Saturday, July 27, 2024
Homeຂ່າວໜ້າໜຶ່ງເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວພົບປະກັບເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ

ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວພົບປະກັບເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ

ໃນໂອກາດເດີນທາງໄປເຂົ້າຮ່ວມກອງປະຊຸມເວທີປາໄສລະດັບສູງ “ໜຶ່ງແລວ ໜື່ງເສັ້ນທາງ” ຄັ້ງທີ 3 ແລະ ຢ້ຽມຢາມເຮັດວຽກຢູ່ ສປ ຈີນ ແຕ່ວັນທີ 16-20 ຕຸລາ 2023, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະເຮັດວຽກກັບ ສະຫາຍ ສີ ຈິ້ນຜິງ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ ທີ່ຫໍສະພາປະຊາຊົນຈີນ ໃນຕອນເຊົ້າຂອງວັນທີ 20 ຕຸລາ 2023, ໂດຍມີການນໍາຂັ້ນສູງພັກ, ລັດ ຂອງສອງຝ່າຍເຂົ້າຮ່ວມ.

ໃນການພົບປະ, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ສະໜິດສະໜົມ ຂອງ ສະຫາຍ ສີຈິ້ນຜິງ ແລະ ບັນດາການນໍາຂັ້ນສູງຂອງພັກ, ລັດຈີນ ແລະ ຊົມເຊີຍຕໍ່ຜົນສໍາເລັດອັນຈົບງາມຂອງກອງປະຊຸມເວທີປາໄສລະດັບສູງ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄັ້ງທີ 3 ທີ່ ສປ ຈີນ ເປັນເຈົ້າພາບຈັດຂືຶ້ນໃນໂອກາດຄົບຮອບ 10 ປີ ທີ່ ສະຫາຍ ສີ ຈິ້ນຜິງ ໄດ້ສະເໜີອອກ ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ”; ຕີລາຄາສູງຕໍ່ຜົນສຳເລັດອັນສໍາຄັນ ຮອບດ້ານ ຂອງປະຊາຊົນຈີນ ໃນພາລະກິດສ້າງສາສັງຄົມນິຍົມຕາມສີສັນພິເສດຂອງຈີນ, ໂດຍສະເພາະແມ່ນ ການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XX ຂອງພັກ ໃນການພັດທະນາຫັນເປັນທັນສະໄໝແບບຈີນ ຕາມແນວຄິດ ສີ ຈິ້ນຜິງ ໃນຍຸກສະໄໝໃໝ່; ສະແດງຄວາມຂອບໃຈ ຕໍ່ການສະຫນັບສະຫນູນຊ່ວຍເຫລືອຂອງພັກ, ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ຕໍ່ ພັກ, ລັດ ແລະ ປະຊາຊົນລາວ ໃນຕະຫລອດໄລຍະຜ່ານມາ; ຢຶນຢັນທັດສະນະອັນສະເຫມີຕົ້ນສະເຫມີປາຍຂອງພັກ, ລັດລາວ ໃນການສະຫນັບສະຫນູນ ຫລັກການປະເທດຈີນ ແລະ ການທ້ອນໂຮມຊາດຂອງຈີນ; ສະຫນັບສະຫນູນ ແລະ ປະກອບສ່ວນເຂົ້າໃນ ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ແລະ ບັນດາຂໍ້ລິເລີ່ມ ທີ່ ສະຫາຍ ສີ ຈິ້ນຜິງ ສະເຫນີອອກ.

ສະຫາຍ ສີຈິ້ນຜິງ ໄດ້ສະແດງຄວາມຍິນດີຕ້ອນຮັບ ສະຫາຍ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ ທີ່ເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປ ຈີນ ແລະ ສະແດງຄວາມຂອບໃຈ ຕໍ່ການເຂົ້າຮ່ວມກອງປະຊຸມເວທີປາໄສລະດັບສູງ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄັ້ງທີ 3; ບິແບ່ງບົດຮຽນ ຂອງ ພັກ, ລັດຈີນ ໃນການສ້າງສາພັດທະນາປະເທດຊາດ ຕາມທິດສ້າງສັງຄົມນິຍົມທີ່ມີສີສັນພິເສດ ໃນການຫັນເປັນທັນສະໄໝຂອງຈີນ; ເນັ້ນເຖິງຄວາມສໍາຄັນຂອງການນໍາພາຂອງພັກ ໃນພາລະກິດກໍ່ສ້າງສັງຄົມນິຍົມ, ເຊິ່ງສອງປະເທດ ລາວ-ຈີນ ຕ້ອງໄດ້ຮ່ວມມືກັນ ໃຫ້ແໜ້ນແຟ້ນກວ່າເກົ່າ ໃນການແລກ ປ່ຽນບົດຮຽນທາງດ້ານທິດສະດີ-ພຶດຕິກໍາ, ວຽກງານກໍ່ສ້າງພັກ-ພະນັກງານ, ການປົກຄອງລັດ-ບໍລິຫານປະເທດ, ຊຸກຍູ້ການຮ່ວມມືດ້ານຄວາມໝັ້ນຄົງ, ເສດ ຖະກິດ, ວັດທະນະທໍາ ແລະ ອື່ນໆ ເພື່ອປະກອບສ່ວນແກ່ການພັດທະນາຂອງສອງປະເທດ ໃນໄລຍະໃໝ່.

ສອງຝ່າຍ ຕີລາຄາສູງ ຕໍ່ ໝາກຜົນຂອງການພົວພັນຮ່ວມມື ລາວ-ຈີນ ກໍ່ຄື ການຈັດຕັ້ງປະຕິບັດ ແຜນແມ່ບົດວ່າດ້ວຍ ການສ້າງຄູ່ຮ່ວມຊະຕາກໍາ ລາວ-ຈີນ ສະບັບທໍາອິດ ໃນໄລຍະ 5 ປີຜ່ານມາ, ເຊິ່ງອັນພົ້ນເດັ່ນທີ່ສຸດ ແມ່ນໂຄງການເສັ້ນທາງລົດໄຟ ລາວ-ຈີນ ທີ່ຖືເປັນໂຄງການຕົວແບບໜຶ່ງ ຂອງການຮ່ວມມື “ໜຶ່ງແລວ ໜຶ່ງເສັ້ນທາງ”, ເປັນເສັ້ນທາງແຫ່ງຄວາມຜາສຸກ, ເສັ້ນທາງແຫ່ງໄມຕີຈິດມິດຕະພາບ, ເສັ້ນທາງແຫ່ງການພັດທະນາ ແລະ ພວມນຳເອົາຜົນປະໂຫຍດອັນໃຫຍ່ຫລວງ ມາສູ່ປະຊາຊົນສອງຊາດ ລາວ-ຈີນ, ປະກອບສ່ວນເຂົ້າໃນພາລະກິດສັນຕິພາບ ແລະ ການພັດທະນາຂອງພາກພຶ້ນ ແລະ ໃນໂລກ ກໍຄື ການສ້າງປະຊາຄົມຮ່ວມຊະຕາກຳຂອງມວນມະນຸດ; ສອງຝ່າຍ ໄດ້ເຫັນດີເປັນເອກະພາບນຳກັນ ໃນການສືບຕໍ່ໍ່ເສີມຂະຫຍາຍມິດຕະພາບອັນເປັນມູນເຊື້ອ ລາວ-ຈີນ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ຕາມທິດ 4 ດີ ແລະ ເຫັນດີລົງນາມ “ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ສະບັບໃໝ່ ເພື່ອເປັນບ່ອນອີງພື້ນຖານ ຂອງການພົວພັນຮ່ວມມື ລາວ-ຈີນ ຢ່າງຮອບດ້ານ ໃນໄລຍະ 5 ປີຕໍ່ໜ້າ; ຊຸກຍູ້ການຮ່ວມມືໃນຂະແໜງການຕ່າງໆໃນຕໍ່ໜ້າ ໃຫ້ນັບມື້ນັບມີປະສິດທິຜົນ, ພ້ອມກັນຈັດຕັ້ງປະຕິບັດເນື້ອໃນຈິດໃຈແຫ່ງການເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ ໃຫ້ເຂົ້າສູ່ລວງເລິກ ດ້ວຍຄຸນນະພາບສູງ, ປະສິດທິຜົນສູງ ແລະ ລະດັບທີ່ສູງກວ່າເກົ່າ, ສືບຕໍ່ປະຕິບັດບັນດາໂຄງການຮ່ວມມືສຳຄັນຂອງສອງຝ່າຍ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ ແລະ ນໍາເອົາຜົນປະໂຫຍດມາສູ່ປະຊາຊົນສອງຊາດ ນັບມື້ນັບຫຼາຍຂຶ້ນ. ພ້ອມນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນທັດສະນະກ່ຽວກັບສະພາບການພາກພື້ນ ແລະ ສາກົນ ຈໍານວນໜຶ່ງ ທີ່ສອງຝ່າຍມີຄວາມສົນໃຈ.

ພາຍຫຼັງການພົບປະ, ສະຫາຍເລຂາທິການໃຫຍ່ ຂອງສອງພັກ ລາວ-ຈີນ ໄດ້ຮ່ວມກັນລົງນາມ ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ສະບັບໃໝ່, ເຊິ່ງເປັນເອກະສານທີ່ກໍານົດທິດທາງໃຫ້ແກ່ການຮ່ວມມືສອງຝ່າຍໃນໄລຍະຕໍ່ໜ້າ ແລະ ໄດ້ຮ່ວມເປັນສັກຂີພິຍານໃນພິທີລົງນາມເອກະສານຮ່ວມມືສອງຝ່າຍ ໃນຂະແໜງ ເສດຖະກິດ, ການຄ້າ, ການລົງທຶນ, ເຕັກນິກອາວະກາດ, ສາທາລະນະສຸກ, ຂ່າວສານ, ວັດທະນະທໍາ-ການທ່ອງທ່ຽວ, ດ້ານກະສິກຳ ແລະ ອື່ນໆ ຈຳນວນ 13 ສະບັບ.

ກ່ອນໜ້ານັ້ນ ໃນວັນທີ 18 ຕຸລາ 2023, ສະຫາຍ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ ຍັງໄດ້ພົບປະ ກັບ ສະຫາຍ ຫານ ເຈີ້ງ, ຮອງປະທານປະເທດ ແຫ່ງ ສປ ຈີນ, ສອງຝ່າຍ ໄດ້ແລກປ່ຽນຄໍາຄິດຄໍາເຫັນນໍາກັນ ກ່ຽວກັບ ການຊຸກຍູ້ ແລະ ເສີມຂະຫຍາຍ ການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດຖະບານ ແລະ ປະຊາຊົນສອງຊາດ ລາວ-ຈີນ, ຍິນດີສືບຕໍ່ລົງເລິກການຮ່ວມມືສອງຝ່າຍ ເພື່ອນໍາເອົາຜົນປະໂຫຍດມາສູ່ປະຊາຊົນສອງຊາດ ໃຫ້ນັບມື້ຫຼາຍຂຶ້ນ, ປະກອບສ່ວນເຂົ້າໃນພາລະກິດສັນຕິ ພາບ, ການຮ່ວມມື ເພື່ອການພັດທະນາ ໃນພາກພື້ນ ແລະ ໃນໂລກ.

ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments