Saturday, July 27, 2024
Homeຂ່າວພາຍໃນລະດົມທຶນ ຊ່ວຍເຫລືອແມ່ຍິງ ແລະ ເດັກນ້ອຍຜູ້ທຸກຍາກ ເຂດຫ່າງໄກສອກຫລີກ ໃນລາວ

ລະດົມທຶນ ຊ່ວຍເຫລືອແມ່ຍິງ ແລະ ເດັກນ້ອຍຜູ້ທຸກຍາກ ເຂດຫ່າງໄກສອກຫລີກ ໃນລາວ

ຂປລ. ສະມາຄົມຫັດຖະກໍາລາວ ຮ່ວມກັບໂຄງການຫ່ວງໃຍໄປເຖິງ ຈັດງານເດີນແບບ ອາພອນລາວ ເພື່ອການກຸສົນ ໃນການລະດົມທຶນຊ່ວຍເຫລືອແມ່ຍິງ ແລະ ເດັກນ້ອຍຜູ້ທຸກຍາກ ທີ່ຢູ່ເຂດຫ່າງໄກສອກຫລີກ ໃນ ສປປ ລາວ ໃນວັນທີ 12 ພະຈິກ 2023 ຜ່ານມາ ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງທ່ານ ນາງ ສຸວິຕາ ປະເສີດ ປະທານສະມາຄົມຫັດຖະກໍາລາວ, ທ່ານ ນາງ ຈັນເທົາ ປະຖັມມະວົງ ປະທານ ກິດຕິມະສັກ ສະມາຄົມ ຫັດຖະກຳລາວ, ທ່ານ ນາງ ນາລີ ສີສຸລິດ ພັນລະຍາ ປະທານ ປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍບັນດາທູທຸຕານຸທູດ ແລະ ອົງການຈັດຕັ້ງສາກົນ ເຂົ້າຮ່ວມ.

ທ່ານ ນາງ ສຸວິຕາ ປະເສີດ ໄດ້ໃຫ້ຮູ້ວ່າ: ງານເພື່ອການກຸສົນ ໃນໂຄງການ ຫ່ວງໄຍໄປເຖິງ ເປັນກິດຈະກໍາໜຶ່ງຂອງງານມະຫາກໍາສີມືຫັດຖະກໍາລາວ, ເຊິ່ງໄດ້ຈັດເປັນຄັ້ງທີ 3 ເພື່ອເປັນການສ້າງກາລະໂອກາດໃຫ້ບັນດາຜູ້ມີເງື່ອນໄຂ, ຜູ້ໃຈບຸນ ແລະ ຜູ້ມີນໍ້າໃຈເອື້ອເຟື້ອເຜື່ອແຜ່ ໄດ້ປະກອບສ່ວນ ວັດຖຸປັດໄຈ ທຶນຮອນຕ່າງໆ ເພື່ອນໍາເອົາໄປຊ່ວຍເຫລືອ ແມ່ຍິງ ແລະ ເດັກນ້ອຍ ຜູ້ທຸກຍາກ ຢູ່ເຂດຫ່າງໄກສອກຫລີກ ແລະ ເຂດທີ່ປະສົບກັບໄພທໍາມະຊາດນໍ້າຖ້ວມ, ທັງເປັນແຮງກະຕຸກຊຸກຍູ້ສົ່ງເສີມ ແລະ ພັດທະນາວຽກງານຫັດຖະກໍາ ໃນຂະແໜງແຜ່ນແພ, ເຄື່ອງນຸ່ງຂອງຖື, ເຄື່ອງປະດັບເອ້ ແລະ ອື່ນໆ ຂອງບັນດາເຜົ່າ ໃນທົ່ວປະເທດ. ພ້ອມນີ້, ງານເດີນແບບ ຍັງໄດ້ນໍາເອົາຜົນປະ ໂຫຍດອັນດີ ແລະ ບົດຮຽນປະສົບການອັນລໍ້າຄ່າ ມາໃຫ້ແກ່ບັນດາຊ່າງຕໍ່າຫູກ, ຊ່າງຕໍ່າແຜ່ນແພ, ນັກອອກແບບດອກດວງລວດລາຍ, ນັກອອກແບບເສື້ອຜ້າ, ນັກອອກແບບເຄື່ອງປະດັບ, ຜູ້ປະກອບການດ້ານຫັດຖະກໍາ ລ້ວນແຕ່ໄດ້ຮຽນຮູ້ຈາກການສັງເກດ ແລະ ຮຽນຮູ້ຕົວຈິງ ຈາກເສື້ອຜ້າອາພອນ ທີ່ບັນດານາຍແບບ-ນາງແບບ ນໍາມາສວມໃສ່ ແລະ ສະແດງໃນງານນີ້.

ນອກຈາກນີ້, ຍັງເປັນການຊອກຄົ້ນ ໃຫ້ເຫັນຄວາມຫລາກຫລາຍແບບເຄື່ອງນຸ່ງຫົ່ມ ເຄື່ອງປະດັບ ຂອງບັນດາເຜົ່າຕ່າງໆ ແຕ່ເໜືອຮອດໃຕ້; ເຫັນໄດ້ທ່າແຮງບົ່ມຊ້ອນດ້ານວັດຖຸດິບຈາກທ້ອງຖິ່ນ ແລະ ທ່າແຮງບົ່ມຊ້ອນດ້ານສີໄມ້ລາຍມື ອັນໂດດເດັ່ນ ທີ່ມີຄວາມເປັນເອກະລັກ ຂອງຊາວຊ່າງຫັດຖະກໍາ, ຄວາມສາມາດບົ່ມຊ້ອນດັ່ງກ່າວ ໄດ້ຖືກຄົ້ນພົບ ແລະ ສາມາດປັບປຸງພັດທະນາ ໃຫ້ກາຍເປັນສິນຄ້າສົ່ງອອກຕະຫລາດຕ່າງປະເທດໄດ້ ແລະ ຍັງເປັນເພີ່ມຍອດການຊື້-ຂາຍ, ເພີ່ມການຈັບຈ່າຍໃຊ້ສອຍ ແລະ ເພີ່ມລາຍຮັບ ໃຫ້ແກ່ຜູ້ປະກອບການ ແລະ ຜູ້ອອກແຮງງານ ໃນຂະແໜງການຫັດຖະກໍາ ກໍຄື ເປັນການປະກອບສ່ວນເພີ່ມລາຍຮັບແຫ່ງຊາດ ຕື່ມອີກ.

ທ່ານ ນາງ ຈັນເທົາ ປະຖັມມະວົງ ໄດ້ກ່າວວ່າ: ໂຄງການຫ່ວງໃຍໄປເຖິງ ໄດ້ເລີ່ນກໍ່ຄັ້ງມາແຕ່ປີ 2020 ໄດ້ລະດົມທຶນ ເພື່ອປະຊາຊົນໃນເຂດທ້ອງຖິ່ນທີ່ຂາດເຂີນ ແລະ ປະສົບໄພພິບັດຕ່າງໆ ຢູ່ເຂດຫ່າງໄກສອກຫລີກ, ເຊິ່ງໄລຍະຜ່ານມາ ໄດ້ຊ່ວຍຕັ້ງເຮືອນໃຫ້ປະຊາຊົນທຸກຍາກທີ່ສຸດ, ຄອບຄົວພິການ, ຄອບຄົວກໍ້າພ້າກໍ້າພອຍ, ລູກຫລານນັກຮົບວິລະຊົນ ຢູ່ບ້ານຜາລະແວກ ເມືອງຮົ່ມ ແຂວງໄຊສົມບຸນ; ສ້າງໂຮງຮຽນບ້ານປາກເພ (ບ້ານວິລະຊົນ) ເມືອງໃໝ່ ແຂວງຜົ້ງສາລີ; ມອບທຶນຮອນໃນການເຮັດກະເສດຄົວເຮືອນໃຫ້ພະນັກງານບໍານານ, ພະນັກງານປະຕິ ວັດບໍານານ ແຂວງເຊກອງ. ພ້ອມກັນນີ້, ຍັງໄດ້ມອບເງິນຈຳນວນໜຶ່ງ ໃຫ້ສະມາຄົມ ຫັດຖະກຳລາວ ເພື່ອໄປຊຸກຍູ້ວຽກງານຫັດຖະກຳ ຢູ່ແຂວງຈຳປາສັກ; ຊ່ວຍເຫລືອເຮັດນໍ້າລິນໃຫ້ເມືອງລອງ ແຂວງຫລວງນໍ້າທາ, ສ້າງໂຮງຮຽນມັດທະຍົມຕອນຕົ້ນ ບ້ານພູວາ ເມືອງນາແລ ແລະ ສ້າງຫໍພັກນັກຮຽນຊາຍ-ຍິງ ໂຮງຮຽນ ມສ ບ້ານນໍ້າເງິນ ເມືອງວຽງພູຄາ ແຂວງຫລວງນໍ້າທາ.

ທ່ານ ນາງ ຈັນເທົາ ປະຖັມມະວົງ ຍັງໃຫ້ຮູ້ອີກວ່າ: ງານເດີນແບບການກຸສົນ ໃນຄັ້ງນີ້ ຈຸດປະສົງກໍເພື່ອເພີ່ມທະວີຄວາມສາມັກຄີ, ມິດຕະພາບ ແລະ ຮ່ວມແຮງຮ່ວມໃຈກັນ ແນໃສ່ປະຕິບັດຕາມແຜນການເຄື່ອນໄຫວກິດຈະກຳ ຂອງໂຄງການວາງອອກ ເປັນຕົ້ນ ໃຫ້ການຊ່ວຍເຫລືອແມ່ຍິງ ແລະ ເດັກນ້ອຍໃນເຂດເມືອງທີ່ຖືກໄພນໍ້າຖ້ວມ ໃນນັ້ນເລັ່ງສ້ອມແປງເຮືອນ ແລະ ໂຮງຮຽນ, ປະກອບອຸປະກອນເຄື່ອງມືການແພດ (ເຄື່ອງຊ່ວຍຫາຍໃຈ ຫ້ອງສຸກເສີນ) ແລະ ຢາປົວພະຍາດໃຫ້ໂຮງໝໍ ແລະ ສຸກສາລາ, ການສົ່ງເສີມດ້ານຫັດຖະກຳໃຫ້ມີການຂະ ຫຍາຍຕົວ (ສົ່ງເສີມການປູກມອນລ້ຽງມ້ອນ) ແລະ ມອບທຶນການສຶກສາ ໃຫ້ນັກຮຽນເກັ່ງ ຈາກຄອບຄົວທຸກຍາກຂາດເຂີນ ໃນ ສປປ ລາວ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments