Sunday, September 8, 2024
Homeຂ່າວໜ້າໜຶ່ງສະເຫຼີມສະຫຼອງວັນສ້າງຕັ້ງເຫຼົ່າຮົບຊ່າງແສງຄົບຮອບ 69 ປີ

ສະເຫຼີມສະຫຼອງວັນສ້າງຕັ້ງເຫຼົ່າຮົບຊ່າງແສງຄົບຮອບ 69 ປີ

ພີທີສະເຫຼີມສະຫຼອງວັນສ້າງຕັ້ງເຫຼົ່າຮົບຊ່າງແສງຄົບຮອບ 69 ປີ (23 ຕຸລາ 1954-23 ຕຸລາ 2023). ໄດ້ຈັດໃນວັນທີ 20 ຕຸລາ 2023, ທີ່ສະໂມສອນກົມຊ່າງແສງ ກົມໃຫ່ຍເສນາທິການກອງທັບ. ໂດຍການເປັນປະທານຂອງສະຫາຍ ພົນຕີ ພັນແສງ ບຸນພັນ ກຳມະ ການຄະນະປະຈຳພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫ່ຍເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາກົມຊ່າງເເສງ, ຕາງໜ້າກົມກຳລັງພົນ, ກົມສື່ສານ, ກົມເຄມີ, ຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ, ແຂກຖືກເຊີນຈາກອົງການປົກຄອງບ້ານ, ກຸ່ມບ້ານອອ້ມຂ້າງ ພ້ອມດ້ວຍຄະນະພັກ-ຄະນະບັນຊາກົມຊ່າງແສງເຂດໃຈກາງເຂົ້າຮ່ວມ.

ສະຫາຍ ພົນຈັດຕະວາ ວຽງໄຊ ໄຊສະໝອນ ຄະນະພັກອົງການກົມໃຫ່ຍ, ຫົວໜ້າກົມຊ່າງເເສງ ກົມໃຫ່ຍເສນາທິການກອງທັບ, ໄດ້ເລົ່າຄືນມູນເຊື້ອແຫ່ງການເຕີບໃຫ່ຍຂະຫຍາຍຕົວຂອງເຫຼົ່າຮົບຊ່າງແສງໃນຕະຫຼອດໄລຍະ 69 ປີຜ່ານມາ. ໂດຍຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງຂະບວນການປະຕິ ວັດຕໍ່ສູ້ກູ້ຊາດ ເຫຼົ່າຮົບຊ່າງແສງກອງທັບປະຊາຊົລາວ ໄດ້ກຳເນີດເກີດຂຶ້ນໃນລະດູການເກັບກ່ຽວເຂົ້ານາປີຂອງປະຊາຊົນລາວບັນດາເຜົ່າ, ເຊີ່ງກົງກັບວັນທີ 23 ຕຸລາ ປີ 1954 ທີ່ບ້ານ ປູນ, ເຂດທີ່ໝັ້ນແຫ່ງໜຶ່ງຂອງແຂວງຫົວພັນ, ການຈັດຕັ້ງຂອງກົມກອງເຫຼົ່າຮົບຊ່າງແສງ ໃນເວລານັ້ນ ແມ່ນມີພຽງແຕ່ 1 ກອງຮ້ອຍເອກະລາດຄື: ກອງຮ້ອຍ 400 ຊ່າງແສງ ເຊິ່ງເປັນອົງປະກອບໜຶ່ງທີ່ສຳຄັນ ໃນກອງທັບແນວລາວອິດສະຫຼະ, ພາຍຫຼັງໄດ້ຮັບການສ້າງຕັ້ງຂຶ້ນ ໄດ້ຖືກມອບໝາຍໜ້າທີ່ອັນສູງສົ່ງຈາກຂັ້ນເທິງ ໃນການເຮັດໜ້າທີ່ຮັບປະກັນເຊັ່ນ:ສູ້ຮົບປະສານສົມທົບກັບບັນດາເຫຼົ່າຮົບອື່ນໆ, ເຮັດໜ້າທີ່ວຽກງານຮັບປະກັນ ໃນການ ສູ້ຮົບ, ກໍ່ສ້າງຂົວ-ທາງການທະຫານ, ຂຸດຂຸມຄອງ, ແຊມກາຍ, ກໍ່ສ້າງສະໜາມ, ປ້ອມສັງເກດການ, ສູນບັນຊາ, ກໍ່ສ້າງເຄຫະສະຖານ, ສະຖານທີ່ເຮັດວຽກຂອງຜູ້ນໍາ ແລະເຮັດໜ້າທີ່ລໍາລຽງຂົນສົ່ງ, ປຸກລະດົມ ຂົນຂວາຍ, ກໍ່ສ້າງຮາກຖານການເມືອງ ແລະ ເພີ່ມພູນຜະລິດຜົນ ຫາລ້ຽງກຸ້ມຕົນເອງຢ່າງຕັ້ງໜ້າ, ພາລະໜ້າທີ່ຂອງກົມກອງ ໂດຍປະຕິບັດຄຳຂວັນທີ່ວ່າ: “ ທຸກສິ່ງທຸກຢ່າງ ແມ່ນຕີເອົາຊະນະຈັກກະພັດຜູ້ຮຸກຮານ ແລະ ທຸກສິ່ງຢ່າງ ເພື່ອພາລະກິດປົດປ່ອຍຊາດ ” ມາເຖິງວັນທີ 28 ຕຸລາ 1962 ເຫຼົ່າຮົບຊ່າງແສງໄດ້ຮັບການປັບປຸງ ແລະ ຍົກລະດັບຂຶ້ນອີກກ້າວໜຶ່ງຈາກກອງພັນນ້ອຍເອກະລາດຊ່າງແສງ ກາຍເປັນພະແນກຊ່າງແສງ ຂຶ້ນກັບຫ້ອງເສນາທິການກອງບັນຊາການສູງສຸດທີ່ເມືອງວຽງໄຊ ໂດຍແມ່ນ ທ່ານ ຫີນສີລາເພັດ ອິນສີນາ ເປັນຜູ້ຊີ້ນຳອັນໄດ້ເຮັດໃຫ້ພາລະບົດບາດ, ໜ້າທີ່, ຄວາມຮັບຜິດຊອບຂອງເຫຼົ່າຮົບຊ່າງແສງສູງຂຶ້ນ ແລະ ກ້ວາງຂວາງກວ່າເກົ່າ, ໃນໄລຍະນີ້ບັນດາກົມກອງຂອງເຫຼົ່າຮົບຊ່າງແສງຢູ່ແຕ່ລະເຂດ, ແຕ່ລະແຂວງ, ກໍ່ມີການສ້າງຕັ້ງຂຶ້ນ ແລະ ມີການປັບປຸງທາງດ້ານການຈັດຕັ້ງ, ທັງຝຶກແອບຮ່ຳຮຽນ ທັງເຄື່ອນໄຫວເຮັດໜ້າທີ່ທີ່ຂັ້ນເທິງມອບໝາຍ ດ້ວຍຄວາມອົງອາດກ້າຫານໃນແຕ່ລະບັ້ນຮົບ ທີ່ເປັນປະຫວັດສາດສຳຄັນຂອງຊາດ. ໃນນີ້ໄດ້ສືບຕໍ່ກໍ່ສ້າງ, ປັບປຸງຕົນເອງຢູ່ເລື້ອຍໆ, ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະຊວງປ້ອງກັນປະເທດວາງອອກ ຢ່າງເປັນຂະບວນຟົດຟື້ນ, ສາມາດສ້າງໄດ້ຫຼາຍກົມກອງປອດໃສ, ເຂັ້ມແຂງ, ໜັກແໜ້ນ, ກອງ 3 ປອດ ແລະ ນັກຮົບວັດທະ ນະທຳ-ກອງວັດທະນະທໍາ ໃນທົ່ວເຫຼົ່າຮົບຊ່າງແສງ. ນອກນັ້ນ, ຍັງມີບາງກົມກອງພວມເປັນເປົ້າໝາຍທີ່ຈະສ້າງເປັນກອງຈຸດສຸມ, ຕາມທິດນຳຂອງຄະນະພັກກະຊວງປ້ອງກັນປະເທດວາງອອກ, ໄລຍະຜ່ານມາກໍ່ໄດ້ຮັບການຍ້ອງຍໍຊົມເຊີຍຈາກພັກ-ລັດ ແລະ ການຈັດຕັ້ງຂັ້ນເທິງນັບແຕ່ໃບຍ້ອງຍໍຮອດຫຼຽນໄຊປະເພດຕ່າງໆ, ທັງບຸກຄົນ ແລະລວມໝູ່ ຢ່າງສົມກຽດເຊັ່ນ: ຫຼຽນໄຊແຮງງານ ຊັ້ນ II ຈຳນວນ 15 ໜ່ວຍ, ຫຼຽນໄຊແຮງງານ ຊັ້ນ III ຈຳນວນ 16 ໜ່ວຍ, ຫຼຽນໄຊພິລະອາດຫານ ຊັ້ນ II ຈຳນວນ 41 ໜ່ວຍ, ຫຼຽນໄຊພິລະອາດຫານ ຊັ້ນ III ຈຳນວນ 53 ໜ່ວຍ, ຫຼຽນກາແຮງງານ ຈຳນວນ 51 ໜ່ວຍ, ໃບຍ້ອງຍໍລັດຖະບານ 33 ໃບ, ໃບຍ້ອງຍໍກະຊວງປ້ອງກັນປະເທດ 59 ໃບ, ໃບຍ້ອງຍໍກົມໃຫຍ່ການເມືອງ 21 ໃບ ແລະ ຍັງມີບຸກຄົນທີ່ໄດັຮັບຫຼຽນໄຊແຮງງານ ຊັ້ນ II ຈຳນວນ 459 ໜ່ວຍ, ຫຼຽນໄຊແຮງງານ ຊັ້ນ III ຈຳນວນ 1,634 ໜ່ວຍ, ຫຼຽນໄຊພິລະອາດຫານ ຊັ້ນ II ຈຳນວນ 852 ໜ່ວຍ, ຫຼຽນໄຊພິລະອາດຫານ ຊັ້ນ III ຈຳນວນ 1,220 ໜ່ວຍ, ຫຼຽນກາແຮງງານ ຈຳນວນ 2,311 ໜ່ວຍ, ຍ້ອງຍໍລັດຖະບານ 533 ໃບ, ຍ້ອງຍໍກະຊວງປ້ອງກັນປະເທດ 659 ໃບ, ຍ້ອງຍໍກົມໃຫຍ່ການເມືອງ 421 ໃບ, ຍ້ອງຍໍສູນຟື້ນຟູຄົນພິການ 1 ໃບ.

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງເຫຼົ່າຮົບຊ່າງເເສງ ຄົບຮອບ 69 ປີ ສະຖາບັນການເມືອງ-ການປົກຄອງເເຫ່ງຊາດ ເເລະ ກົມເຄມີຊາດ ຍັງໄດ້ມອບກະຕ່າຂອງຂັວນໃຫ້ກົມຊ່າງເເສງອິກດ້ວຍ.

ຂ່າວ-ພາບ: ເກນ ວິໄລສານ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments