Friday, October 18, 2024
Homeຂ່າວໜ້າໜຶ່ງເປີດການຕິດຕັ້ງເສົາກັງຫັນລົມ ໂຄງການໄຟຟ້າພະລັງງານລົມມອນຊູນວິນ ເມືອງດາກຈຶງ ແຂວງເຊກອງ

ເປີດການຕິດຕັ້ງເສົາກັງຫັນລົມ ໂຄງການໄຟຟ້າພະລັງງານລົມມອນຊູນວິນ ເມືອງດາກຈຶງ ແຂວງເຊກອງ

ພິທີເປີດການຕິດຕັ້ງເສົາກັງຫັນລົມ ຕົ້ນທໍາອິດຂອງໂຄງການໄຟຟ້າພະລັງງານລົມມອນຊູນວິນ (Monzoon wind project) ຈັດຂຶ້ນໃນວັນທີ ທີ 9 ພະຈິກ 2023 ຜ່ານມາ ທີ່ທົ່ງເຫຼັກ ເມືອງດາກຈຶງ ແຂວງເຊກອງ ໂດຍມີທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ບັນດາທ່ານລັດຖະມົນຕີ ຮອງລັດຖະມົນຕີ ຫົວໜ້າຮອງ-ຫົວໜ້າພະແນກ ຂະແໜງການກ່ຽວຂ້ອງຂັ້ນສູນກາງ ແຂວງ ເມືອງດາກຈຶງ ແລະ ບໍລິສັດເຂົ້າຮ່ວມ.

ທ່ານ ນັດ ຮຸຕານຸວັດ ກຳມະການຜູ້ຈັດການໃຫຍ່ ບໍລິສັດ ມອນຊູນວິນ ພາວເວີ ຈຳກັດ ໃຫ້ຮູ້ວ່າ: ໂຄງການໄຟຟ້າພະລັງງານລົມ ໄດ້ເລີ່ມລົງມືກໍ່ສ້າງໃນເດືອນເມສາ 2023 ແລະ ຄາດວ່າຈະສໍາເລັດໃນທ້າຍປີ 2025 ເຊິ່ງຕັ້ງຢູ່ເຂດເຊື່ອມຕໍ່ລະຫວ່າງເມືອງດາກຈຶງ ແຂວງເຊກອງ ກັບ ເມືອງຊານໄຊ ແຂວງອັດຕະປື ມີເສົາກັງຫັນທັງໝົດ 133 ຕົ້ນ ມີກໍາລັງການຜະລິດ 600 ເມກາວັດ. ໃນນີ້ ຕັ້ງຢູ່ເມືອງດາກຈຶງ 110 ຕົ້ນ ແລະ ຕັ້ງຢູ່ເມືອງຊານໄຊ 23 ຕົ້ນ ໂດຍມີເປົ້າໝາຍສົ່ງໄຟຟ້າອອກຂາຍໃຫ້ປະເທດຫວຽດນາມເປັນຫຼັກ ກັບໄລຍະສັນຍາ 25 ປີ ມີມູນຄ່າການກໍ່ສ້າງທັງໝົດ 900 ລ້ານໂດລາສະຫະລັດ.

ທ່ານ ນັດ ຮຸຕານຸວັດ ໃຫ້ຮູ້ຕື່ມວ່າ: ເສົາກັງຫັນລົມແຕ່ລະຕົ້ນ ແມ່ນຕັ້ງຢູ່ພື້ນຖານທີ່ແຂງແກ່ນ ແລະ ໝັ້ນຄົງ ເຊິ່ງໄດ້ອອກແບບດ້ວຍຫຼັກການທີ່ເປັນມິດຕໍ່ສິ່ງແວດລ້ອມ ພື້ນຖານເສົາແຕ່ລະຕົ້ນກວ້າງປະມານ 22 ແມັດ ເລິກ 35 ແມັດ ແລະ ລວງສູງຂອງເສົາ 110 ແມັດ ແລະ ໃບພັດຍາວ 85,5 ແມັດ ຢູ່ເທິງສຸດຈະເປັນເຄື່ອງຍົນຮອງຮັບນໍ້າໜັກໄດ້ຫລາຍກວ່າ 100 ໂຕນ ຄວາມຍາວເສັ້ນຜ່າສູນກາງຂອງກັງຫັນ 171 ແມັດ ສາມາດຜະລິດກະແສໄຟຟ້າໄດ້ 4,51 ເມກາວັດ ປັດຈຸບັນການກໍ່ສ້າງສໍາເລັດແລ້ວປະມານ 30% ຄາດວ່າຈະກໍ່ສ້າງໃຫ້ສໍາເລັດການກໍ່ສ້າງ ແລະ ໃຫ້ສາມາດຈ່າຍໄຟໄດ້ໃນປີ 2025.

ໂອກາດນີ້ ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍບໍລິສັດ ທີ່ໄດ້ທຸມເທທຶນຮອນເຂົ້າໃນການປະຕິບັດໂຄງການດັ່ງກ່າວ ໂຄງການໄຟຟ້າພະລັງລົມ ແມ່ນໂຄງການຍຸດທະສາດສໍາຄັນຂອງພັກ-ລັດຖະບານ ກໍຄື ແຂວງເຊກອງ ແລະ ເປັນໂຄງການໄຟຟ້າພະລັງລົມແຫ່ງທໍາອິດຂອງປະເທດລາວ ແລະ ໃຫຍ່ທີ່ສຸດໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້.

ສະນັ້ນ ການກໍ່ສ້າງໂຄງການນີ້ ຈຶ່ງມີຄວາມໝາຍສໍາຄັນຕໍ່ບາດກ້າວການພັດທະນາໂຄງການພະລັງງານສະອາດຂອງລາວ ລົດກາສກາກບອນ ບໍ່ທໍາລາຍສິ່ງແວດລ້ອມ ຊ່ວຍສ້າງຄວາມໝັ້ນຄົງ ແລະ ສະໜັບສະໜູນພາລະກິດສໍາຄັນລະດັບໂລກທີ່ມີເປົ້າໝາຍ ການປ່ອຍກາສກາກບອນເປັນສູນໃນປີ 2050 ທັງເປັນການປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາປະຊາຊາດ ກໍຄື ການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ ສ້າງວຽກເຮັດງານທໍາ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ຫຼຸດລົງເທື່ອລະກ້າວ.

ຫຼັງຈາກນັ້ນ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ເປັນກຽດເປີດປ້າຍ ການຕິດຕັ້ງເສົາກັງຫັນລົມ ຕົ້ນທຳອິດ ຢ່າງເປັນທາງການ ພ້ອມທັງ ລັ່ນຄ້ອງ 9 ບາດ ເພື່ອເປັນສີລິມຸງຄຸນໃຫ້ແກ່ໂຄງການດັ່ງກ່າວຕື່ມອີກ.

ຂ່າວ: ພຸດທະສອນ

#ຂ່າວເສດຖະກິດສັງຄົມ#ໜັງສືພິມເສດຖະກິດສັງຄົມ

#Sethakit#STKOFFICIA#ເມືອງດາກຈຶງ#ແຂວງເຊກອງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments