Saturday, July 27, 2024
Homeຂ່າວໜ້າໜຶ່ງປະກາດນະຄອນຫຼວງວຽງຈັນ ເປັນຫົວໜ່ວຍຍຸດທະສາດ

ປະກາດນະຄອນຫຼວງວຽງຈັນ ເປັນຫົວໜ່ວຍຍຸດທະສາດ

ໃນທ້າຍອາທິດຜ່ານມາ, ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ໄດ້ຈັດພິທີປະກາດ ແລະ ມອບໃບຢັ້ງຢືນ ນະຄອນຫຼວງວຽງ ຈັນ ເປັນຫົວໜ່ວຍຍຸດທະສາດ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳຂົງເຂດວຽກງານປົກຄອງ ແລະ ວັດທະ ນະທຳ-ສັງຄົມ; ມີທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ບັນດາທ່ານລັດຖະມົນຕີ, ການນຳນະຄອນຫຼວງວຽງຈັນ, ເມືອງ ແລະ ອົງການປົກຄອງບ້ານ ພາຍໃນນະ ຄອນຫຼວງວຽງຈັນ ຈຳນວນໜຶ່ງ ເຂົ້າຮ່ວມ.

ໂອກາດນີ້, ໄດ້ຮັບຟັງການລາຍງານ ຈາກທ່ານ ພູວົງ ວົງຄຳຊາວ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ ກ່ຽວກັບສະພາບ ການຈັດຕັ້ງປະຕິບັດ ແລະ ປະເມີນວຽກງານ 3 ສ້າງ (ໄລຍະປີ 2016-2020) ຕາມທິດນໍາ, ມະຕິຂອງສູນກາງພັກ ແລະ ບົດແນະນໍາ ກ່ຽວກັບການປະເມີນຜົນການສ້າງແຂວງເປັນຫົວໜ່ວຍຍຸດທະ ສາດ, ສ້າງເມືອງເປັນຫົວໜ່ວຍເຂັັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດ ທະນາ. ຜ່ານການປະເມີນ ຕາມມາດຖານເງື່ອນໄຂການສ້າງແຂວງເປັນຫົວໜ່ວຍຍຸດທະສາດ 7 ດ້ານ 66 ຕົວຊີ້ບອກ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ຕາມເນື້ອໃນ 5 ດ້ານ, 47 ຕົວຊີ້ວັດ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາໃນ 4 ດ້ານ, 30 ຕົວຊີ້ວັດ ເຫັນວ່າ ນະຄອນ ຫຼວງວຽງຈັນ ບັນລຸ 60 ຕົວຊີ້ວັດ ເທົ່າກັບ 90,9% ຊຶ່ງສາມາດປະກາດເປັນຫົວ ໜ່ວຍຍຸດທະສາດໄດ້; ຂັ້ນເມືອງ, ສາມາດສ້າງເປັນເມືອງເຂັ້ມ ແຂງຮອບດ້ານໄດ້ 08 ເມືອງ; ສໍາລັບເມືອງປາກງື່ມ ແມ່ນບໍ່ສາມາດສ້າງເປັນເມືອງເຂັ້ມແຂງຮອບດ້ານໄດ້ ຍ້ອນວ່າບໍ່ບັນລຸຕາມມາດຕະ ຖານເງື່ອນໄຂທີ່ໄດ້ກໍານົດ; ຂັ້ນບ້ານ, ຕາມການປະເມີນໃນ 481 ບ້ານ ສາມາດສ້າງເປັນບ້ານຫົວໜ່ວຍພັດທະນາໄດ້ 437 ບ້ານ ເທົ່າກັບ 90,85%, ຄຽງຄູ່ກັນນັ້ນ ຄະນະພັກແຕ່ລະຂັ້ນ ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານລັດຖະກອນ, ທະ ຫານ, ຕໍາຫຼວດ ຕະຫຼອດຮອດປະຊາຊົນບັນດາເຜົ່າ ແລະ ຊີ້ນໍາທາງດ້ານວິຊາສະເພາະແຕ່ລະຂະ ແໜງການ ຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ ແລະ ມີຄວາມຮັບຜິດຊອບສູງ; ອົງການປົກຄອງແຕ່ລະຂັ້ນ ໄດ້ຕັ້ງໜ້າຜັນຂະຫຍາຍບັນດານິຕິກຳກ່ຽວກັບວຽກ 3 ສ້າງເປັນອັນລະອຽດ, ສ້າງແຜນການ, ໂຄງການ ໃນການຈັດຕັ້ງປະຕິບັດແຕ່ລະໄລຍະ ເພື່ອໃຫ້ບັນລຸຕາມຈຸດປະສົງ, ເປົ້າໝາຍທີ່ວາງໄວ້; ການຈັດຕັ້ງທຸກຂັ້ນໄດ້ສຳເລັດບັ້ນດຳເນີນຊີວິດການເມືອງ, ປັບປຸງປົວແປງພັກ ຊຶ່ງເປັນເງື່ອນໄຂສ້າງບົດບາດການນຳພາຂອງພັກ, ອົງການປົກຄອງແຕ່ລະຂັ້ນສາມາດ ຄຸ້ມຄອງ-ບໍລິຫານລັດ ດີຂຶ້ນກວ່າເກົ່າ.

ໃນໂອກາດດັ່ງກ່າວ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ແລະ ມີທິດຊີ້ນຳ ນະຄອນຫຼວງວຽງຈັນ ໃຫ້ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ໃຫ້ຄະນະພັກ ແລະ ອົງການປົກຄອງທຸກຂັ້ນ ຂອງນະຄອນຫຼວງວຽງຈັນ ສືບຕໍ່ຍົກສູງຄວາມຮັບຜິດຊອບ ການນຳພາຊີ້ນຳວຽກງານການເມືອງແນວຄິດ ສະມາຊິກພັກ-ພະນັກງານ ໃຫ້ມີຄວາມອຸ່ນອ່ຽນທຸ່ນທ່ຽງ, ມີຄວາມເຊື່ອໝັ້ນ ຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ທັງມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງ; ສືບຕໍ່ຕິດຕາມ, ຊຸກຍຸ້ ແລະ ຊີ້ນໍາເມືອງ ໃນການສ້າງບ້ານພັດທະນາ ຕາມ 4 ເນື້ອໃນ 4 ຄາດໝາຍ ກໍ່ຄືທິດ 3 ສ້າງ ຢ່າງແຂງແຮງ ແລະ ເລິກເຊິ່ງເຖິງຖອງ; ດຳເນີນການໂຄສະນາສຶກສາອົບຮົມການເມືອງແນວຄິດ ຕິດແໜ້ນກັບການປັບປຸງກໍ່ສ້າງຮາກຖານການເມືອງ ໃຫ້ເຂັ້ມແຂງ; ສືບຕໍ່ແບ່ງຂັ້ນຄຸ້ມຄອງຕາມຄວາມເໝາະສົມ; ໃຫ້ອົງການປົກຄອງທ້ອງຖິ່ນທຸກຂັ້ນ ເພີ່ມທະວີຄວາມເປັນເຈົ້າການ ແລະ ເຂັ້ມງວດ ໃນການຈັດຕັ້ງປະຕິບັດກົົດໝາຍ, ລະບຽບການ ຢ່າງເປັນເອກະພາບ ແລະ ເປັນປົກກະຕິຕໍ່ເນື່ອງ; ພັດທະນາຂົງເຂດວັດທະນະທຳ ໃຫ້ສົມຄູ່ກັບເສດຖະກິດ ໂດຍສະເພາະ ການສົ່ງເສີມການສຶກສາ ແລະ ການຂະຫຍາຍຕາໜ່າງ ການບໍລິການສາທາລະນະສຸກ ໃຫ້ທົ່ວເຖິງແຕ່ລະບ້ານ; ສືບຕໍ່ຊຸກຍູ້, ສົ່ງເສີມບັນດາຂະແໜງການ ຂອງນະຄອນຫຼວງວຽງຈັນ ແລະ ປະຊາຊົນບັນດາເຜົ່າຢູ່ທ້ອງຖິ່ນຮາກຖານ ມີຄວາມຕື່ນຕົວທາງດ້ານການເມືອງ, ມີສະຕິຕໍ່ການຈັດຕັ້ງ, ປະຕິບັດກົດລະບຽບຂອງບ້ານເມືອງຢ່າງເຂັ້ມງວດ, ເຂົ້າຮ່ວມຂະບວນການຕ່າງໆ ທີ່ຄະນະພັກ-ອົງການປົກຄອງທ້ອງຖິ່ນວາງອອກ ຢ່າງແຂງແຮງ; ຕື່ນຕົວເປັນເຈົ້າການ ເຂົ້າຮ່ວມການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ; ປັບປຸງອົງການຈັດຕັ້ງພັກ, ອົງການແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ ແຕ່ລະຂັ້ນໃຫ້ເຂັ້ມແຂງ, ສາມາດເປັນໃຈກາງທາງດ້ານການເມືອງແນວຄິດ, ສຶກສາອົບຮົມ ແລະ ເຕົ້າໂຮມຄວາມສາມັກຄີບັນດາເຜົ່າ, ຊັ້ນຄົນ, ສາສະໜາ, ເພດໄວ ເພື່ອສ້າງພື້ນຖານອັນໜັກແໜ້ນ ຂອງລະບອບປະຊາທິປະໄຕປະຊາຊົນ; ສືບຕໍ່ປັບປຸງກົນໄກ, ລະບອບແບບແຜນວິທີເຮັດວຽກ ໃຫ້ມີຄວາມກະທັດຮັດ, ໂປ່ງໃສ, ບໍລິການປະຊາຊົນ ດ້ວຍຄວາມວ່ອງໄວ ແລະ ຍຸຕິທຳ; ຊຸກຍູ້, ສົ່ງເສີມການພັດທະນາ ຕາມທ່າແຮງຂອງແຕ່ລະເຂດ ໃຫ້ເປັນແຫຼ່ງການຜະລິດທາງດ້ານກະສິກຳສະອາດ ແລະ ຫັດຖະກຳທ້ອງຖິ່ນ ທີ່ມີຄຸນນະພາບ ເພື່ອການສົ່ງອອກ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ນັບມື້ດີຂຶ້ນເປັນກ້າວໆ.

ຂ່າວ;ພາບ: ກົມປະຊາສຳພັນ ຫ້ອງການສຳນັກງານ ນາຍົກລັດຖະມົນຕີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments