Sunday, September 8, 2024
Homeຂ່າວຕ່າງປະເທດອ່ານ​ຫຼາຍເລື່ອງ​ກ່ຽວ​ກັບ​ງານ​ວາງ​ສະ​ແດງ​​ສິນ​ຄ້ານຳ​ເຂົ້າ​ສາ​ກົນ​ຈີນ​ແລ້ວ, ເຮົາ​ມີ​ຄວາ​ມ​ຮູ້​ສຶກ​ແນວ​ໃດ ?

ອ່ານ​ຫຼາຍເລື່ອງ​ກ່ຽວ​ກັບ​ງານ​ວາງ​ສະ​ແດງ​​ສິນ​ຄ້ານຳ​ເຂົ້າ​ສາ​ກົນ​ຈີນ​ແລ້ວ, ເຮົາ​ມີ​ຄວາ​ມ​ຮູ້​ສຶກ​ແນວ​ໃດ ?

ໃນ​ງານ​ວາງ​ສະ​ແດງ​​ສິນ​ຄ້າ​ນຳ​ເຂົ້າສາ​ກົນ​ຈີນ​ຄັ້ງ​ທຳ​ອິດ​ປີ 2018, ບໍ​ລິ​ສັດ​ໂດ​ເຕີ​ຣາ ທີ່​ເປັນ​ວິ​ສາ​ຫະ​ກິດ​ນ້ຳ​ມັນ​ນວດ​ຂອງ​ອາ​ເມ​ຣິ​ກາ ​ໄດ້​ລອງ​ມາ​ເຂົ້າ​ຮ່ວມງ​ານ, ​ແຕ່​ສຸດ​ທ້າຍປະ​ສົບ​ຜົນ​ສຳ​ເລັດ​ອັນ​ໃຫຍ່ຫຼວງ ໂດຍໄດ້​ເຊັນ​ຂໍ້​ຜູກ​ພັນ​​ໃນ​ການ​ສັ່ງ​ຊື້​ທີ່​ມີ​ມູນ​ຄ່າ 380 ລ້ານຢວນ. ຫຼັງ​ຈາກ​ນັ້ນ, ບໍ​ລິ​ສັດ​ໂດ​ເຕີ​ຣາໄດ້​ເລືອກ​ມາ​ແນະນຳ​ຜະ​ລິດ​ຕະ​ພັນ​ໃໝ່ ທີ່​ຜະ​ລິດ​ໂດຍ​ວັດ​ຖຸ​ດິບ​ຈີນ​ໃນ​ງານ​ວາ​ງ​ສະ​ແດງ​​ສິນ​ຄ້ານຳ​ເຂົ້າ​ສາ​ກົນ​ຈີນ​ທຸກ​ຄັ້ງ, ມູນ​ຄ່າ​ທີ່​ມີ​ຈຸດ​ປະ​ສົງ​ໃນ​ການ​ສັ່ງ​ຊື້​ກໍ​ໄດ້​ເພີ່ມ​ຈາກ 380 ລ້ານຢວນ ​ຂຶ້ນເປັນ 1 ຕື້ຢວນ.

ປີ 2020, ຊາຍ​ໜຸ່ມ​ອັ​ຟ​ກາ​ນິ​ສ​ຖານ ​ຄົນ​ໜຶ່ງ​ ໄດ້​ນຳ​ເອົາ​ຜ້າ​ພົມ​ຂົນ​ແກະ​​ທີ່​ຜະ​ລິດ​ແບບ​ສີ​ມື​ດັ່ງ​ເດີມມາ​ເຂົ້າ​ຮ່ວມ​ງານວ​າງ​ສະ​ແດງ​​ສິນ​ຄ້ານຳ​ເຂົ້າ​ສາ​ກົນ​ຈີນ​ເປັນ​ຄັ້ງ​ທຳ​ອິດ ແລະ ໄດ້​ໃບ​ສັ່ງ​ຊື້​ຜ້າ​ພົມ 2.000 ຜືນ ຊຶ່ງ​ໝາຍ​ຄວາມ​ວ່າ ຄອບ​ຄົວ​ເຂດ​ພູ​ດອຍ​ອັ​ຟ​ກາ​ນິ​ສຖານ 2.000 ຄອບ​ຄົວ ​ມີ​ລາຍ​ຮັບ​​ຕະຫຼອດ​ທັງ​ປີ​ເລີຍ. ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ ທີ່​ຈັດ​ຂຶ້ນ​ໃນ​ໄລ​ຍະ​ເກີດ​ການແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໄດ້​ປ່ຽນ​ແປງ​ຊີ​ວິດ​ຂອງ​ຊາຍ​ໜຸ່ມ​ຄົນ​ນັ້ນ ແລະ ກໍ​ໄດ້​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຄອບ​ຄົວ​​ຊາວອັ​ຟ​ກາ​ນິ​ສ​ຖານ​ຕັ້ງຫຼາຍ​ພັນຫຼາຍ​ໝື່ນ​ຄອບ​ຄົວ.

ໂດຍ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ ແລະ ຈີນ ​ໄດ້​ປະ​ຕິ​ບັດ​ມາດ​ຕະ​ການກວດ​ກາ​ອະ​ນຸ​ມັດ ແລະ ເລັ່ງ​ການ​ອະ​ນຸ​ມັດ​ຢາ​ຊະ​ນິດ​ໃໝ່​ຕ່າງໆ, ນັບ​ແຕ່​ປີ 2020 ເປັນ​ຕົ້ນ​ມາ, ບໍ​ລິ​ສັດ​ຜະ​ລິດ​ຢາ​ຕາ​ເກ​ດາ​ຂອງ​ຍີ່​ປຸ່ນ ​ມີ​ຢາ​ໃໝ່ຫຼາຍກວ່າ 10 ຊະ​ນິດ ​ທີ່​ໄດ້​ວາງ​ສະ​ແດງ​ໃນ​ງາ​ນ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ ໄດ້​ຮັບ​ການ​ອະ​ນຸ​ມັດ​ໃຫ້​ຈຳ​ໜ່າຍ​ໃນ​ຕະຫຼາດ​ຈີນ ແລະ ມີ​ຜະ​ລິດ​ຕະ​ພັນ​ໃໝ່ 7 ຊະ​ນິດ ​ຖືກ​ຈັດ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ປະ​ກັ​ນ​ສຸ​ຂະ​ພາບ​ທົ່ວ​ສັງ​ຄົມ​ຂອງ​ຈີນ. ໃນ​ຂະ​ນະ​ດຽວ​ກັນ, ໂດຍ​ນຳ​ໃຊ້​ນະ​ໂຍ​ບາຍ​ເຮັດ​ກ່ອນ​ ແລະ ທົດ​ລອງ​ກ່ອນ, ຢາ​ໃໝ່​ຊະ​ນິດ​ໜຶ່ງ​ຂອງ​ບໍ​ລິ​ສັດ​ດັ່ງ​ກ່າວ​​ກໍ​ໄດ້​ປ້ອນ​ເຂົ້າ​ສູ່​ຕະຫຼາດ​ຈີນ​ພາຍ​ໃນ​ເວ​ລາ​ພຽງ 6 ເດືອນ ຫຼັງ​ຈາກ​ໄດ້​ວາງ​ສະ​ແດງ​ໃນ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ.

ໃນ​ພິ​ທີ​ເປີດ​ງານວ​າງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 6, ທ່ານ ຫຼີ​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ ໄດ້​ແບ່ງ​ປັນຫຼາຍ​ເລື່ອງ​​ທີ່​ເປັນ​ຮູບ​ປະ​ທຳກ່ຽວ​ກັບ​ງານ​ວາງ​ສະ​ແດງ​​ທຸກ​ຄັ້ງ​ຜ່ານ​ມາ. ເວົ້າ​ສຳ​ລັບ​ວິ​ສາ​ຫະ​ກິດ, ຜ​ະ​ລິດ​ຕະ​ພັນ, ເຕັກ​ນິກ ແລະ ປັດ​ໄຈ​ປະ​ດິດ​ສ້າງ​ໃໝ່​ຂອງປະ​ເທດ ແລະ ເຂດ​ແຄ້ວນ​ຕ່າງໆ​ແລ້ວ, ການ​ເຂົ້າ​ຮ່ວມ​ງານວ​າງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ແມ່ນ​ຊ່ອງ​ທາງ​ໄປ​ສູ່​ຕະຫຼາດ, ໄປ​ສູ່​ເວ​ທີ ແລະ ໄປ​ສູ່​ໂອ​ກາດ.

ມີ​ຜູ້​ແທນ​ວົງ​ການ​ຕ່າງໆ​ຈາກ 154 ປະ​ເທດ, ເຂດ​ແຄ້ວນ ແລະ ອົງ​ການ​ຈັດ​ຕັ້​ງ​ສາ​ກົນ​ໄດ້​ເຂົ້າ​ຮ່ວມ​ງາ​ນ​ວາງ​ສະ​ແດງ​ປີ​ນີ້. ເນື້ອ​ທີ່​ວາງ​ສະ​ແດງ​ຂອງວິ​ສາ​ຫະ​ກິດ, ຈຳ​ນວນ​ວິ​ສາ​ຫະ​ກິດ​ໃນ 500 ອັນ​ດັບ​ສຸດຍອດ​ວິ​ສາ​ຫະ​ກິດ​​ລະ​ດັບ​ໂລກ, ວິ​ສາ​ຫະ​ກິດ​​ນຳ​ໜ້າ​ຂະ​ແໜງ​ການ ແລະ ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ ແລະ​ ນ້ອຍ​ແບບ​ປະ​ດິດ​ສ້າງ​ໃໝ່​ທີ່​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້ ລ້ວນ​ແຕ່​ໄດ້​ສ້າງ​ສະ​ຖິ​ຕິ​ໃໝ່​ໃນ​ປະ​ຫວັດ​ສາດ ຊຶ່ງສະ​ແດງ​ໃຫ້​ເຫັນ​ວ່າ ທົ່ວ​ໂລກ​ມີ​ຄວາມ​ຄອງ​ຄອຍ ແລະ ມີ​ຄວາມ ​ໝັ້​ນ​ໃຈ​ຕໍ່​ຕະຫຼາດ​ຈີນຫຼາຍ​ຂຶ້ນກວ່າ​ເກົ່າ.

ງານ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ແມ່ນ​ເປີດ​ປະ​ຕູ​ສູ່​ທົ່ວ​ໂລກ ແລະ ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ທົ່ວ​ເຖິງ, ຈະ​ບໍ່​ສ້າງ​ກຸ່ມ​ກ້ອນ​ໃນວົງ​ແຄບ​ຕາມ​​ການ​ພົວ​ພັນທີ່​ສະ​ໜິດ ຫຼື ​ຫ່າງ​ເຫີນ ຫຼື ຮູບ​ຖານ​ຈິດ​ສຳ​ນຶກ, ໃນ​ຂະ​ນະ​ດຽວ​ກັນ, ກໍ​ໄດ້ສ້າງ​ໂອ​ກາດ​ໃຫ້​ແກ່​ປະ​ເທດ​ດ້ອຍ​ພັດ​ທະ​ນາ​ໃນ​ໂລກ. ຝ່າຍ​ເຈົ້າ​ພາບໄດ້​ເຊື້ອ​ເຊີນ​ປະ​ເທດ​ດ້ອຍ​ພັດ​ທະ​ນາໃນ​ໂລກ​ເຂົ້າ​ຮ່ວມ​ງານ​ນັບ​ຕັ້ງ​ແຕ່​ຄັ້ງ​ທຳ​ອິດ ແລະ ສະ​ໜອງ​ຮ້ານ​ວາງ​ສະ​ແດງ​ມາດ​ຕະ​ຖານ​ສອງ​ແຫ່ງ​ໃຫ້​ແກ່​ທຸກ​ປະ​ເທດ​ທີ່​ດ້ອຍ​ພັດ​ທະ​ນາ​ ໂດຍ​ບໍ່​ເກັບ​ຄ່າ. ໃນ​ງານ​ວາງ​ສະ​ແດງ​ແຫ່ງ​ຊາດ​ປີ​ນີ້, ໃນ​ຈຳ​ນວນ 69 ປະ​ເທດ​ນັ້ນ, ມີ 16 ປະ​ເທດ​ແມ່ນ​ປະ​ເທດ​​ດ້ອຍ​ພັດ​ທະ​ນາ​, ການ​ວາງ​ສະ​ແດງວິ​ສ​າ​ຫະ​ກິດ​ມີ 29 ປະ​ເທດ​ດ້ອຍ​ພັດ​ທະ​ນາ​​ເຂົ້າ​ຮ່ວມ.

ໃນ​ງານວ​າງ​ສະ​ແດງ​ຄັ້ງ​ທີ 6 ໃນ​ປີ​ນີ້, ພວກ​ເຮົາ​ຍັງ​ໄດ້​ຮັບ​ຮູ້​ເຖິງຫຼາຍ​ເລື່ອງ​ທີ່​ຄ້າຍ​ຄື​ກັນ. ໂດຍ​ຜ່ານ​ຈາກ​ເລື່ອງ​ເຫຼົ່າ​ນີ້, ພວກ​ເຮົາ​ໄດ້​ຮັບ​ຮູ້​ເຖິງ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ແລະ ຄວາມ​ຫວັງ​ໃນ​ຕະຫຼາດ​ຈີນ, ທັງ​ໝົດ​ເຫຼົ່າ​ນີ້​ເປັນ​ການ​ຢືນ​ຢັນ​ຕໍ່​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຈີນ​ຈາກ​ອີກ​ແງ່​ມູມ​ໜຶ່ງວ່າ: “ຈີນ​ຈະ​ບໍ່​ປິດ​ປະ​ຕູ​​ຕັນ​ໂຕ​ເອງ, ແຕ່​ຈະ​ເປີດ​ປະ​ຕູ​ນັບ​ມື້​ນັບ​ກວ້າງ​ອອກເທົ່າ​ນັ້ນ” ແລະ “ໃຫ້​ຕະຫຼາດ​ຈີນ​ກາຍ​ເປັນ​ໂອ​ກາດ​ໃຫຍ່​ຂອງ​ໂລກ”.

ໂດຍ: ຊີອາໄອ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments