Home ຂ່າວໜ້າໜຶ່ງ ນາຍົກລັດຖະມົນຕີ ຊຸກຍູ້ ແລະ ຊີ້ນຳການພັດທະນາເສດຖະກິດ-ສັງຄົມແຂວງສາລະວັນ

ນາຍົກລັດຖະມົນຕີ ຊຸກຍູ້ ແລະ ຊີ້ນຳການພັດທະນາເສດຖະກິດ-ສັງຄົມແຂວງສາລະວັນ

0
126

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ຫົວໜ້າຄະນະສະເພາະກິດ ຮັບຜິດຊອບແກ້ໄຂບັນຫາເຄັ່ງຮ້ອນຂອງ ເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ (ຫົວໜ້າຄະນະສະເພາະກິດ 19/ກມສພ) ພ້ອມດ້ວຍຄະນະ ໄດ້ພົບປະໂອ້ລົມ ແລະ ຊີ້ນຳຕໍ່ການນຳ ແລະ ພະນັກງານຫຼັກແຫຼ່ງຂອງແຂວງສາລະວັນ ໃນວັນທີ 11 ພະຈິກ ນີ້ ໂດຍມີທ່ານ ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ ນຳພາຄະນະເຂົ້າຮ່ວມຟັງການໂອ້ລົມ ແລະ ຮັບເອົາທິດຊີ້ນຳດັ່ງກ່າວ ເພື່ອນຳໄປຈັດຕັ້ງຜັນຂະຫຍາຍສູ່ວຽກງານຕົວຈິງ.

ໃນໂອກາດນີ້, ທ່ານ ເຈົ້າແຂວງສາລະວັນ ໄດ້ລາຍງານໃຫ້ຊາບ ກ່ຽວກັບຄວາມຄືບໜ້າ ໃນການ​ແກ້​ໄຂ​ບັນຫາ​ເຄັ່ງຮ້ອນ ຂອງ​ເສດຖະກິດ-ການ​ເງິນ, ບັນຫາ​ເງິນ​ເຟີ້, ອັດຕາ​ແລກປ່ຽນ, ລາຄາ​ສິນຄ້າ ​ແລະ ໜີ້​ສິນ​ຕ່າງໆພາຍ​ໃນ​ແຂວງ ຊຶ່ງອັນພົ້ນເດັ່ນເຫັນວ່າ: ອັດຕາການຂະຫຍາຍຕົວຂອງເສດຖະກິດ ເທົ່າກັບ 4,8%, ໄລຍະ 10 ເດືອນຜ່ານມາ ແຂວງສາມາດຈັດ​ເກັບ​ລາຍ​ຮັບ​ເຂົ້າ​ງົບ​ປະ​ມານ ໄດ້ 169 ຕື້ກວ່າກີບ, ເທົ່າ​ກັບ 93,85% ຂອງ​ແຜນ​ການ​ປີ, ທຽບໃສ່ໄລຍະດຽວຂອງ​ປີ​ຜ່ານ​ມາ​ເຫັນວ່າເພີ່ມຂຶ້ນ 49%; ການສົ່ງອອກສິນຄ້າປະຕິບັດໄດ້ 2.151 ຕື້​ກວ່າ​ກີບ​, ກວມ 190,18% ຂອງແຜນການ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 99,69% ຊຶ່ງສິນຄ້າ​ຕົ້ນຕໍແມ່ນສົ່ງໄປ​​ໄທ​ ແລະ ຫວຽດນາມ ໂດຍ​ມີສິນຄ້າກະສິກຳເປັນຫຼັກ ເຊັ່ນ: ມັນ​ຕົ້ນ, ກາເຟ, ສາລີ, ມັນ​ດ້າງ, ກ້ວຍ, ໝາ​ກຂາມ, ຢາງພາລາ ລວມທັງ ເຄື່ອງປ່າຂອງດົງ ແລະ ຜະລິດຕະພັນໄມ້; ມູນຄ່າການນຳເຂົ້າ ປະຕິບັດໄດ້ 567 ຕື້ກວ່າ​ກີບ, ເທົ່າກັບ 310.4% ຂອງແຜນການ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເຫັນວ່າເພີ່ມຂຶ້ນເທົ່າຕົວ ຊຶ່ງສ່ວນໃຫຍ່ແມ່ນວັດສະດຸກໍ່ສ້າງ, ນ້ຳມັນເຊື້ອໄຟ ແລະ ເຄື່ອງອຸປະໂພກ-ບໍລິໂພກ; ການຜະລິດເຂົ້ານາແຊງ ປະຕິບັດໄດ້ 12.600 ເຮັກ​ຕາ, ທຽບ​ໃສ່​ປີ​ຜ່ານ​ມາ​ເພີ່ມ​ຂຶ້ນ 11% ຜົນຜະລິດໄດ້ 57.963 ໂຕນ, ເທົ່າກັບ 91.84% ຂອງແຜນການ; ການຜະລິດເຂົ້ານາປີ ປະ​ຕິ​ບັດ​ໄດ້ 79.772 ເຮັກ​ຕາ, ຜົນຜະລິດ 98.713 ໂຕນ ເທົ່າກັບ 98% ຂອງ​ແຜນ​ການ; ການຜະລິດພືດສະ​ບຽງອາຫານ ເພືື່ອບໍລິໂພກພາຍໃນແຂວງ, ຂາຍເປັນສິນຄ້າ ແລະ ຫຼຸດຜ່ອນການນໍາເຂົ້າ ປະຕິບັດໄດ້ 12.412 ເຮັກ​ຕາ, ເທົ່າກັບ 160,63% ຂອງແຜນການ; ສາມາດດຶງດູດນັກທ່ອງທ່ຽວໄດ້ 83.130 ​ເທື່ອ​ຄົນ, ເທົ່າກັບ 62,44% ຂອງແຜນການ. ພ້ອມກັນນັ້ນ, ແຂວງໄດ້ເອົາໃຈໃສ່ປະຕິ ບັດດໍາລັດ 599/ນຍ ວ່າດ້ວຍລົດຂອງລັດ ກໍຄືມາດຕະການປະຢັດ ແລະ ຕ້ານການຟຸຍເຟືອຍ; ໄດ້ປັບ​ປຸງ​ກົນ​ໄກ​ແບ່ງ​ຂັ້ນ​ຄຸ້ມ​ຄອງ ການຈັດ​ເກັບ​ລາ​ຍ​ຮັບ​ເຂົ້າ​ງົບ​ປະ​ມານ​ຄືນ​ໃໝ່ ​ຕາມ​ທິດ 3 ສ້າງ; ໄດ້ກວດກາຄືນໂຄງການຕ່າງໆ ທີ່ຈັດຕັ້ງປະຕິບັດຢູ່ແຂວງສາລະວັນ ເຫັນວ່າ ທຸກໂຄງການ ແມ່ນໄດ້ຊຳລະພັນທະເຂົ້າລັດສຳເລັດ 100%.

ໃນໂອກາດດຽວກັນ, ທ່ານນາຍົກລັດຖະມົນຕີ ກໍໄດ້ມີຄຳເຫັນເຈາະຈີ້ມ ແລະ ສະເໜີຂະແໜງການກ່ຽວຂ້ອງ ຂອງແຂວງ ແລະ ສູນກາງ ປະກອບຄຳເຫັນ ໂດຍສະເພາະ ການລາຍງານ ແລະ ສະເໜີບາງວຽກງານເພີ່ມເຕີມ ທີ່ເຫັນວ່າຍັງບໍ່ທັນຈະແຈ້ງ, ຍັງຄົງຄ້າງ ແລະ ຄວນປັບປຸງແກ້ໄຂ. ຫຼັງຈາກນັ້ນ ກໍໄດ້ໃຫ້ກຽດໂອ້ລົມຕໍ່ຜູ້ເຂົ້າຮ່ວມ ໂດຍໄດ້ຍົກໃຫ້ເຫັນ ສະພາບການພົ້ນເດັ່ນ ໃນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ, ລວມທັງທ່າແຮງ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ ຈາກປັດໃຈພາຍໃນ ແລະ ພາຍນອກ ຕໍ່ການປົກປັກຮັກສາ ແລະ ພັດທະນາປະເທດເຮົາ ໃນປັດຈຸບັນ ກໍຄືສະເພາະໜ້າ ແລະ ຍາວນານ. ອັນສຳຄັນ, ທ່ານ ນາຍົກລັດຖະມົນຕີ ໄດ້ຊີ້ນຳໃຫ້ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ສືບຕໍ່ຊຸກຍູ້ສົ່ງເສີມວຽກງານການທ່ອງທ່ຽວ ໃຫ້ເປັນຂະບວນການກວ້າງຂວາງ ແລະ ແຂງແຮງກວ່າເກົ່າ ໂດຍສະເພາະການໂຄສະນາເຜີຍແຜ່, ການພັດທະນາ ແລະ ປັບປຸງໂຄງລ່າງພື້ນຖານການທ່ອງ ທ່ຽວ, ການສ້າງກິດຈະກຳທ່ອງທ່ຽວ, ການບໍລິການການທ່ອງທ່ຽວ ແລະ ອື່ນໆ; ຄົ້ນຄວ້າກຳນົດສ້າງເຂດອຸດສາຫະກຳຂອງແຂວງ ຢູ່ເຂດທີ່ບໍ່ມີຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມຫຼາຍ, ເຂດທີ່ຈະເຮັດໃຫ້ຕົ້ນທຶນການຜະລິດຕໍ່າ, ພ້ອມທັງ ປັບປຸງໂຄງສ້າງເສດຖະກິດ ໄປຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝເປັນກ້າວໆ ໂດຍສຸມໃສ່ຄົ້ນຄວ້າດຶງດູດການພັດທະນາໂຮງງານອຸດສາຫະກຳທີ່ແຂວງ ກໍຄື ທ້ອງຖິ່ນມີທ່າແຮງດ້ານວັດຖຸດິບ ເປັນຕົ້ນໂຮງງານປຸງແຕ່ງແຮ່ທາດ, ໂຮງງານຜະລິດຫົວອາຫານສັດ, ໂຮງງານຜະລິດຝຸ່ນ-ປຸ໋ຍ, ໂຮງງານປຸງແຕ່ງຜະລິດຕະພັນອາຫານ-ເຄື່ອງດື່ມ ແລະ ອື່ນໆ; ສືບຕໍ່ປະຕິບັດນະໂຍບາຍສິນເຊື່ອ ເພື່ອກະຕຸ້ນເສດຖະກິດ ທີ່ລັດຖະບານໄດ້ຈັດແບ່ງທຶນແລ້ວນັ້ນ ໃຫ້ມີຄວາມຄືບໜ້າໄວ, ຖືກເປົ້າໝາຍ ແລະ ເກີດເປັນໜໍ່ແໜງເສດຖະກິດ ທີ່ໜັກແໜ້ນ,​ ເຂັ້ມແຂງ ແລະ ຍືນຍົງ; ສືບຕໍ່ກວດກາຄືນລາຍການສິນຄ້າ ທີ່ແຂວງສາມາດຜະລິດກຸ້ມການຊົມໃຊ້ພາຍໃນແລ້ວ ເພື່ອຫຼຸດຜ່ອນການນຳເຂົ້າ; ກຳນົດແຈ້ງ ແລະ ຈັດລຽງບູລິມະສິດ ໂຄງການລົງທຶນຂອງລັດ ໃນປີ 2024, ລວມທັງ ແຜນການຊຳລະໜີ້ໂຄງການລົງທຶນຕ່າງໆ ໃນໄລຍະຜ່ານມາ ບົນພື້ນຖານຄວາມສາມາດດ້ານງົບປະມານຕົວຈິງ; ສືບຕໍ່ກວດກາ ແລະ ສ້ອມ ແປງໂຄງລ່າງເສັ້ນທາງສາຍຫຼັກ ໃຫ້ສາມາດໄປມາໄດ້ສະດວກ, ພ້ອມກັນນັ້ນ ເສັ້ນທາງທີ່ສ້າງສໍາເລັດ ແລະ ນໍາໃຊ້ສະດວກແລ້ວ ກໍໃຫ້ມີການຄຸ້ມຄອງທີ່ດີ, ຫຼີກລ່ຽງສະພາບເສັ້ນທາງເປ່ເພຫຼາຍແລ້ວ ຈຶ່ງສ້ອມແປງ; ກວດກາຄືນ ແລະ ຄຸ້ມຄອງໃຫ້ດີ ບັນດາໂຄງການທີ່ລົງທຶນຢູ່ພາຍໃນແຂວງ ໂດຍຊຸກຍູ້ໃຫ້ມີການຈັດຕັ້ງປະຕິ ບັດທີ່ມີປະສິດທິຜົນແທ້, ຈໍາກັດການສວຍໃຊ້ໂອກາດ ແລະ ຊ່ອງຫວ່າງຕ່າງໆ ທີ່ພາໃຫ້ລັດ ແລະ ສັງຄົມເສຍຜົນປະໂຫຍດ; ເອົາໃຈໃສ່ຕິດຕາມ ແລະ ຄຸ້ມຄອງແຮງງານພາຍໃນ ໃຫ້ດີ, ມີການສົ່ງເສີມສ້າງວຽກເຮັດງານທຳ ແລະ ລາຍຮັບທີ່ໝັ້ນຄົງ; ສືບຕໍ່ຕິດຕາມ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ແລະ ບັນຫາຫຍໍ້ທໍ້ໃນສື່ສັງຄົມອອນລາຍ; ພ້ອມກັນຈັດຕັ້ງຜັນຂະຫຍາຍ ມະຕິຂອງສູນກາງພັກ ວ່າດ້ວຍສືບຕໍ່ຊຸກຍູ້ການຜັນຂະຫຍາຍແນວທາງປ່ຽນແປງໃໝ່ ສູ່ລວງເລິກ ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນການນຳພາຂອງພັກ ເຂົ້າສູ່ທຸກຂົງເຂດວຽກງານຕົວຈິງ ໃຫ້ມີການຫັນປ່ຽນທີ່ດີຂຶ້ນຢ່າງຈະ ແຈ້ງ, ໃນນັ້ນ ກໍໃຫ້ສຸມໃສ່ການກໍ່ສ້າງຮາກຖານການເມືອງ ເປັນວຽກໜຶ່ງທີ່ສຳຄັນ; ກະກຽມກິດຈະກຳສະ ເຫຼີມສະຫຼອງວັນສຳຄັນທາງດ້ານປະຫວັດສາດຂອງຊາດ ໂດຍເນັ້ນໃສ່ດ້ານເນື້ອໃນເປັນສຳຄັນ ໃຫ້ມີລັກສະ ນະນຳພາ, ສຶກສາອົບຮົມ ແລະ ພັດທະນາ ທີ່ກ້າວໜ້າ; ພ້ອມກັນເຊີດຊູນ້ຳໃຈຮັກຊາດ, ສະຕິເປັນເຈົ້າຕົນເອງ ແລະ ເຊີດຊູຄວາມຮັບຜິດຊອບ ປະຕິບັດໜ້າທີ່ການເມືອງ ທີ່ພັກ, ລັດ ແລະ ປະຊາຊົນ ມອບໝາຍ ໃຫ້ມີຜົນສຳເລັດ.

(ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here