Sunday, September 8, 2024
Homeຂ່າວການເມືອງສຳເລັດ ພິຈາລະນາ ບົດລາຍງານ ຂອງລັດຖະບານ ກ່ຽວກັບການ​ຈັດ​ຕັ້ງ​ປະ​ຕິ​ບັດວາລະແຫ່ງຊາດ

ສຳເລັດ ພິຈາລະນາ ບົດລາຍງານ ຂອງລັດຖະບານ ກ່ຽວກັບການ​ຈັດ​ຕັ້ງ​ປະ​ຕິ​ບັດວາລະແຫ່ງຊາດ

ໃນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 10 ພະຈິກ 2023 ນີ້, ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ ຖະແຫລງຜົນສຳເລັດການພິຈາລະນາ ບົດລາຍງານ ຂອງລັດຖະບານ ກ່ຽວກັບການ​ຈັດ​ຕັ້ງ​ປະ​ຕິ​ບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນໄລຍະ 3 ປີຜ່ານມາ (2021-2023) ເຊິ່ງສະພາແຫ່ງຊາດ ໄດ້ສະແດງຄວາມຊົມເຊີຍ ຕໍ່ລັດຖະບານ ທີ່ໄດ້ມີຄວາມພະຍາຍາມ ຈັດຕັ້ງປະຕິ ບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຕາມ 6 ແຜນວຽກຈຸດສຸມ ມີຜົນສໍາເລັດໃນລະດັບດີພໍສົມຄວນ, ອັນພົ້ນເດັ່ນ ແມ່ນໄດ້ເຮັດໃຫ້ປະຊາຊົນບັນດາເຜົ່າໃນທົ່ວປະເທດ ມີສະຕິສູງຕໍ່ການເຄົາລົບກົດໝາຍ, ເຈົ້າໜ້າທີ່ສາມາດແກ້ໄຂຄະດີໄດ້ເຖິງ 10. 843 ເລື່ອງ, ຈັບ​ຜູ້​ຖືກ​ຫາ​ໄດ້ 15.966 ຄົນ/ຍິງ 1.804. ຍຶດວັດຖຸເຄື່ອງຂອງກາງ ໄດ້ເປັນຈຳນວນຫລາຍ, ທຳລາຍແຫລ່ງຊຸກເຊື່ອງ ແລະ ຄອບຄອງຢາເສບຕິດໄດ້ຫລາຍສົມຄວນ.

ເຖິງຢ່າງໃດກໍ່ຕາມ ຄຽງຄູ່ກັບຜົນງານທີ່ຍາດມາໄດ້ນັ້ນ, ກອງປະຊຸມ ເຫັນວ່າ ຍັງມີດ້ານ ອ່ອນ-ຄົງຄ້າງ ຈຳນວນໜຶ່ງ ຈະຕ້ອງໄດ້ສືບຕໍ່ແກ້ໄຂ ໃນຕໍ່ໜ້າ ເປັນຕົ້ນ, ບໍ່ທັນຮັບປະກັນການແກ້ໄຂບັນຫາຢາເສບຕິດ ໃຫ້ດໍາເນີນໄປຢ່າງຖືກຕ້ອງເປັນລະບົບ, ບໍ່ທັນມີການເຂົ້າຮ່ວມສະໜັບສະໜູນ ຢ່າງກວ້າງຂວາງຈາກມະຫາຊົນ, ຂະບວນການຍັງບໍ່ຟົດຟື້ນ, ແຂງແຮງ, ບໍ່ທັນເປັນໜ້າທີ່ ແລະ ຄວາມຮັບຜິດຊອບ ຂອງທົ່ວປວງຊົນ; ການປະຕິບັດ 3 ຫລັກການ (ເດັດຂາດ, ໂປງໃສ, ເປັນມືອາຊີບ), ສອງຢຶດໝັ້ນ, ສອງມາດຕະການ ແລະ ສາມຕ້ານ ບໍ່ທັນເຂັ້ມງວດ, ບໍ່ສັກສິດເທົ່າທີ່ຄວນ; ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ເຖິງຈະໄດ້ຮັບການປັບປຸງແກ້ໄຂ ແຕ່ການໂຄສະນາເຜີຍແຜ່ບໍ່ທັນກວ້າງຂວາງ, ເລິກເຊິ່ງ, ທົ່ວເຖິງ, ສະຕິການເຄົາລົບຕໍ່ກົດໝາຍ, ນິຕິກໍາທີ່ກ່ຽວຂ້ອງ ຂອງກຸ່ມຄົນທີ່ມີຄວາມສ່ຽງຕໍ່ບັນຫາຢາເສບຕິດ ບໍ່ທັນເຂັ້ມງວດ, ປະເພດຢາເສບຕິດທີ່ເກີດຂຶ້ນໃໝ່ ຍັງບໍ່ທັນໄດ້ກໍານົດຢ່າງຈະແຈ້ງຢູ່ໃນນິຕິກໍາທີ່ກ່ຽວຂ້ອງ; ການປະກອບວັດຖຸອຸປະກອນ, ພາຫະນະເຕັກນິກ, ງົບປະມານຮັບໃຊ້ວາລະແຫ່ງຊາດ ຍັງພົບຄວາມຫຍຸ້ງຍາກ ເຮັດໃຫ້ການປະຕິບັດໜ້າທີ່ ຢູ່ແຕ່ລະຂັ້ນບໍ່ບັນລຸຄາດໝາຍ, ຂອດປະສານງານ ລະຫວ່າງກະຊວງ ກັບກະຊວງ, ກະຊວງ ກັບຂະແໜງການກ່ຽວຂ້ອງ ທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ຍັງບໍ່ທັນກົມກຽວ ແລະ ບໍ່ທັນຄ່ອງຕົວ; ສະຖານທີ່ຄຸມຂັງຫລາຍບ່ອນຍັງຄັບແຄບແອອັດ, ເຖິງຈະມີທິດທາງ, ວິທີການແລ້ວ ແຕ່ຂາດງົບປະມານ, ການແກ້ໄຂຕົວຈິງບໍ່ທັນເອົາຈິງເອົາຈັງ ເປັນຕົ້ນ ແມ່ນການຮັບປະກັນຊີວິດການເປັນຢູ່, ການປິ່ນປົວ ເວລາເຈັບເປັນ ຂອງຜູ້ຖືກຫາ ແລະ ນັກໂທດ ຍັງພົບຄວາມຫຍຸ້ງຍາກ; ການສ້າງຄວາມເຂັ້ມແຂງ ໃຫ້ສະຖາບັນຄອບຄົວ, ຊຸມຊົນ ຍັງບໍ່ທັນແຂງແຮງ ແລະ ບໍ່ທັນເປັນເຈົ້າການເຂົ້າຮ່ວມຢ່າງຕັ້ງໜ້າ ຂອງທົ່ວສັງຄົມ ເຮັດໃຫ້ຍັງມີໜໍ່ແໜງສ້າງຄວາມບໍ່ສະຫງົບ ແລະ ກໍ່ໃຫ້ເກີດປະກົດການຫຍໍ້ທໍ້ ຢູ່ໃນສັງຄົມ ຍ້ອນບັນຫາຢາເສບຕິດ ຍັງເກີດຂຶ້ນຢ່າງຕໍ່ເນື່ອງ; ການດໍາເນີນຄະດີຍັງຊັກຊ້າ, ບາງແຂວງຍັງມີຫລາຍຄະດີຄ້າງຢູ່ໃນໄລຍະການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ ເຮັດໃຫ້ການກັກຂັງພາງເກີນກໍານົດ ຕາມກົດໝາຍທີ່ກໍານົດໄວ້; ການພົວພັນຮ່ວມມື ກັບຕ່າງປະເທດ, ກັບບັນດາປະເທດໃກ້ຄຽງ ທີ່ມີຊາຍແດນຕິດກັບປະເທດເຮົາ ກ່ຽວກັບວິທີການກສະກັດກັ້ນ, ການຂົນສົ່ງ, ຄ້າຂາຍຢາເສບຕິດ ຢູ່ຕາມຊາຍແດນ ຍັງເຮັດບໍ່ທັນໄດ້ດີເທົ່າທີ່ຄວນ, ຍັງເກີດມີປະກົດການລັກລອບຂົນສົ່ງ, ຄ້າຂາຍຢາເສບຕິດຢູ່ຕາມຊາຍແດນຢ່າງຕໍ່ເນື່ອງ.

ສຳລັບ ທິດທາງໃນຕໍ່ໜ້າ ນອກຈາກ 6 ວຽກຈຸດສຸ່ມ ທີ່ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດແລ້ວ, ກອງປະຊຸມ ສະເໜີລັດຖະບານ ຄົ້ນຄວ້າຕື່ມ ແລະ ເອົາໃຈໃສ່ຈັດຕັ້ງປະຕິບັດບາງບັນຫາ ເປັນຕົ້ນ, ໃຫ້ດຳເນີນການປະເມີນ, ສະຫລຸບຖອດຖອນບົດຮຽນ ຜ່ານການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແຕ່ປີ 2021-2023 ເພື່ອຕີລາຄາຜົນໄດ້ຮັບວ່າ ບັນລຸຄາດໝາຍທີ່ວາງໄວ້ ຫລື ບໍ່? ບັນຫາຢາເສບຕິດຫລຸດລົງຫລາຍໜ້ອຍສ່ຳໃດ? ມີຂໍ້ຫຍຸ້ງຍາກສິ່ງທ້າທາຍຄືແນວໃດ? ເພື່ອເປັນບ່ອນອີງໃຫ້ແກ່ການແກ້ໄຂບັນຫາຢາເສບຕິດໃນຕໍ່ໜ້າ; ພາຍຫລັງ ສຳເລັດການປະເມີນ, ສະຫລຸບຖອດຖອນບົດຮຽນແລ້ວ, ສະເໜີລັດຖະບານ ກຳນົດທິດທາງແຜນການ ຕາມ 6 ໜ້າວຽກຈຸດສຸມໃຫ້ລະອຽດ, ຈະແຈ້ງກວ່າເກົ່າ ໂດຍສ້າງເປັນແຜນງານ, ໂຄງການອັນລະອຽດຕື່ມ, ເຊິ່ງແຕ່ລະແຜນງານ, ໂຄງການ ດັ່ງກ່າວນັ້ນ ຄວນສ່ອງແສງໃຫ້ເຫັນແຜນວຽກ, ແຜນຄົນ, ແຜນເງິນ ແລະ ຄາດໝາຍສູ້ຊົນຢ່າງລະອຽດ, ຈະແຈ້ງ, ພ້ອມທັງມີການມອບໝາຍຄວາມຮັບຜິດຊອບໃຫ້ບັນດາຂະແໜງການ ແລະ ອົງການທີ່ກ່ຽວຂ້ອງຢ່າງລະອຽດ, ຈະແຈ້ງກວ່າເກົ່າ ເພື່ອເປັນເຈົ້າການຈັດຕັ້ງປະຕິບັດແຕ່ຫົວທີ. ພ້ອມນີ້, ຍັງສະເໜີໃຫ້ແຕ່ງຕັ້ງ ຄະນະຮັບຜິດຊອບແກ້ໄຂຢາເສບຕິດລະດັບຊາດ ແລະ ລະດັບທ້ອງຖິ່ນຂຶ້ນ ເພື່ອຮັບຜິດຊອບໂດຍກົງ ຕໍ່ການຈັດຕັ້ງການແກ້ໄຂບັນຫາຢາເສບຕິດ ແຕ່ປີ 2023 ຮອດປີ 2025 ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ໂດຍມີການເຂົ້າຮ່ວມເປັນຂະບວນການທົ່ວປະເທດຢ່າງແຂງແຮງ, ກວ້າງຂວາງ ຂອງທົ່ວປວງຊົນ ແລະ ທຸກຂະແໜງການ; ຕ້ອງສືບຕໍ່ ຍົກສູງຄວາມຮັບຜິດຊອບ ແລະ ຄວາມສາມາດໃນການນຳພາ-ຊີ້ນຳບັນຊາ ຂອງຄະນະພັກ ແລະ ອົງການປົກຄອງ ແຕ່ລະຂັ້ນ ໃຫ້ສູງຂຶ້ນກວ່າເກົ່າ, ຖືເອົາການແກ້ໄຂບັນຫາຢາເສບຕິດ ເປັນສະໜາມຮົບທົ່ວປວງຊົນ ແລະ ເປັນມາດຕະຖານເງື່ອນໄຂໜຶ່ງເຂົ້າໃນການສ້າງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ນແຂງໜັກແໜ້ນ ຕິດພັນກັບການສ້າງບ້ານ, ສຳນັກງານ, ອົງການ, ກົມກອງ, ສະຖາບັນການສຶກສາ, ໂຮງຮຽນ, ໂຮງໝໍ, ໂຮງຈັກ, ໂຮງງານ ແລະ ບັນດາຫົວໜ່ວຍການຜະລິດ-ທຸລະກິດ ປອດຢາເສບຕິດ ໂດຍສ້າງຂະບວນການແຂ່ງຂັນໃຫ້ຟົດຟື້ນ, ແຂງແຮງ ຢ່າງຕໍ່ເນື່ອງມີນະໂຍບາຍທີ່ເໝາະສົມ ຕໍ່ຜູ້ມີຜົນງານດີເດັ່ນ ແລະ ກ້າຫານປະຕິບັດວິໄນ ຕໍ່ຜູ້ລ່ວງລະເມີດ, ລະເລີງ, ຂາດຄວາມຮັບຜິດຊອບ ຖ້າເຮັດໄດ້ຄືແນວນີ້ ຈະເຮັດໃຫ້ການແກ້ໄຂບັນຫາຢາເສບຕິດ ມີປະສິດທິພາບ ແລະ ປະສິດທິຜົນ.

ຂ່າວ: ທະນູທອງ, ພາບ: ເກດສະໜາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments