Home ຂ່າວໜ້າໜຶ່ງ ປະທານປະເທດ ສຳເລັດການເຂົ້າຮ່ວມກອງປະຊຸມໜຶ່ງແລວ ໜຶ່ງເສັ້ນທາງ ເພື່ອການຮ່ວມມືສາກົນ ຄັ້ງທີ 3

ປະທານປະເທດ ສຳເລັດການເຂົ້າຮ່ວມກອງປະຊຸມໜຶ່ງແລວ ໜຶ່ງເສັ້ນທາງ ເພື່ອການຮ່ວມມືສາກົນ ຄັ້ງທີ 3

0

ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມ “ໜຶ່ງແລວໜຶ່ງເສັ້ນທາງ” ເພື່ອການຮ່ວມມືສາກົນ ຄັ້ງທີ 3 ທີ່ນະຄອນຫລວງປັກກິ່ງ, ສປ ຈີນ ໃນວັນທີ 17-18 ຕຸລາ 2023, ພາຍໃຕ້ຫົວຂໍ້: “ການຮ່ວມມື ທີ່ມີຄຸນນະພາບສູງ ຂອບໜຶ່ງແລວ ໜຶ່ງເສັ້ນທາງ: ຮ່ວມກັນເພື່ອພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງ ຮ່ວມກັນ

ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານປະທານປະເທດ ໄດ້ປະກອບຄຳເຫັນຕໍ່ກອງປະຊຸມ ດັ່ງກ່າວ ໃນພາກເວທີປຶກສາຫາລືລະດັບສູງ ພາຍໃຕ້ຫົວຂໍ້:“ການເຊື່ອມຈອດ ໃນເສດຖະກິດໂລກແບບເປີດກວ້າງ” ໂດຍໄດ້ເນັ້ນໃສ່ຄວາມສໍາຄັນ ແລະ ຜົນສໍາເລັດຂອງການຮ່ວມມື ພາຍໃຕ້ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ໃນໄລຍະ 10 ປີຜ່ານມາ, ເຊິ່ງເຫັນວ່າ ຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ ໄດ້ມີບົດ ບາດສຳຄັນ ໃນການສົ່ງເສີມການຮ່ວມມືດ້ານການພັດທະນາ, ສົ່ງເສີມກົນໄກການຮ່ວມມືຫລາຍຝ່າຍ ໃນລະດັບສາກົນ ແລະ ພາກພື້ນຢ່າງມີປະສິດທິຜົນ; ຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ ໄດ້ສ້າງເງື່ອນໄຂທີ່ເອື້ອອຳນວຍໃຫ້ແກ່ການພັດທະນາໃນຫລາຍດ້ານ ອັນພົ້ນເດັ່ນ ກໍແມ່ນການພັດທະນາພື້ນຖານໂຄງລ່າງເຊື່ອມໂຍງ-ເຊື່ອມຈອດໃຫ້ເຫັນຢ່າງເປັນຮູບປະທຳ ທີ່ປະເທດກຳລັງພັດທະນາ ລວມທັງ ສປປ ລາວ, ໂດຍສະເພາະ ສປປ ລາວ ໄດ້ປະຕິບັດໂຄງການດັ່ງກ່າວຢ່າງເປັນຮູບປະທໍາ ເຊັ່ນ: ໂຄງການທາງລົດໄຟ ລາວ-ຈີນ, ໂຄງການທາງດ່ວນໃນປະເທດ, ໂຄງການພັດທະນາແລວເສດຖະກິດ ລາວ-ຈີນ, ການຄ້າໃນຂົງ ເຂດກະສິກຳ, ພະລັງງານສະອາດ ແລະ ອື່ນໆ ເຊິ່ງເຫັນວ່າ ເປັນການຊຸກຍູ້, ສົ່ງເສີມ ແລະ ຂະ ຫຍາຍການຮ່ວມມື ດ້ານເສດຖະກິດ, ການຄ້າ, ການລົງທຶນຕະຫລອດຮອດການຖ່າຍທອດເຕັກໂນໂລຊີ ທີ່ກ້າວໜ້າ, ການແລກປ່ຽນວັດທະນະທຳ-ສັງຄົມ ກໍຄື ການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນ ກັບ ປະຊາຊົນ, ອັນເປັນການສົ່ງເສີມອຸດສາຫະກຳທ່ອງທ່ຽວ, ການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຊື່ອໝັ້ນເຊິ່ງກັນ ແລະ ກັນໃຫ້ນັບມື້ນັບເລິກເຊິ່ງຍິ່ງຂຶ້ນ. ສປປ ລາວ ຕີລາຄາສູງຕໍ່ຄວາມສຳຄັນ ແລະ ສະໜັບສະໜູນຍຸດທະສາດ ໜຶ່ງແລວ ໜຶ່ງເສັ້ນທາງ ໃນການເພີ່ມທະວີການເຊື່ອມຈອດ ລວມທັງ 8 ແຜນປະຕິບັດງານ ທີ່ ປະທານ ສີ ຈິ້ນຜິງ ໄດ້ປະກາດໃນພິທີເປີດດັ່ງກ່າວ. ສປປ ລາວ ພ້ອມແລ້ວທີ່ຈະຮ່ວມມືກັບປະເທດເພື່ອນມິດ ໃນການປະຕິບັດ ໂຄງການຕ່າງໆ ຕາມຄວາມສາມາດຂອງຕົນ.

ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ (BRI) ແມ່ນຖືກນໍາສະເໜີຂຶ້ນໃນປີ 2013 ໂດຍທ່ານ ປະທານ ສີ ຈິ້ນຜີງ ດ້ວຍວິໄສທັດໃນການສານຕໍ່ເນື້ອໃນຈິດໃຈ ຂອງເສັ້ນທາງສາຍໄໝບູຮານ ໂດຍກໍານົດເອົາການເສີມຂະຫຍາຍການເຊື່ອມຈອດໃຫ້ເປັນຫົວຂໍ້ ຂອງຂໍ້ລິເລີ່ມດັ່ງກ່າວ, ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ມີເປົ້າໝາຍແນ່ໃສ່ຊຸກຍູ້ສົ່ງເສີມການເຊື່ອມຈອດ ລະຫວ່າງບັນດາປະເທດໃນດ້ານນະໂຍ ບາຍ, ພື້ນຖານໂຄງລ່າງ, ການຄ້າ, ການເງິນ ແລະ ການແລກປ່ຽນລະຫວ່າງຄົນກັບຄົນ ໃຫ້ດີຂຶ້ນກວ່າເກົ່າ. ຂໍ້ລິເລີ່ມດັ່ງກ່າວ ເປັນສ່ວນໜຶ່ງຂອງຄວາມພະຍາຍາມຮ່ວມກັນ ຂອງບັນດາປະເທດຄູ່ຮ່ວມມືເພື່ອສ້າງພື້ນຖານໃໝ່ ໃຫ້ແກ່ການເຕີບໂຕຂອງເສດຖະກິດໂລກ, ເພີ່ມກຳລັງແຮງໃໝ່ ໃຫ້ແກ່ການຮ່ວມມືດ້ານເສດຖະກິດສາກົນ ແລະ ປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງຂອງໂລກ.

ຂ່າວ-ພາບ: ກຕທ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version