Home ຂ່າວໜ້າໜຶ່ງ ເນື່ຶອງໃນໂອກາດວັນລ້າງມືສາກົນ 2023

ເນື່ຶອງໃນໂອກາດວັນລ້າງມືສາກົນ 2023

0

ວັນທີ 16 ຕຸລາ 2023 ລັດຖະບານ ແຫ່ງ ສປປ ລາວ ເເລະ ອົງການຢູນິເຊັບ ໄດ້ຢຶນຢັນຄືນເຖີງຄວາມມຸ່ງໝັ້ນຂອງທັງສອງຝ່າຍ ເພື່ອຮັບປະກັນການເຂົ້າເຖີງການລ້າງມື ແລະ ສຸຂະອານາໄມທີ່ດິສຳລັບທຸກຄົນ ໃນໂອກາດວັນລ້າງມືສາກົນ ແລະ ເພຶ່ອເປັນຂີດໝາຍຄົບຮອບ 50 ປີຂອງການຮ່ວມມືລະຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະ ອົງການຢູນິເຊັບ.

ວັນລ້າງມືສາກົນ ແມ່ນໄດ້ສະເຫຼີມສະຫຼອງໃນວັນທີ 15 ຕຸລາ ຂອງທຸກປີ ໂດຍມີຈຸດປະສົງເພື່ອສ້າງຄວາມເຂົ້າໃຈກ່ຽວກັບ ບົດບາດອັນສຳຄັນຂອງການລ້າງມືໃນການປ້ອງກັນພະຍາດ ແລະ ຮັກສາຊີວິດ. ຫົວຂໍ້ຂອງວັນລ້າງມືສາກົນ ປີນີ້ແມ່ນ “ມືທີ່ສະອາດສໍາລັບທຸກຄົນ” ເຊິ່ງເນັ້ນໜັກໃສ່ສິດທິຂອງທຸກຄົນ ໂດຍສະເພາະເດັກນ້ອຍໃນການເຂົ້າເຖີງນຳ້ສະອາດ ເເລະ ສິ່ງອຳນວຍຄວາມສະດວກດ້ານສຸຂະອານາໄມ.

ໃນໂອກາດວັນລ້າງມື ສາກົນ 2023, ທ່ານ ກອງຄຳ ມີບຸນ, ຜູ້ອໍານວຍການນ້ຳສະອາດ, ໄດ້ແບ່ງປັນກ່ຽວກັບການປ່ຽນແປງໃນວຽກງານດ້ານນໍ້າສະອາດ, ສຸຂາພິບານ ແລະ ສຸຂະອານາໄມ ໃນ ສປປ ລາວ ໃນທົດສະວັດທີ່ຜ່ານມາ.

ໃນປີ 1975 ຄາດວ່າມີພຽງ 292,000 ຄົນ ໃນ 1000 ບ້ານ ທີ່ມີນ້ຳສະອາດໃຊ້ ແລະ ຫຼາຍໆ ໂຮງຮຽນກໍ່ບໍ່ມີສິ່ງອໍານວຍຄວາມສະດວກດ້ານສຸຂາພິບານທີ່ເໝາະສົມພະຍາດເຊັ່ນ: ພະຍາດໄຂ້ທໍລະພິດ, ທ້ອງບິດ, ຖອກທ້ອງ ແລະ ແມ່ທ້ອງ ກໍ່ແຜ່ຫຼາຍໃນໄລຍະນັ້ນຈົນກາຍເປັນສາເຫດຂອງການເສຍຊີວິດອັນດັບຕົ້ນໆ ໃນປະເທດ.  ແຕ່ມາຮອດມື້ນີ້, ຫຼາຍກວ່າ 5 ລ້ານຄົນໃນ ສປປ ລາວ ສາມາດເຂົ້າເຖີງນ້ຳທີ່ສະອາດ ເເລະ ປອດໄພໄດ້ເເລ້ວ ຊື່ງຈະຊ່ວຍສ້າງອານາຄົດທີ່ດີຂຶ້ນໃຫ້ກັບເດັກນ້ອຍຫຼາຍໆຄົນ ແລະ ຄອບຄົວຂອງພວກເຂົາ.

ອົງການຢູນິເຊັບ ແລະ ລັດຖະບານ ແຫ່ງ ສປປ ລາວ ໄດ້ຮ່ວມມືກັນ ເພື່ອເຮັດວຽກແກ້ໄຂບັນຫາດ້ານນໍ້າສະອາດ, ສຸຂາພິບານ ແລະ ສຸຂະອານາໄມ ໃນທົ່ວປະເທດຢ່າງບໍ່ຮູ້ອິດເມື່ອຍມາເປັນເວລາ 5 ທົດສະວັດ ໂດຍນັບຕັ້ງແຕ່ປີ 1973 ເປັນຕົ້ນມາ, ອົງການຢູນິເຊັບ ໄດ້ຮ່ວມມືກັບພາກສ່ວນທີ່ກ່ຽວຂ້ອງໃນລະດັບທ້ອງຖິ່ນເພື່ອສະໜອງນ້ໍາສະອາດ ແລະ ສິ່ງອໍານວຍຄວາມສະດວກດ້ານສຸຂາພິບານໃຫ້ແກ່ບ້ານ, ໂຮງຮຽນ ແລະ ໂຮງໝໍຕ່າງໆ ໃນ ສປປ ລາວ. ນອກຈາກນັ້ນ, ອົງການຢູນິເຊັບ ຍັງໄດ້ສະໜັບສະໜູນການສ້າງທັກສະຄວາມສາມາດ ແລະ ໃຫ້ການຝຶກອົບຮົມແກ່ ພະນັກງານສາທາລະນະສຸກ ພ້ອມຍັງລິເລີ່ມການໂຄສະນາເຜີຍແຜ່ແຄມເປນເພື່ອປູກຈິດສຳນຶກຂອງຊຸມຊົນກ່ຽວກັບວິທີຮັກສາສຸຂະອານາໄມ ເຊັ່ນ: ການລ້າງມື, ເຊິ່ງເປັນວິທີທີ່ທັງງ່າຍ ແລະ ມີປະສິດຕິພາບສູງໃນການຊ່ວຍຮັກສາຊີວິດ.

ທ່ານ ນາງ ດຣ. ເພຍ ເຣເບນໂລ ບຣິໂຕ ຜູ້ຕາງໜ້າອົງການຢູນິເຊັບ ປະຈຳ ສປປ ລາວ ກໍ່ໄດ້ຖືໂອກາດຄົບຮອບ 50 ປີ ຂອງການຮ່ວມມືລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ອົງການຢູນິເຊັບ ເພື່ອເນັ້ນໜັກເຖິງບົດບາດອັນສຳຄັນຂອງການລ້າງມື ແລະ ໄດ້ກ່າວວ່າ: “ການລ້າງມືດ້ວຍສະບູ ບໍ່ແມ່ນແຕ່ພຽງວິທີຮັກສາສຸຂະອານາໄມແບບງ່າຍໆ ເທົ່ານັ້ນ, ມັນຍັງເປັນມາດຕະການໜື່ງ ທີ່ມີປະສິດທິພາບສູງໃນການປ້ອງກັນພວກເຮົາຈາກພະຍາດຕ່າງໆ. ການລ້າງມື ສາມາດຫຼຸດຜ່ອນຄວາມສ່ຽງຕໍ່ພະຍາດຖອກທ້ອງໄດ້ເຖິງ 30% ແລະ ພະຍາດຕິດເຊື້ອທາງເດີນຫາຍໃຈໄດ້ເຖິງ 20%. ໃນ 50 ປີຂອງການຮ່ວມມືລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການຢູນິເຊັບ, ພວກເຮົາໄດ້ເຫັນແລ້ວເຖີງຜົນສຳເລັດຕ່າງໆ ໃນການສະໜອງນ້ໍາສະອາດ ແລະ ສົ່ງເສີມສຸຂະອານາໄມທີ່ດີໃຫ້ແກ່ຊຸມຊົນທົ່ວປະເທດ. ມາຮອດປັດຈຸບັນນີ້ເຖິງເວລາແລ້ວ ທີ່ພວກເຮົາຈະຕ້ອງເພີ່ມທະວີຄວາມພະຍາຍາມອີກເພື່ອຊ່ວຍ ສປປ ລາວ ຍຸດຕິບັນຫາການຖ່າຍຊະຊາຍ ໃຫ້ສຳເລັດພາຍໃນປີ 2025.

ເມື່ອບໍ່ດົນມານີ້, ແຂວງບໍລິຄຳໄຊ ໄດ້ກາຍເປັນແຂວງທຳອິດໃນ ສປປ ລາວ ທີ່ໄດ້ຢຸດຕິການຖ່າຍຊະຊາຍໃນແຂວງ. ພາຍຫຼັງຈາກນັ້ນບໍ່ດົນ, ນະຄອນຫຼວງວຽງຈັນ ກໍ່ໄດ້ຖືກແຕ່ງຕັ້ງເປັນ ນະຄອນຫຼວງສຸຂະອານາໄມ ທຳອິດຂອງ ອາຊຽນ.

ນອກຈາກນັ້ນ ທ່ານ ນາງ ດຣ. ເພຍ ເຣເບນໂລ ບຣິໂຕ ກໍ່ຍັງໄດ້ກ່າວເຖີງຄວາມສຳຄັນຂອງການເຮັດວຽກຮ່ວມກັນ ເພື່ອສືບຕໍ່ວຽກງານຢຸດຕິການຖ່າຍຊະຊາຍ ໃນ ສປປ ລາວ ອົງການຢູນິເຊັບ ຂໍສະແດງຄວາມຂອບໃຈມາຍັງຜູ້ໃຫ້ທຶນຕ່າງໆ ທີ່ໄດ້ຊ່ວຍສະໜັບສະໜູນພວກເຮົາໃນການເຮັດວຽກ ເພື່ອເຕີມເຕັມສິດທິພື້ນຖານຂອງເດັກນ້ອຍ ໃນການເຂົ້າເຖິງນໍ້າສະອາດ, ສຸຂະອານາໄມ ແລະ ສຸຂາພິບານ ໃນ ສປປ ລາວ ຕະຫຼອດໄລຍະ 50 ປີ ຜ່ານມາ. ພວກເຮົາຂໍຂອບໃຈລັດຖະບານອົດສະຕຣາລີ, ອົງການ Irish Aid, ລັດຖະບານຍີ່ປຸ່ນ, ອົງການຢູນິເຊັບ ປະຈຳ ສ.ເກົາຫຼີ ແລະ ອົງການ USAID ພ້ອມບັນດາຜູ້ໃຫ້ທຶນອື່ນໆທັງໝົດ ທຸກຄົນມີບົດບາດໃນການສົ່ງເສີມການລາງມື.”

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version