Home ຂ່າວໜ້າໜຶ່ງ ເປີດນໍາໃຊ້ວິທະຍາໄລເຕັກນິກ-ວິຊາຊີບການລົດໄຟລາວ

ເປີດນໍາໃຊ້ວິທະຍາໄລເຕັກນິກ-ວິຊາຊີບການລົດໄຟລາວ

0

ພິທີມອບ-ຮັບ ແລະ ເປີດນໍາໃຊ້ວິທະ ຍາໄລເຕັກນິກ-ວິຊາຊີບການລົດໄຟລາວ ຢູ່ເຂດຫຼັກ 16 ບ້ານໂພນຄຳ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 12 ຕຸລາ ນີ້ ຕາງໜ້າມອບໂດຍທ່ານ ຫວາງຊາງ ອຸປະທູດແຫ່ງ ສປ ຈີນ ປະຈຳ ສປປ ລາວ ແລະ ຮັບໂດຍ ທ່ານ ພຸດ ສີມມາລາວົງ ລັດຖະມົນຕີກະຊວງສຶກສາ ທິການ ແລະ ກິລາ. ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ມີຮອງນາຍົກລັດຖະມົນຕີ, ລັດຖະມົນຕີ, ຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງສອງຝ່າຍລາວ-ຈີນເຂົ້າຮ່ວມ.

ທ່ານ ໜູພັນ ອຸດສາ ຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ກ່າວວ່າ: ໂຄງການກໍ່ສ້າງວິທະຍາໄລເຕັກ ນິກ-ວິຊາຊີບການລົດໄຟລາວ ແມ່ນໂຄງການທີ່ມີຄວາມໝາຍສໍາຄັນໃນການກໍ່ສ້າງຊັບພະ ຍາກອນມະນຸດ ໂດຍສະ ເພາະການສ້າງ ແລະ ຝຶກອົບຮົມພະນັກ ງານວິຊາການຮັບໃຊ້ວຽກງານການລົດໄຟ ຂອງ ສປປ ລາວ. ສະນັ້ນ, ການນຳຂັ້ນສູງຂອງສອງລັດຖະບານແຫ່ງ ສປປ ລາວ ແລະ ສປ ຈີນ ຈຶ່ງໄດ້ຕົກລົງເຫັນດີກໍານົດເອົາແຜນການກໍ່ສ້າງວິທະຍາໄລເຕັກນິກ -ວິຊາຊີບການລົດໄຟລາວ ເປັນຍຸດທະ ສາດໜຶ່ງທີ່ສຳຄັນ ເພື່ອປະກອບເຂົ້າໃນການພັດທະນາຊັບພະຍາກອນມະມຸດແບບຄົບຊຸດ ໃຫ້ແກ່ໂຄງການທາງລົດໄຟລາວ-ຈີນ, ທັງເປັນການປະກອບສ່ວນຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອຄູ່ຮ່ວມຍຸດທະສາດຮອບດ້ານ, ໝັ້ນຄົງຍາວນານຕາມທິດ 4 ດີ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ແລະ ການເປັນຄູ່ຮ່ວມຊາຕາກຳສັງຄົມນິຍົມລາວ- ຈີນ, ຈີນ-ລາວໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ເປັນຮູບປະທຳ.

ໂຄງການກໍ່ສ້າງວິທະຍາໄລເຕັກນິກ- ວິຊາຊີບການລົດໄຟລາວ ໄດ້ຮັບການສະໜັບສະໜູນຊ່ວຍເຫຼືອຈາກ ສປ ຈີນ ເລີ່ມລົງມືກໍ່ສ້າງໃນວັນທີ 20 ກັນຍາ 2021 ເປັນຕົ້ນມາ ໂດຍນຳໃຊ້ເນື້ອທີ່ດິນທັງໝົດ 14,5 ເຮັກຕາ ຊຶ່ງປະກອບມີອາຄານຮຽນທິດສະດີ, ອາຄານພາກປະຕິບັດ, ອາຄານບໍລິຫານ, ຫໍສະໝຸດ, ຫໍພັກພະນັກງານ-ຄູອາຈານ, ຫໍພັກນັກສຶກສາ, ໂຮງອາຫານ, ຫ້ອງປະຊຸມ, ເດີ່ນກິລາໃນຮົ່ມ ແລະ ສິ່ງອຳນວຍຄວາມສະດວກອື່ນໆ, ລວມເນື້ອທີ່ປຸກສ້າງທັງໝົດ 33.485 ຕາແມັດ. ນອກນັ້ນ, ຍັງປະກອບອຸປະກອນເຕັກນິກເຂົ້າໃນ 6 ສາຂາວິຊາຮຽນ ແລະ ຍົກລະດັບສ້າງຂີດຄວາມສາມາດດ້ານການສຶກສາໃຫ້ແກ່ພະນັກງານຄູ-ອາຈານໃນໄລຍະ 5 ປີ.

ວິທະຍາໄລເຕັກນິກ-ວິຊາຊີບການລົດໄຟລາວ ຈະໄດ້ຈັດການຮຽນ-ການສອນໃນ 6 ສາຂາວິຊາເຊັ່ນ: ສາຂາວິຊາເຕັກນິກຫົວລົດໄຟ; ເຕັກນິກຕູ້ລົດໄຟ; ສັນຍານທາງລົດໄຟ; ວິສະວະກຳທາງລົດໄຟ; ຄຸ້ມຄອງການຂົນສົ່ງທາງລົດໄຟ ແລະ ການສະໜອງໄຟຟ້າທາງລົດໄຟ. ສາມາດຮັບນັກສຶກສາໃນແຕ່ລະປີໄດ້ 350 ຄົນເຂົ້າຮຽນໃນລະດັບວິຊາຊີບຊັ້ນສູງ.

ຂ່າວ: ທະນູທອງ ພາບ: ເກດສະໜາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version