Home ຂ່າວໜ້າໜຶ່ງ ພັນລະຍາຄະນະຜູ້ແທນຫົວໜ້າຕຳຫຼວດອາຊຽນ ເຄື່ອນໄຫວຢ້ຽມຊົມແຫຼ່ງທ່ອງທ່ຽວຢູ່ນະຄອນຫຼວງວຽງຈັນ

ພັນລະຍາຄະນະຜູ້ແທນຫົວໜ້າຕຳຫຼວດອາຊຽນ ເຄື່ອນໄຫວຢ້ຽມຊົມແຫຼ່ງທ່ອງທ່ຽວຢູ່ນະຄອນຫຼວງວຽງຈັນ

0

ໃນລະຫວ່າງວັນທີ 17-19 ຕຸລາ ນີ້, ພັນລະຍາຄະນະຜູ້ແທນຂັ້ນສູງຕຳຫຼວດ ບັນດາປະເທດອາຊຽນ ທີ່ເຂົ້າຮ່ວມກອງປະຊຸມຫົວໜ້າຕຳຫຼວດອາຊຽນ ຄັ້ງທີ 41 ທີ່ ສປປ ລາວ ຮັບກຽດເປັນເຈົ້າພາບ ທັງພາຍໃນ ແລະ ຕ່າງປະເທດ ໄດ້ເຄື່ອນໄຫວທ່ຽວຊົມສະຖານທີ່ທ່ອງທ່ຽວສຳຄັນຂອງ ສປປ ລາວ ຢູ່ພາຍໃນນະຄອນຫຼວງວຽງຈັນ.

ນຳພາຄະນະເຂົ້າຢ້ຽມຊົມສະຖານທີ່ທ່ອງທ່ຽວ ໂດຍທ່ານ ນາງ ເສົາວະສີ ໄຊຍະກຸມ ມານ ພັນລະຍາຂອງ ທ່ານ ພົຕ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບລາວ ພ້ອມດ້ວຍຄະນະຕິດຕາມເຂົ້າຮ່ວມ; ໃນນີ້, ໄດ້ທ່ຽວຊົມ ຫໍພະແກ້ວ ຊຶ່ງເປັນວັດທີ່ມີຄວາມງົດງາມມີຄຸນຄ່າທາງປະຫວັດສາດ ແລະ ວັດທະນະທຳຂອງຊາດລາວ ແລະ ໄດ້ໄປກາບໄຫວ້ສັກກາລະບູຊາ ພິພິທະພັນວັດສີສະເກດ ບ້ານຊຽງຍືນ ເມືອງຈັນທະບູລີ ຊົມທິວທັດປະຕູໄຊ, ກາບໄຫວ້ພຣະທາດຫຼວງວຽງຈັນ ຊຶ່ງເປັນມິ່ງຂວັນຂອງປວງຊົນລາວທັງຊາດ ກໍຄືຊາວນະຄອນຫຼວງວຽງຈັນ.

ຈາກນັ້ນ, ກໍໄດ້ສືບຕໍ່ເດີນທາງໄປທ່ຽວຊົມຫໍພິພິຕະພັນສິລະປະລາວ, ຮ້ານຫັດຖະກຳກະເປົາຜະລິດຈາກຫວາຍ ຈາກໂຮງງານອານຸສອນ ແລະ ຮ້ານຜ້າໄໝລາວ ຢູ່ໄອເຕັກ, ຊົມຫໍພິພິທະພັນກະຊວງປ້ອງກັນຄວາມສະຫງົບ ແລະ ຮ້ານຫັດຖະກຳ ກຳແພງວຽງ.

ຂ່າວ: ຄຳສອນ, ພາບ: ບຸນພະຈັນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version