Home ຂ່າວຕ່າງປະເທດ ດັດຊະນີການປະດິດສ້າງໃໝ່ຂອງໂລກປີ 2023

ດັດຊະນີການປະດິດສ້າງໃໝ່ຂອງໂລກປີ 2023

0

ຕາມຂ່າວຈາກ ວິທະຍຸ ສາກົນ ແຫ່ງ ສປ ຈີນ, ວັນທີ 27 ກັນຍານີ້, ອົງການ ຊັບສິນ ທາງປັນຍາໂລກ ໄດ້ເປີດເຜີຍ ບົດລາຍງານ “ດັດຊະນີ ການປະດິດ ສ້າງໃໝ່ ຂອງໂລກປີ 2023” ໂດຍສະແດງ ໃຫ້ເຫັນວ່າ, ໃນສົກປີນີ້, ສປ ຈີນ ໄດ້ຢູ່ອັນດັບທີ 12, ສະວິດ, ຊູແອັດ, ສ.ອາເມລິກາ, ອັງກິດ ແລະ ສິງກະໂປ ຢູ່ 5 ອັນດັບ ທຳອິດ.ເນື້ອໃນ ບົດລາຍງານ ລະບຸວ່າ: ໃນ 10 ປີທີ່ຜ່ານມາ, ອິນໂດເນເຊຍ, ສປ ຈີນ, ຕູຣາເຄຍ, ອິນເດຍ, ສສ ຫວຽດນາມ, ຟິລິບປິນ ແລະ ອີຣານ ເປັນກຸ່ມ ເສດຖະກິດ ລາຍຮັບ ປານກາງ ທີ່ຍົກລະດັບ ໄວຂຶ້ນທີ່ສຸດ ໃນບັນຊີລຽງລຳດັບ ດັດຊະນີ ການປະດິດສ້າງໃໝ່ ຂອງໂລກ. ສະເພາະ ປີ 2022, ຍອດມູນຄ່າ ການລົງທຶນ ຄວາມສ່ຽງ ໄດ້ຫລຸດລົງເກືອບ 40% ເມື່ອທຽບໃສ່ ປີ 2021, ເຊິ່ງສະແດງ ໃຫ້ເຫັນວ່າ ສະພາບແວດລ້ອມ ການລະດົມທຶນ ຄວາມສ່ຽງ ໄດ້ຊຸດໂຊມລົງ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version