Sunday, September 8, 2024
Homeຂ່າວການເມືອງທ່ານນາຍົກລັດຖະມົນຕີ ຕິດຕາມຊຸກຍູ້ໂຄງການຜະລິດເປັນສິນຄ້າຂອງແຂວງສາລະວັນ

ທ່ານນາຍົກລັດຖະມົນຕີ ຕິດຕາມຊຸກຍູ້ໂຄງການຜະລິດເປັນສິນຄ້າຂອງແຂວງສາລະວັນ

ໃນຕອນບ່າຍ ວັນທີ 11 ພະຈິກ 2023 ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ຫົວໜ້າຄະນະສະເພາະກິດ ຮັບຜິດຊອບແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ (ຫົວໜ້າຄະນະສະເພາະກິດ 19/ກມສພ) ພ້ອມດ້ວຍຄະນະ ໄດ້ສືບຕໍ່ຕິດຕາມ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດບັນດາມາດຕະການແກ້ໄຂບັນຫາເຄັ່ງຮ້ອນ ຂອງເສດຖະກິດ-ການເງິນ ຢູ່ແຂວງສາລະວັນ ໂດຍສະເພາະການຜະລິດຮັບໃຊ້ພາຍໃນແຂວງ ແລະ ການຜະລິດເປັນສິນຄ້າສົ່ງອອກ.

ໃນໂອກາດນີ້, ຄະນະຂອງທ່ານນາຍົກລັດຖະມົນຕີ ໄດ້ໄປຢ້ຽມຢາມ ແລະ ຊຸກຍູ້ ການພັດທະນາໂຄງການປູກພືດເປັນຢາ (ພືດສະໝຸນໄພ) ເປັນສິນຄ້າສົ່ງອອກ ຂອງບໍລິສັດ ລາວສຶມຸລະ ຈຳກັດ ທີ່ເມືອງເລົ່າງາມ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments