Sunday, September 8, 2024
Homeຂ່າວພາຍໃນທ່ານ ສົມສະຫວາດ ເລັ່ງສະຫວັດ ຢ້ຽມຢາມ ບໍລິສັດ ຊີໂນອາກຣີ ໂປຕາສ ຈໍາກັດ.

ທ່ານ ສົມສະຫວາດ ເລັ່ງສະຫວັດ ຢ້ຽມຢາມ ບໍລິສັດ ຊີໂນອາກຣີ ໂປຕາສ ຈໍາກັດ.

ວັນທີ 12 ພະຈິກ 2023 ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດກໍາມະການກົມການເມືອງສູນກາງພັກ, ອະດີດຮອງນາຍົກລັດຖະມົນຕີ ແຫ່ງ ສປປລາວ ພ້ອມດ້ວຍ ທ່ານ ຮອງລັດຖະມົນຕີກະຊວງພາຍໃນ ແລະ ຄະນະຕິດຕາມ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຮ່ວມກັບ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ທີ່ບ້ານ ດົງໃຕ້ ເມືອງທ່າແຂກ, ໂດຍມີ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ແລະ ບັນດາພະແນກການທີ່ກ່ຽວຂ້ອງຂັ້ນແຂວງ, ເມືອງເຂົ້າຮ່ວມຕິດຕາມ.

ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ຢົງຈິນ ຮອງຜູ້ອໍານວຍການ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ, ພ້ອມທັງ ລາຍງານຫຍໍ້ກ່ຽວກັບສະພາບໂດຍລວມຂອງບໍລິສັດ ແລະ ຄວາມຄືບໜ້າໃນການດໍາເດີນທຸລະກິດ ໂດຍສະເພາະແຜນການຜະລິດ ເຊິ່ງພາຍໃຕ້ການສະໜັບສະໜູນຈາກການນໍາພາຂອງລັດຖະບານຂັ້ນສູນກາງ ແລະ ຂອງແຂວງ ເຮັດໃຫ້ການກໍ່ສ້າງຂະຫຍາຍກໍາລັງການຜະລິດຂອງບໍລິສັດປະຕິບັດໄດ້ສະດວກ ແລະ ປະສົບຜົນສໍາເລັດເປັນຢ່າງດີ ກໍ່ຄືການກໍ່ສ້າງ 1 ລ້ານໂຕ່ນ/ປີ, 2 ລ້ານໂຕ່ນ/ປີ, ປະຈຸບັນໃກ້ສໍາເລັດການກໍ່ສ້າງກໍາລັງການຜະລິດຝຸ່ນໂປຕາສບັນລຸ 3 ລ້ານໂຕນ/ປີ, ພ້ອມນັ້ນ ໃນການພັດທະນານິຄົມອຸດສາຫະກຳ ໂປຕາສ ແມ່ນໄດ້ສໍາເລັດການຈັດປະຊາສໍາພັນການລົງທຶນຄັ້ງທໍາອິດຢູ່ ສປ ຈີນ ໃນເດືອນ ກໍລະກົດ ຜ່ານມາ ແລະ ໄດ້ສໍາເລັດການເຊັນບົດບັນທຶກໃນການລົງທຶນຮ່ວມມືກັນປະມານ 10 ໂຄງການ, ມູນຄ່າທັງໝົດ 835 ລ້ານໂດລາສະຫະລັດ, ດ້ານການກໍ່ສ້າງຕົວເມືອງອັດສະລິຍະອາຊີໂປຕາສ ປະຈຸບັນເລີ່ມກໍ່ສ້າງຫໍພັກຄົນງານ ແລະ ໄດ້ສໍາເລັດການກໍ່ສ້າງບ້ານວິນລາ, ຫໍພັກພະນັກງານ, ຕຶກອາຄານຮ້ານຊັບພະສິນຄ້າ ແລະ ສິ່ງອື່ນໆ ເພື່ອສະໜອງຄວາມສະດວກສະບາຍໃຫ້ແກ່ພະນັກງານທີ່ເຮັດວຽກໃນເຂດດັ່ງກ່າວ. ນອກນີ້ຍັງໄດ້ເອົາໃຈໃສ່ຊ່ວຍເຫລືອໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນໃນຂອບເຂດໂຄງການ ໂດຍສະເພາະການຈັດຕັ້ງປະຕິບັດໂຄງການແກ້ໄຂຄວາມທຸກຍາກປະຊາຊົນ ຢູ່ບ້ານຊຽງແຫວນ ເມືອງທ່າແຂກ.

ທ່ານ ສົມສະຫວາດ ເລັ່ງສະຫວັດ ຍັງໄດ້ມີຄໍາເຫັນ ແລະ ຕິລາຄາສູງຕໍ່ຜົນງານການເຄື່ອນໄຫວ ດໍາເນີນທຸລະກິດຂອງບໍລິສັດໃນໄລຍະຜ່ານມາ ແລະ ສະແດງຄວາມຂອບໃຈຕໍ່ການຕ້ອນຮັບ, ພ້ອມນີ້ ຍັງໄດ້ສະແດງຄວາມຊົມເຊີນມາຍັງບໍລິສັດທີ່ຊ່ວຍພັດທະນາບ້ານທຸກຍາກ, ແກ້ໄຂຫລາຍບັນຫາໃນຊຸມຊົນ, ລວມເຖິງກິດຈະກໍາຕ່າງໆ ເພື່ອສ້າງລາຍຮັບທີ່ໝັ້ນຄົງໃຫ້ແກ່ປະຊາຊົນໃນເຂດໂຄງການ ແລະ ເຂດອື່ນໆ. ໂອກາດດຽວກັນທ່ານອາດີດຮອງນາຍົກລັດຖະມົນຕີຍັງໄດ້ມີຄໍາສະເໜີແລກປ່ຽນ ຕາມການສະເໜີໃນເມືອກ່ອນໃຫ້ທາງບໍລິສັດຊ່ວຍສ້າງຜະລິດຕະພັນຝຸ່ນປຸຍ ເພື່ອນໍາໃຊ້ເຂົ້າໃນການຜະລິດກະສິກໍາ ຢູ່ ສປປ ລາວ ພວກເຮົາ ມາຮອດປະຈຸບັນທາງບໍລິສັດໄດ້ມີແຜນຄືແນວໃດ, ດ້ານການເຮັດໂຮງງານໄຟຟ້າຄວາມຮ້ອນດ້ວຍຖ່ານຫີນ, ດ້ານການຊຸກຍູ້ສົ່ງເສີມແຮງງານລາວການພັດທະນາບຸກຄະລາກອນໃຫ້ສົມທົບກັບມະຫາວິທະຍາໄລແຫ່ງຊາດ ຫລື ໂຮງຮຽນວິຊາຊີບໃດໜຶ່ງ ເພື່ອມີແຜນໄປພັດທະນາບຸກຄະລາກອນຕາມຄວາມຕ້ອງການຂອງບໍລີສັດ ໂດຍເພີ່ມແຮງງານທີ່ເປັນຄົນລາວໃຫ້ນັບມື້ຫລາຍຂຶ້ນເລື້ອຍໆ, ກ່ຽວກັບການຄຸ້ມຄອງພົນລະເມືອງລາວໃນການປະຕິບັດພັນທະ ແລະ ສິດຂອງພົນລະເມືອງລາວ ເຂດໂຄງການທາງບໍລິສັດໄດ້ມີວິທີຈັດຕັ້ງປະຕິບັດຄືແນວໃດ ແລະ ສະເໜີໃຫ້ບໍລິສັດເບິ່ງຄືນໃນການພັດທະນາ ກໍ່ສ້າງເສັ້ນທາງເຂົ້າສູ່ເຂດຕົວເມືອງອັດສະລິຍະໃຫ້ສົມກັບວ່າເປັນເຂດຕົວເມືອງອັດສະລິຍະ. ໂອກາດດຽວກັນຍັງໄດ້ສະເໜີໃຫ້ກະຊວງພາຍໃນ ສໍາຫລວດເກັບກໍາຂໍ້ມູນບັນດາບໍລິສັດຂອງຕ່າງປະເທດທີ່ມາລົງທຶນຢູ່ ສປປ ລາວ ວ່າມີບໍລິສັດໃດທີ່ໃຫ້ການຊ່ວຍເຫລືອຄື ບໍລິສັດ ຊີໂນ-ອາກຣີ ໃນການແກ້ໄຂຄວາມທຸກຍາກ ປະຊາຊົນ ບ້ານ ຊຽງ ແຫວນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments