໝາຍໄປຍັງທ່ານ ສີຈິ້ນຜິງ ປະທານປະເທດຈີນ ກ່ອນຈະເດີນທາງມາຢ້ຽມຢາມຈີນໃນຄັ້ງນີ້. ທ່ານເຫັນວ່າ, ການສະແດງສັນຈອນຂອງວົງດົນຕີຟີເລີເດວຟີ ບໍ່ພຽງແຕ່ ເປັນຂີດໝາຍສະແດງໃຫ້ເຫັນເຖິງການແລກປ່ຽນດ້ານວັດທະນະທຳທີ່ເລິກເຊິ່ງກວ່າເກົ່າເທົ່ານັ້ນ, ຫາກຍັງເປັນຫລັກໝາຍທາງທີ່ສຳຄັນໃນການໄປມາ ຫາສູ່ທາງການທູດ ລະຫວ່າງສອງປະເທດຈີນ ແລະ ອາເມຣິກາ ອີກດ້ວຍ. ຫວ່າງມໍ່ໆມານີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ຕອບຈົດໝາຍຂອງ ທ່ານ ມາເຕຍສ ຕາໂນໂປສກີ ໂດຍກ່າວເນັ້ນໜັກວ່າດົນຕີບໍ່ມີພົມແດນ, ວັດທະນະທຳເປັນຂົວຕໍ່. ຫວັງວ່າວົງດົນຕີຟີເລີເດວຟີ ແລະ ສິນລະປິນ ປະເທດຕ່າງໆໃນໂລກ ເຊິ່ງລວມທັງຈີນ ແລະ ອາເມຣິກາ ຈະຮ່ວມກັນຊຸກ ຍູ້ຄວາມຈະເລີນຮຸ່ງເຮືອງດ້ານສິລະປະ ເພື່ອຂຽນປະຫວັດສາດໜ້າໃໝ່ ແຫ່ງການແລກປ່ຽນດ້ານວັດທະນະທຳ ລະຫວ່າງ ຈີນ ແລະ ອາເມຣິກາ ພ້ອມທັງຊຸກຍູ້ມິດຕະພາບ ລະຫວ່າງປະເທດຕ່າງໆໃນໂລກ.

ການພົວພັນ ຈີນ-ອາເມຣິກາ ເລີ່ມຊຸດໂຊມລົງຢ່າງວ່ອງໄວນັບແຕ່ ອາເມຣິກາກໍ່ສົງຄາມການຄ້າແຕ່ຝ່າຍດຽວຕໍ່ຈີນເມື່ອປີ 2018 ເປັນຕົ້ນມາ ເຊິ່ງເຮັດໃຫ້ປະຊາຄົມໂລກມີຄວາມກົງວົນຫລາຍຕໍ່ສົງຄາມເຢັນຄັ້ງໃໝ່. ເດືອນພະຈິກປີ 2022, ຢູ່ເກາະບາຫລີ ປະເທດອິນໂດເນເຊຍ, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ພົບປະກັບທ່ານ ໂຈ ໄບເດັນ ປະທານາທິບໍດີ ອາເມຣິກາ. ປະມຸກລັດສອງປະເທດໄດ້ລົງເລິກແລກປ່ຽນຄວາມເຫັນ ຢ່າງກົງໄປກົງມາ ແລະ ມີລັກສະນະສ້າງສັນຈາກທາງຍຸດທະສາດຕໍ່ການ ພົວພັນ ຈີນ-ອາເມຣິກາ ແລະ ຫລາຍບັນຫາສຳຄັນທີ່ພົວພັນເຖິງສັນຕິ ພາບ ແລະ ການພັດທະນາຂອງໂລກ. ຈີນບໍ່ທຳຕົວໃຫ້ສູງສົ່ງກໍບໍ່ທຳຕົວ ໃຫ້ຕ່ຳຕ້ອຍ ປະຕິບັດຕໍ່ການພົວພັນກັບອາເມຣິກາຢ່າງຍຸຕິທຳມາໂດຍຕະ ຫລອດ ທັງສຸມກຳລັງເພື່ອຊຸກຍູ້ໃຫ້ການພົວພັນ ຈີນ-ອາເມຣິກາ ຂະຫຍາຍ ຕົວຢ່າງໜັກແໜ້ນ. ຫລາຍເດືອນຜ່ານມານີ້, ເຈົ້າໜ້າທີ່ຂັ້ນສູງຫລາຍ ທ່ານຂອງລັດຖະບານອາເມຣິກາ ໄດ້ເດີນທາງມາຢ້ຽມຢາມຈີນຫລາຍເທື່ອ, ການໄປມາຫາສູ່ລະຫວ່າງການນຳຂັ້ນສູງຂອງສອງຝ່າຍນັບມື້ນັບເພີ່ມຂຶ້ນ, ການພົວພັນລະຫວ່າງສອງປະເທດນັບມື້ນັບດີຂຶ້ນ.

ໃນຄ່ຳຄືນທີ່ຈັດງານດົນຕີລະນຶກວົງດົນຕີຟີເລີເດວຟີ ຢ້ຽມຢາມຈີນ ຄັ້ງທຳອິດຄົບຮອບ 50 ປີ, ກະຊວງການຕ່າງປະເທດຈີນ ປະກາດວ່າ: ທ່ານ ສີຈິ້ນຜິງ ປະທານປະເທດຈີນ ຈະເດີນທາງໄປນະຄອນຊານຟຣານຊີສໂກ ຂອງອາເມຣິກາ ຕາມຄຳເຊີນ ເພື່ອເຂົ້າຮ່ວມການພົບປະລະຫວ່າງປະມຸກ ລັດ ຈີນ-ອາເມຣິກາ ແລະ ຈະເຂົ້າຮ່ວມກອງປະຊຸມສຸດຍອດບໍ່ເປັນທາງ ການຂອງອົງການອາເປັກ ຄັ້ງທີ 30. ການພົວພັນ ຈີນ-ອາເມຣິກາ ໄດ້ກ້າວເຂົ້າສູ່ເວລາຊານຟຣານຊີສໂກ ຢ່າງເປັນທາງການ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments