Home ຂ່າວພາຍໃນ ປະເມີນຜົນການຈັດຕັ້ງປະຕິບັດ ທໍາມະນູນສົງ ແຫ່ງ ສປປ ລາວ

ປະເມີນຜົນການຈັດຕັ້ງປະຕິບັດ ທໍາມະນູນສົງ ແຫ່ງ ສປປ ລາວ

0

ແຫລ່ງຂ່າວຈາກແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດ ທໍາມະນູນສົງລາວ ຈັດໃນວັນທີ 19 ຕຸລາ 2023, ທີ່ຫ້ອງວ່າການແຂວງບໍ່ແກ້ວ ໂດຍການເປັນປະທານຂອງພຣະອາຈາຣຍ໌ໃຫຍ່ ອາດຍາທຳ ຄຳເງິນ ຄຳວົງ ປະທານ ອົງການພຸດທະສາສະໜາ (ອພສ) ແຂວງບໍ່ແກ້ວ, ມີພຣະອາຈາຣຍ໌ໃຫຍ່ ອ່ອນແກ້ວ ສິດທິວົງ ກິຕຕິພັທທະມະຫາເຖຣະ ຜູ້ຊ່ວຍປະທານສູນກາງ ອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ແລະ ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.

ການປະເມີນຜົນການຈັດຕັ້ງປະຕິບັດ ທໍາມະນູນສົງລາວຄັ້ງນີ້ ເພື່ອຍົກໃຫ້ເຫັນຜົນງານດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ເພື່ອຈະໄດ້ປັບປຸງແກ້ໄຂໃນຕໍ່ໜ້າໂດຍສະເພາະແມ່ນ 5 ວຽກງານກໍາມະທິການປົກຄອງສົງ, ສຶກສາສົງ, ສາທາລະນຸປະການ, ການເຜີຍແຜ່, ແລະ ການຕ່າງປະເທດ. ໃນໄລຍະຜ່ານມາ, ການຈັດຕັ້ງປະຕິບັດທໍາມະນູນສົງລາວໃນຂອບເຂດທົ່ວປະເທດ ຍັງບໍ່ເປັນເອກະພາບກັນ ລະຫວ່າງ ອພສ ສູນກາງ, ແຂວງ, ອພສ ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ, ການເກັບກໍາສະຖິຕິພຣະສົງ, ສາມະເນນ ຍັງບໍ່ທັນຈະແຈ້ງຊັດເຈນ ໂດຍສະເພາະ ການເຮັດບັດປະຈໍາຕົວ, ສໍາມະໂນສົງ ເພື່ອຕິດຕາມ ແລະ ຢັ້ງຢືນໄດ້ວ່າເປັນພຣະສົງທີ່ໄດ້ບວດຖືກຕ້ອງຕາມລະບຽບ ແລະ ກົດໝາຍ, ການຫ້າມນໍາເຂົ້າ-ສົ່ງອອກພຣະພຸດທະຮູບທີ່ບໍ່ຖືກຕ້ອງຕາມກົດໝາຍວ່າດ້ວຍມໍລະດົກ, ການປະຕິບັດທໍາເຜີຍແຜ່ສິນລະທໍາ ຍັງບໍ່ກວ້າງຂວາງ ແລະ ເລິກເຊິ່ງ ເຮັດໃຫ້ປະຊາຊົນຈໍານວນໜຶ່ງ ເຂົ້າໃຈຜິດຕໍ່ສາສະໜາ.

ພຣະອາຈາຣຍ໌ໃຫຍ່ ອ່ອນແກ້ວ ສິດທິວົງ ກິຕຕິພັທທະມະຫາເຖຣະ ໄດ້ເນັ້ນໜັກໃຫ້ຄະນະ ອພສ ແຂວງ – ເມືອງວ່າ: ກ່ອນຈະສ້າງວັດວາອາຣາມ ຫລື ປະຕິສັກຄອນໃດໜຶ່ງຕ້ອງໄດ້ປຶກສາຫາລື ຂໍຄໍາເຫັນຈາກ ອພສ ແຂວງ – ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອເປັນເອກະພາບກັນໃນການຈັດຕັ້ງປະຕິບັດ, ສືບຕໍ່ເຕົ້າໂຮມຄວາມສາມັກຄີ ແລະ ເຜີຍແຜ່ທໍາມະນູນໃຫ້ພຣະສົງ, ສໍາມະເນນ ແຕ່ລະຫົວວັດໃຫ້ຮັບຮູ້ ແລະ ເຂົ້າໃຈ ໂດຍຍຶດຖືເອົາຫລັກພຣະທໍາມະວິໄນ ລັດຖະທໍາມະນູນ, ກົດໝາຍ ແລະ ລະບຽບການເປັນຫລັກ.

ຂ່າວ: ຄໍາເພັງ ສີສະຫວ່າງ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version