Sunday, September 8, 2024
Homeຂ່າວພາຍໃນກອງບັນຊາການ ປກສ ເມືອງຊະນະສົມບູນ ຈັດພິທີຈູດທຳລາຍອາວຸດລ່າເນື້ອ ແລະ ພຶດທີ່ມີສານເສບຕິດ ( ຕົ້ນກະທ້ອມ )

ກອງບັນຊາການ ປກສ ເມືອງຊະນະສົມບູນ ຈັດພິທີຈູດທຳລາຍອາວຸດລ່າເນື້ອ ແລະ ພຶດທີ່ມີສານເສບຕິດ ( ຕົ້ນກະທ້ອມ )

ໃນຕອນບ່າຍວັນທີ 7 ພະຈິກ 2023 ກອງບັນຊາການປ້ອງກັນຄວາມສະຫງົບ ເມືອງຊະນະສົມບູນ ແຂວງຈຳປາສັກ ໄດ້ຈັດພິທີຈູດທໍາລາຍອາວຸດລ່າເນື້ອ ແລະ ພຶດທີ່ມີສານເສບຕິດ ( ຕົ້ນກະທ້ອມ ) ໂດຍມີ ທ່ານ ສອນສະຫວັນ ສີວິໄລ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆຊະນະສົມບູນ , ທ່ານ ພັທ ວິຊຽນ ດວງຄໍາ ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງຈຳປາສັກ,ມີຄະນະພັກ-ຄະນະບັນຊາ,ນາຍ ແລະ ພົນຕຳຫຼວດພາຍໃນກົມກອງດັ່ງກ່າວ ພ້ອມນີ້ ຍັງມີແຂກເຊີນຈາກຫ້ອງການອ້ອມຂ້າງເມືອງເຂົ້າຮ່ວມ.

ໃນພິທີທ່ານ ພັທ ສຸລິວັນ ບຸນສະຫງ່າ ຫົວໜ້າກ້ອງບັນຊາການປ້ອງ ກັນຄວາມສະຫງົບເມືອງ ໄດ້ລາຍງານໃຫ້ຮູ້ວ່າ: ເມືອງຊະນະສົມບູນ ກໍ່ນັບວ່າເປັນເມືອງໜຶ່ງທີ່ມີຄວາມອຸດົມສົມບູນທາງດ້ານຊັບພະຍາກອນທຳມະຊາດ ໂດຍສະເພາະມີປ່າສະຫງວນແຫ່ງຊາດພູຊຽງທອງ ເຊີ່ງມີພຶດພັນ,ສັດສາວາສິ່ງນາໆຊະນິດທີ່ຍັງອຸດົມສົມບູນ ຍ້ອນສາເຫດຄືແນວນັ້ນຈຶ່ງເກີດມີຄົນບໍ່ດີຈຳນວນໜຶ່ງນຳໃຊ້ອາວຸດປືນລ່າເນື້ອທີ່ຜິດກົດໝາຍປະກອບເຂົ້າໃນການລ່າສັດຢູ່ໃນເຂດປ່າສະຫງວນແຫ່ງຊາດດັ່ງກ່າວ ແລະ ບ່ອນອື່ນໆທີ່ມີສັດອາໃສຢູ່ ຈຶ່ງເຮັດໃຫ້ສັດປ່າຫຼຸດລົງເປັນຈຳນວນຫຼວງຫຼາຍ ດັ່ງນັ້ນກອງບັນຊາການປ້ອງກັນຄວາມສະຫງົບເມືອງຊະນະສົມບູນ ສົມທົບກັບ ຫຼາຍພາກສ່ວນທີ່ກ່ຽວຂອງລົງກວດກາຢຶດອາວຸດລ່າເນື້ອທຸກປະເພດກັບພໍ່ແມ່ປະຊາຊົນຢູ່ທ້ອງຖີ່ນ ຈົນສາມາດກວດຢຶດທ້ອນໂຮມອາວຸດປືນໄດ້ທັງໝົດ 161 ກະບອກ ໃນນັ້ນມີປືນແກ໋ບ 160 ກະບອກ ແລະ ປືນແບ໋ງມີ 1 ກະບອກ

ທ່ານຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງຍັງໃຫ້ຮູ້ຕື່ມອິກວ່າວ່າ: ນອກຈາກນັ້ນຍັງມີຄຸມຄົນຈຳນວນໜຶ່ງພາຍໃນເມືອງເຄື່ອນໄຫວ ເສບນ້ຳກະທ້ອມ ແລະ ປູກຕົ້ນກະທ້ອມ ໂດຍບໍ່ຄຳນື່ງເຖີງຜົນກະທົບທີ່ຕາມມາ ໃນນັ້ນສາມາດພົບເຫັນພາກສວນດື່ມນ້ຳກະທອມທັງໝົດ 17 ຄົນ,ຍິງ 2 ຄົນ,ປະຊາຊົນປູກຕົ້ນກະທ້ອມມີຈຳນວນ 8 ຕົ້ນ ຕໍ່ກັບບັນຫາດັ່ງກ່າວທາງເຈົ້າໜ້າທີ່ວິຊາສະເພາະທີ່ກ່ຽວຂ້ອງຂອງເມືອງກໍ່ໄດ້ເຄື່ອນໄຫວລົງກວດກາຢຶດທ້ອນໂຮມ ແລະ ທຳລາຍ ພ້ອມທັງ ສ້າງບົດບັນທຶກສຶກສາອົບຮົມກ່າວຕັກເຕືອນຕໍ່ກັບຜູ້ກະທຳຜິດ ໂດຍປະຕິບັດຕາມແຈ້ງການຂອງປະທານປ້ອງກັນຊາດ – ປ້ອງກັນຄວາມສະຫງົບເມືອງຊະນະສົມບູນ ສະບັບເລກທີ 024/ຈມ.ຊບ,ລົງວັນທີ 30 ທັນວາ 2022 ວ່າດ້ວຍການທ້ອນໂຮມອາວຸດລ່າເນື້ອ ແລະ ແຈ້ງການຂອງອົງການໄອຍະການສານປະຊາຊົນສູງສຸດ ສະບັບເລກທີ 006/ອອປສ,ລົງວັນທີ 30 ມີນາ 2023 ວ່າດ້ວຍການດໍາເນີນຄະດີຕໍ່ຜູ້ປູກ,ຜະລິດ,ປຸງແຕ່ງ,ຄ້າ-ຂາຍ ແລະ ມີໄວຄອບຄອງນຳເຂົ້າ – ສົ່ງອອກ ເສບພຶດທີ່ມີສານເສບຕິດເຊັ່ນ: ໃບກະທ້ອມ,ນ້ຳກະທ້ອມ.

——————————-

#medialaos#ສື່ມວນຊົນແຂວງຈຳປາສັກ ( ຂ່າວ – ພາບ: ຫ້ອງການ ຖວທ ເມືອງຊະນະສົມບູນ )

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments