Home ທຸລະກິດ ຈີນ ແລະ ອາຊຽນ ພ້ອມກັນປະຕິບັດ “ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ”

ຈີນ ແລະ ອາຊຽນ ພ້ອມກັນປະຕິບັດ “ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ”

0

ຜູ້ຂຽນໄດ້ຮັບໂອກາດນັ່ງລົດໄຟ ລາວ-ຈີນ ເດີນທາງໄປຢ້ຽມຢາມບັນດາໂຄງການຕ່າງໆ ແລະ ໄດ້ສໍາຜັດກັບບັນຍາກາດຮອຍຍິ້ມ, ສຽງຫົວ ແລະ ໄດ້ໂອ້ລົມກັບຄົນແປກໜ້າ ຕະຫລອດການເດີນທາງ ຈາກນະຄອນຫລວງວຽງຈັນ ຜ່ານເມືອງມໍລະດົກໂລກ ເຖິງຊາຍແດນ ລາວ-ຈີນ ໃນແຂວງຫລວງນໍ້າທາ ຂອງ ສປປ ລາວ ເຊິ່ງເປັນແຂວງໜຶ່ງທີ່ຢູ່ໃກ້ກັບ ສປ ຈີນ ໂດຍມີດິນຕໍ່ແຜ່ນກັນ ເຖິງແມ່ນວ່າໃຊ້ເວລາພຽງ 1 ຄືນ 2 ມື້ (19-21 ກັນຍາ 2023) ແຕ່ກໍໄດ້ສຳຜັດລົດຊາດ ແລະ ຄວາມອົບອຸ່ນຢ່າງແທ້ຈິງ, ລະຫວ່າງການເດີນທາງນັ້ນ, ທ່ານ ອານົງເດດ ເພັດໄກສອນ ຮອງ ຜູ້ ອໍານວຍການບໍລິສັດທາງລົດໄຟ ລາວ-ຈີນ ໃຫ້ສໍາພາດວ່າ: ພວກເຮົາໄດ້ຕັດສິນໃຈຊື້ລົດໄຟເພີ່ມອີກ 1 ຂະບວນ ຈາກເມື່ອກ່ອນມີພຽງ 5 ຂະບວນມາເປັນ 6 ຂະບວນ ຍ້ອນມີຜູ້ໂດຍສານທັງພາຍໃນ-ຕ່າງປະເທດ ແລະ ການຂົນສົ່ງສິນຄ້າລະຫວ່າງປະເທດ ເຕີບໃຫຍ່ຂະຫຍາຍຕົວແບບກ້າວ ກະໂດດ.

ນັບແຕ່ມື້ເປີດນໍາໃຊ້ລົດໄຟ ລາວ-ຈີນ ມາຮອດວັນທີ 17 ກັນຍາ 2023 ສາມາດຂົນສົ່ງຜູ້ໂດຍສານໄດ້ທັງໝົດ 3.197.600 ຄົນ, ສະເລ່ຍ 4.889 ຄົນ/ມື້ ແລະ ສະຖິຕິສູງສຸດ 10.197 ຄົນ/ມື້, ສະເພາະ ໄລຍະ 8 ເດືອນກວ່າ ໃນປີ 2023 ນີ້, ສາມາດຂົນສົ່ງຜູ້ໂດຍສານໄດ້ 1.759.900 ເທື່ອຄົນ. ສ່ວນການຂົນສົ່ງສິນຄ້າ ນັບແຕ່ມື້ເປີດດຳເນີນການ ມາຮອດວັນທີ 17 ກັນຍາ 2023 ສາມາດສົ່ງອອກສິນຄ້າໄດ້ 5.381.900 ໂຕນ, ສະເລ່ຍ 8.229ໂຕນ/ມື້ ແລະ ຂົນສົ່ງສິນຄ້າໄດ້ສູງສຸດ 15.250 ໂຕນ/ມື້, ປະເພດສິນຄ້າຕົ້ນຕໍປະກອບມີ: ໝາກໄມ້, ແປ້ງມັນຕົ້ນ, ເຂົ້າບາເລ, ຢາງພາລາ, ເບຍ, ແຮ່ເຫລັກ, ແຮ່ເຫລັກເຂັ້ມຂຸ້ນ ແລະ ປຸຍເຄມີ. ສ່ວນສິນຄ້າທີ່ສົ່ງຈາກຈີນມາລາວມີ 770.900 ໂຕນ ແລະ ສິນຄ້າທີ່ສົ່ງຈາກລາວໄປຈີນມີ 4.560.800 ໂຕນ. ສະເພາະປີ 2023 ມາຮອດວັນທີ 17 ກັນຍາ ສິນຄ້າສົ່ງອອກບັນລຸໄດ້ 3.101.400 ໂຕນ,ເພີ່ມຂຶ້ນ 138% ເມື່ອທຽບໃສ່ໄລຍະດຽວກັນ ຂອງປີທີ່ຜ່ານມາ ໂດຍສະເລ່ຍ 11.928ໂຕນ/ມື້, ຂົນສົ່ງສູງສຸດ 15.250 ໂຕນ/ມື້. ໃນນັ້ນ, ສິນຄ້າທີ່ສົ່ງຈາກ ຈີນມາລາວ 344.700 ໂຕນ ແລະ ສິນຄ້າທີ່ສົ່ງຈາກລາວໄປຈີນ 2.752.200 ລ້ານໂຕນ.

ໃນໂອກາດດັ່ງກ່າວນີ້, ທ່ານ ຫວາງຊາງ ອຸປະທູດສະຖານທູດ ຈີນ ປະຈຳລາວ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນລາວ ແລະ ຈີນ ວ່າໃນຂອບເຂດການຮວມມືລະຫວ່າງ ລາວ-ຈີນ ເນື່ອງໃນໂອກາດຂໍ້ລິເລີມໜຶ່ງແລວໜຶ່ງເສັ້ນທາງ ຄົບຮອບ 10 ປີ ນັ້ນເຫັນວ່າ ໄລຍະ10 ປີຜ່ານມາ, ສາຍພົວ ພັນ ຈີນ-ລາວ ໄດ້ກ້າວເຂົ້າສູ່ຍຸກສະໄໝດີທີ່ສຸດ ຄັ້ງປະຫວັດສາດ, ການກໍ່ສ້າງຄູ່ຮ່ວມຊາຕາກໍາ ລະຫວ່າງສອງປະເທດໄດ້ບັນລຸໝາກຜົນທີ່ອຸດົມສົມບູນ ແລະ ຈັດຢູ່ໃນແຖວໜ້າຂອງການຮ່ວມມື ກໍ່ສ້າງໜຶ່ງແລວໜຶ່ງເສັ້ນທາງ ໃນນັ້ນດ້ານການແລກປ່ຽນນະໂຍບາຍ ການນໍາສູງສຸດສອງພັກ -ສອງ ລັດ ໄດ້ຮັກສາການໄປມາຫາສູ່ກັນຢ່າງແໜ້ນແຟ້ນ ເຊິ່ງໄດ້ຊີ້ທິດເຍືອງທາງໃຫ້ແກ່ການຮ່ວມມື ກໍ່ສ້າງໜຶ່ງແລວໜຶ່ງເສັ້ນທາງລະຫວ່າງ ຈີນ-ລາວ ດ້ວຍຄຸນນະພາບສູງ. ສໍາລັບດ້ານການເຊື່ອມໂຍງ ດ້ານໂຄງລ່າງຂອງ ສອງປະເທດຈີນ -ລາວໄດ້ຮ່ວມແຮງຮ່ວມໃຈ ເພື່ອສ້າງທາງລົດໄຟຈີນ-ລາວ ມາ ຮອດເດືອນ 8 ປີ 2023, ທາງລົດໄຟຈີນ-ລາວ ຕອນປະເທດລາວໄດ້ຂົນສົ່ງຜູ້ໂດຍສານທັງໝົດ 3 ລ້ານກວ່າຄົນ, ໃນນັ້ນມີຜູ້ໂດຍສານຂ້າມຊາດ 29.000 ຄົນ, ຂົນສົ່ງສິນຄ້າໄດ້ 5 ລ້ານກວ່າໂຕນ, ໃນນັ້ນມີ 4 ລ້ານກວ່າໂຕນແມ່ນສິນ ຄ້າຂ້າມຊາດ, ໄດ້ສ້າງວຽກເຮັດງານທຳ ໃຫ້ປະຊາຊົນທີ່ຢູ່ ລຽບຕາມແລວທາງ 1 ແສນຄົນ ແລະ ອື່ນໆ;  ດ້ານການສ້າງຄວາມສະດວກທາງດ້ານການຄ້າ: ຈີນເປັນຕະຫລາດສົ່ງອອກໃຫຍ່ສຸດຂອງປະເທດລາວ, ຜະລິດ ຕະພັນກະສິກຳທີ່ສົ່ງອອກສູ່ຕ່າງປະເທດຂອງລາວ 80% ແມ່ນສົ່ງໄປສູ່ປະເທດຈີນ, ສອງຝ່າຍໄດ້ເຊັນອະນຸສັນຍາ ວ່າດ້ວຍການສົ່ງ ອອກຜະລິດຕະພັນກະສິກຳຂອງປະເທດລາວໄປສູ່ປະເທດຈີນ 17 ປະເພດ, ລວມທັງເຂົ້າສານ, ສາ ລີ,ໝາກກ້ວຍ,ງົວ ແລະ ອື່ນໆ. ໃນເດືອນ 10 ປີ 2022, ສອງຝ່າຍໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານລະບົບ ການຄ້າເອເລັກໂຕຣນິກ, ສືບຕໍ່ເພີ່ມທະວີການປືກສາຫາ ລືນະໂຍບາຍ ແລະ ການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເພື່ອສະໜັບສະໜູນວິສາຫະກິດເປີດກວ້າງການນຳເຂົ້າ ແລະ ສົ່ງອອກສິນຄ້າຜ່ານລະບົບການຄ້າເອເລັກໂຕຣນິກ. ສອງຝ່າຍຍັງໄດ້ເພີ່ມທະວີ ການໂຄສະນາກາເຟ, ຊາ, ເບຍລາວ ແລະ ຜະລິດຕະພັນລາວອື່ນໆ ທີ່ຂາຍດີຢູ່ຈີນ ໂດຍ ຜ່ານເວທີການຄ້າພາຍໃນ ແລະ ສາກົນ ເຊັ່ນ: ງານວາງສະແດງສິນຄ້ານຳເຂົ້າສາກົນຂອງຈີນ, ງານວາງສະແດງສິນຄ້າອາຊຽນ-ຈີນ ເປັນຕົ້ນ, ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງຕະຫຼາດພາຍໃນປະເທດຈີນ.

ທ່ານ ຫວາງຊາງ ຍົກໃຫ້ເຫັນຕື່ມວ່າ: ການຮ່ວມສ້າງໜຶ່ງແລວທາງໜຶ່ງເສັ້ນທາງທີ່ມີຄຸນນະພາບສູງລະຫວ່າງຈີນ -ລາວ ບໍ່ພຽງແຕ່ເປັນການປະຕິບັດອັນສຳຄັນ ໃນການສ້າງຄູຮ່ວມຊາຕາກໍາສອງປະເທດ, ຍັງເປັນແບບຢ່າງໃຫ້ແກ່ຂໍ້ລິເລີ່ມ ໜຶ່ງແລວທາງໜຶ່ງເສັ້ນທາງ ທີ່ໄດ້ແຕກດອກ ອອກຜົນໃນທົ່ວໂລກ.  ປະເທດຈີນ ໄດ້ລົງນາມເອກະສານຮ່ວມມື 200 ກວ່າສະບັບກັບ 151 ປະເທດ ແລະ 32 ອົງການຈັດຕັ້ງສາກົນ ເຊິ່ງເນື້ອໃນກວມເອົາຂົງເຂດການເຊື່ອມຈອດເຊື່ອມໂຍງ, ການຄ້າ, ການລົງທຶນ, ການທະນາຄານສັງຄົມ ຊີວິດການເປັນຢູ່ຂອງປະຊາຊົນ ວັດທະນະທຳ ແລະ ອື່ນໆ.  ຕົວເລກຂໍ້ມູນຂອງກະຊວງການຄ້າຈີນ ສະແດງໃຫ້ເຫັນວ່າ: ລະຫວ່າງປີ 2013 ຫາ 2022, ມູນຄ່າການຄ້າລະຫວ່າງຈີນ ກັບປະເທດລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ” ຈາກ 1.040 ຕື້ໂດລາເພີ່ມຂຶ້ນເປັນ 2.070 ຕື້ໂດລາ, ມູນຄ່າການລົງທຶນເຊິ່ງກັນ ແລະ ກັນລະຫວ່າງ ຈີນ ກັບ ປະເທດລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ” ບັນລຸຫລາຍກວ່າ 270 ຕື້ໂດລາ.

ໃນໄລຍະ 10 ປີຜ່ານມາ, ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ກໍ່ໃຫ້ເກີດໂຄງການຮ່ວມມືຫລາຍກວ່າ 3.000 ໂຄງການ, ໄດ້ສ້າງວຽກເຮັດງານທຳໃຫ້ແກ່ປະເທດລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ” ຫລາຍກວ່າ 4 ແສນ 2 ໝື່ນຕໍາແໜ່ງ, ເຮັດໃຫ້ປະຊາຊົນປະມານ 40 ລ້ານຄົນຂອງປະເທດເຫລົ່ານັ້ນພົ້ນຈາກຄວາມທຸກຍາກ. ແນວໃດກໍດີ ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຍຶດໝັ້ນການເຊື່ອມໂຍງເຊື່ອມຈອດກັນ, ໄດ້ຮັບຄວາມເຫັນດີເຫັນພ້ອມ ຈາກປະຊາຊົນຂອງປະເທດທີ່ເຂົ້າຮ່ວມຂໍ້ລິເລີ່ມດັ່ງກ່າວ.  ປັດຈຸບັນ, ຈີນ ກັບ ອາຊຽນ ກຳລັງຕັ້ງໜ້າຊຸກຍູ້ການເຈ ລະຈາເຂດການຄ້າເສລີສະບັບ 3.0 ແລະ ຍົກສູງລະດັບການເປີດປະຕູ ດ້ານລະບຽບການຂອງເສດຖະກິດການຄ້າ ລະຫວ່າງຈີນ ກັບ ອາຊຽນຢ່າງຮອບດ້ານ. ມາຮອດເດືອນກໍລະກົດປີ 2023 ນີ້, ຍອດມູນຄ່າການລົງທຶນລະຫວ່າງ ຈີນ ກັບ ບັນດາປະເທດ ສະມາຊິກອາຊຽນ ບັນລຸຫລາຍກວ່າ 380 ຕື້ໂດລາ,ສ່ວນວິສາຫະກິດຂອງຈີນ ທີ່ໄປລົງທຶນໂດຍກົງຢູ່ອາຊຽນບັນລຸເຖິງ 6.500 ກວ່າແຫ່ງ.

ໂດຍ: ເກີດຂວັນໃຈ ມາລີຈັນສີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version